ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸກສັນວັນແມ່ ແກ່ ບັນດາມານດາທັງຫລາຍ ຈາກວີໂອເອ!


ຜົນງານຊຸດນຶ່ງ ຂອງດາຣາເພັດ
ຜົນງານຊຸດນຶ່ງ ຂອງດາຣາເພັດ
ລິງໂດຍກົງ

ສະບາຍດີ​ທ່ານ​ຜູ້ຟັງ​ທີ່​ເຄົາຣົບ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​
ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຊອງ VOA ຄ່ຳ​ຄືນ​ນີ້
ພິ​ເສດ​ແດ່​ ​ເພາະວ່າເປັນວັນ​ແມ່ ​ໃນ​ສະຫະລັດ​ ຊຶ່ງ​ກົງກັບ​ວັນ
​ອາທິດ ​ທີ 2 ຂອງ​ເດືອນ​ພຶດສ​ະພາຂອງ​ທຸກ​ປີ ເພາະສະ​ນັ້ນ
ວັນນະ​ສອນ​ຈຶ່ງ​ຂໍ​ນໍາ​ສະ​ເໜີ​ເພງ​ທີ່​ກ່ຽວ​ຂອງກັບ​ວັນ​ແມ່​ ມາ
ມອບໃຫ້ ​ເພື່ອສະ​ແດງ​ເຖິງ​ຄວາມ​ກະຕັນຍູ ກະຕະ​ເວທີ​
ຄວາມ​ຈົງ​ຮັກ​ພັກດີ​ແລະ​ຄວາມ​ປາດ​ຖະນາ​ດີ​ ດັ່ງ​ເນື້ອໃນ
​ຂອງ​ເພງ​ນີ້ ຄ່າ​ຂອງນໍ້ານົມ ທີ່​ຂັບ​ຮ້ອງໂດຍ ​ເຈົ້າ​ຄໍາ​ຜາຍ ກຸນ​ລະ​ວຸດ ຈາກ ວົງ​ແມ່​ຂອງ​ຂຽວ ຈາກ​ປະ​ເທດຝຣັ່ງ … ​ແລະ​ກໍຫວັງ​ວ່າ ​ທ່ານ​ຜູ້​ຟັງ​ກໍ​ຄົງ​ມີ​ຄວາມ​ຮູ້ສຶກ​ແບບ​ດຽວ​ກັນ
ກັບ​ວັນນະ​ສອນ ທີ່​ຊາບຊຶ້ງ​ເຖິງຄວາມ​ຮັກ​ທີ່​ແມ່​ມີ​ໃຫ້​ແກ່​ພວກ​ລູກໆ.

