ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາແພດສາດ ຄໍາພູວັນ ສຸດທິສົມບັດ ກັບໂຄງການ ເຮັດວີດິໂອ ກ່ຽວກັບໂຣກເບົາຫວານ


ຄໍາພູວັນ ສຸດທິສົມບັດ
ຄໍາພູວັນ ສຸດທິສົມບັດ

ຄໍາພູວັນ ສຸດທິສົມບັດ ນັກສຶກສາແພດສາດ ປີທີ 3 ທີ່ມະຫາວິທະຍາໄລແຫ່ງລັດ California ສາຂານະຄອນ San Diego ຫລື University of California at San Diego (UCSD) ໄດ້ໂອ້ລົມກັບ ທາງລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ກ່ຽວກັບໂຄງການ ທີ່ນາງສົນໃຈທີ່ຈະເຮັດໃຫ້ມີຂຶ້ນ ເພື່ອຢາກແບ່ງປັນຂໍ້ມູນຄວາມຮູ້, ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ປ່ວຍທີ່ເປັນໂຣກເບົາຫວານໄດ້ສຶກສາ ແລະນໍາໄປປະຕິບັດ ດັ່ງ ໃນບົດສົນທະນາຕໍ່ໄປນີ້ ນໍາມາສະເໜີທ່ານໂດຍວັນນະສອນ. ຂໍເຊີນເຂົ້າສູ່ລາຍການໄດ້.

ຄໍາ​ຊົມ​ພູ ກໍາລັງ​ຕວດເລືອດໃຫ້​ຜູ້​ປ່ວຍ
ຄໍາ​ຊົມ​ພູ ກໍາລັງ​ຕວດເລືອດໃຫ້​ຜູ້​ປ່ວຍ

/ບົດສໍາພາດ ຄໍາພູວັນ ສຸດທິສົມບັດ ກັບ VOA/

ດັ່ງທີ່ໄດ້ສໍາພາດກັບ ຄໍາພູວັນ ສຸດທິສົມບັດໄປແລ້ວນັ້ນຄວາມໝາຍໝັ້ນຕັ້ງໃຈຂອງຜູ້ກ່ຽວ
ແມ່ນມີສູງ, ຢາກຈະເປັນແຮງນຶ່ງທີ່ຊ່ອຍໃຫ້ພວກຜູ້ປ່ວຍເປັນໂຣກເບົາຫວານໄດ້ເຂົ້າໃຈ
ກ່ຽວກັບໂຣກດັ່ງກ່າວ ພ້ອມທັງການດູແລແລະຮັກສາພະຍາບານທີ່ຈໍາເປັນ ເພື່ອຈະດໍາເນີນ
ວິຖີຊີວິດຄວບຄູ່ກັນໄປຢ່າງໝັ້ນໃຈ ຊຶ່ງປະຈຸບັນນີ້ ນາງກໍໄດ້ເຮັດ VCD ຮຽບຮ້ອຍໄປແລ້ວ.

ພວກ​ນັກ​ສຶກສາ​ແພດ​ໃຫ້​ບໍລິການ​ກວດ​ສຸກຂະ​ພາບໃຫ້​ປະຊາ​ຄົມ​ໃນ San Diego, CA
ພວກ​ນັກ​ສຶກສາ​ແພດ​ໃຫ້​ບໍລິການ​ກວດ​ສຸກຂະ​ພາບໃຫ້​ປະຊາ​ຄົມ​ໃນ San Diego, CA


ຂໍເຊີນ click ຮູບໂທລະໂຄ່ງຂ້າງເທິງຂວາມື ເພື່ອຮັບຟັງການສໍາພາດໄດ້.

ຂ້າງ​ລຸ່ມ​ນີ້​ແມ່ນ website ທີ່​ທ່ານ​ສາມາດ​ເຂົ້າ​ໄປ​ຫາ​ລາຍ​ລະອຽດ​ເພີ່ມ​ຕື່ມ​ໄດ້.

Khamsomphou Southisombath

ksouthis@ucsd.edu

http://www.youtube.com/playlist?p=PL0D04F50B34123992

Lao Health Fair, San Diego:
http://www.facebook.com/album.php?aid=2124255&id=31000905&l=4a754536c5

Internship at Setthathirath Hospital, Vientiane Laos:
http://www.facebook.com/album.php?aid=2058275&id=31000905&l=c75ecf899d

Vietnamese Health Fair, San Diego:
http://www.facebook.com/album.php?aid=2035102&id=31000905&l=be6923c85d

XS
SM
MD
LG