ເພງ: ​ຄ່າ​ຂອງນໍ້ານົມ ​ໂດຍ ​ແມ່​ຂອງ​ຂຽວ

ເພງ ​ແມ່ ​ທີ່ຂັບ​ຮ້ອງໂດຍ ດາຣາ​ເພັດ ນີ້ ກໍ​ເປັນ​ອີກ​ເພງ​ນຶ່ງ​ທີ່​ຟັງ​ຍາມ​ໃດ​ກໍ​ປະ​ທັບ​ໃຈ​
ຍາມ​ນັ້ນ ສໍາລັບວັນນະ​ສອນແລ້ວ ​ເຫັນວ່າ ຈະ​ຮ້ອງ​ເພງ​ນັບ​ຮ້ອຍ ນັບ​ພັນ ກໍຈະ​ບໍ່​ສາມາດ​
ທົດ​ແທນ​ບຸນຄຸນ​ຂອງແມ່​ໄດ້ ຊຶ່ງ​ເພິ່ນ​ໄດ້​ອົດທົນ​ອູ້ມ​ລູກ​ຢູ່​ໃນ​ທ້ອງ​ເຖິງ 9 ​ເດືອນ​ຈົນ​ຄອດ​
ອອກ​ມາ ​ທັງ​ຍັງ​ພະຍາຍາມລ້ຽງດູ ​ພວກ​ລູກໆ​ຈົນ​ໃຫ້​ເຕີບ​ໃຫຍ່​ ​ເພື່ອ​ໃຫ້ເປັນ​ຄົນ​ທີ່​ມີ​ຄວາມ​
ຮູ້ ຄວາມ​ສາມາດ ​ເປັນ​ຄົນ​ດີ​ແລະ​ມີ​ຄຸນຄ່າ​ຂອງ​ຄອບຄົວ​ແລະ​ສັງຄົມ…​ວັນນະ​ສອນ​ຄິດ​ວ່າ
ສິ່ງ​ທີ່​ພວກ​ລູກໆ​ສາມາດ​ກະທໍາ​ໄດ້​ໃນ​ຕອນ​ນີ້ ກໍ​ຄືຕອນ​ທີ່ທ່ານ​ຍັງ​ມີ​ຊີວິດ​ຢູ່​ນັ້ນ ​ເພາະ​ວັນ
ນະ​ສອນ​ບໍ່​ໄດ້​ມີໂອກາດ​ນັ້ນ ອີກ​ຕໍ່ໄປ​ແລ້ວ ເພາະສະ​ນັ້ນ​ສິ່ງ​ທີ່​ດີ​ທີ່​ສຸດກໍ​ຄື​ເຮັດທຸກ​ສິ່ງ​ຢ່າງ​
ເພື່ອ​ທົດ​ແທນ​ບຸນຄຸນ​ແມ່​ ​ໃຫ້​ສົມ​ກັບ​ທີ່​ເພິ່ນ​ໄດ້​ຖະໜອມ​ລ້ຽງ​ດູ​ເຮົາ​ມາ​ ແລະ​ກໍ​ຢ່າ​ລືມ​ບອກ
ແມ່​ວ່າ…”ຮັກ​ແມ່​ຫຼາຍ.”

ເພງ: ​ແມ່ ໂດຍ​ ດາຣາ​ເພັດ

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ວັນນະ​ສອນ​ຂໍ​ຈັດ​ມອບ​ໃຫ້​ທັງບິດາມານ​ດາ ທັງ​ສອງ​ທ່ານ​ເລີຍ​ ເພາະ
ວ່າ ບຸບ​ພະກາລີ​ນັ້ນ​ແມ່ນເປັນ​ພື້ນຖານ​ອັນແໜ້ນໜາໝັ້ນຄົງຂອງ​ພວກ​ລູກໆ ​ເຖິງ​ຈະ​ເປັນ ​ວັນ​ສະ​ເຫຼີ​ມສະ​ຫຼອງ​ວັນ​ແມ່ ​ແຕ່​ວັນນະ​ສອນ​ວ່າ ຜູ້​ເປັນພໍ່ ​ກໍ​ມີ​ສ່ວນສໍາຄັນ​ໃນ​ຊີວິດຂອງພວກ​
ລູກ​ໆ​ເຊັ່ນ​ກັນ ​ເພາະສະ​ນັ້ນ​ຈຶ່ງ​ຂໍ​ມອບ​ເພງ ​ບຸນຄຸນ​ພໍ່​ແມ່ ​ທີ່ປະພັນ​ໂດຍ ​ເຈົ້າ​ຄໍາ​ຜາຍ
ກຸນ​ລະ​ວຸດ ​ແລະ ຂັບ​ຮ້ອງໂດຍ ກ. ສັກ​ສີ ແລະ​ກ່ອນ​ນອນ​ໃນ​ຄໍ່າ​ຄືນ​ນີ້ ກໍໃຫ້​ກາບ​ຂອບໃຈ​ແລະຫອມ​ແກ້ມ​ທັງ​ພໍ່​ແລະແມ່ ເພື່ອຈະ​ໄດ້​ເປັນ ສິຣິມົງຄຸນ​ແກ່​ຊີວິດ… ຈະ​ໄດ້​ ຈະ​ເຣີນ ກ້າວໜ້າ ປະສົບຜົນ​ສໍາ​ເລັດ​ໃນ​ຊີວິດ…ນອນຫ​ລັບ​ຝັນ​ດີ. Happy Mother’s Day.

ເພງ: ​ບຸນຄຸນ​ພໍ່​ແມ່ ​ໂດຍ ກ. ສັກ​ສີ
XS
SM
MD
LG