ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວຂອງ ວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບທ່ານສົມແກ້ວ ສານຸວົງ ສະມາຊິກສັງ
ຄົມລາວອາເມຣິກັນຜູ້ນຶ່ງ ທີ່ຕັ້ງຖິ່ນຖານຢູ່ເມືອງສະເມີນາ ລັດເທັນເນັສຊີ ທາງພາກຕາ
ເວັນອອກສຽງໃຕ້ ຂອງສະຫະລັດ. ທ່ານສົມແກ້ວໄດ້ເລົ່າເຖິງຊີວິດການເປັນຢູ່ຂອງ
ຊາວອາເມຣິກັນເຊື້ອສາຍລາວໃນຂົງເຂດນີ້ ແລະການກະກຽມເຕົ້າໂຮມຊາວຄຳມ່ວນ
ຄັ້ງທີສີ່ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາປີ 2019 ທີ່ຈະມາເຖິງນີ້. ຄວາມເປັນມາຂອງ
ທ່ານສົມແກ້ວເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເມືອງແນສວິລ (Nashville) ລັດເທັນເນັສຊີ ເປັນເມືອງໂດ່ງດັງດ້ານດົນຕີລູກທົ່ງ ຫຼື
Country Music ຂອງອາເມຣິກາ. ຕໍ່ຈາກເຂດຊານເມືອງອອກໄປນັ້ນແມ່ນເມືອງເມີ
ຟຣິສໂບໂຣ ແລະສະເມີນາ ແລະເມືອງນ້ອຍອື່ນໆ. ຢູ່ໃນຂົງເຂດແຫ່ງນີ້ ມີປະຊາກອນ
ອາເມຣິກັນເຊື້ອສາຍລາວພາກັນຕັ້ງຖິ່ນຖານປະກອບວິຊາອາຊີບຫາຢູ່ຫາກິນຕ່າງໆ
ນາໆຢ່າງຫຼວງຫຼາຍ ໂດຍສະເພາະດ້ານອຸດສາຫະກຳສ້າງລົດນິສສັນ ເຮັດຢາງຕີນລົດ
ແລະອື່ນໆ. ເພາະສະນັ້ນລາຍການຊີວິດຊາວລາວມື້ນີ້ ເຮົາຈະນຳເອົາການສຳພາດ
ກັບທ່ານສົມແກ້ວ ສານຸວົງ ສະມາຊິກປະຊາຄົມອາເມຣິກັນເຊື້ອສາຍລາວຄົນນຶ່ງ ທີ່
ໄດ້ເຂົ້າມາຕັ້ງຫລັກແຫລ່ງ ຢູ່ໃນເຂດນີ້ຕັ້ງແຕ່ປີ 1976. ທ່ານໄດ້ເຮັດວຽກໃຫ້ແກ່ບໍລິ
ສັດຟາຍສະໂຕນ (Firestone) ຊຶ່ງເປັນບໍລິສັດເຮັດຕີນລົດ ທີ່ມີຊື່ສຽງຂອງສະຫະລັດ
ແລະທ່ານສົມແກ້ວກໍຫາອອກບຳນານຫວ່າງມໍ່ໆມານີ້.
ປັດຈຸບັນ ທ່ານອາສາສະໝັກຮັບໃຊ້ສັງຄົມ ແລະນຳພາຫ້າງຫາຕ້ອນຮັບພີ່ນ້ອງຊາວ
ຄຳມ່ວນ ແລະຍາດມິດທີ່ຈະມາສະຫຼອງເຕົ້າໂຮມກັນ ເປັນຄັ້ງທີ່ສີໃນທ້າຍເດືອນສິງຫາ
2019 ຈະມາເຖິງນີ້. ແຕ່ກ່ອນອື່ນເຮົາມາຟັງຊີວິດການເປັນຢູ່ຂອງຊາວອາເມຣິກັນ
ເຊື້ອສາຍລາວ ຢູ່ໃນຂົງເຂດແຫ່ງນີ້ກ່ອນເນາະ.ທ່ານສົມແກ້ວ ສານຸວົງ ໄດ້ກ່າວຕໍ່
ວີໂອເອ ກ່ຽວກັບປະສົບການເຮັດວຽກງານຂອງທ່ານດັ່ງນີ້:
Somekeo act 1: 1.16 mnທ່ານສົມແກ້ວໄດ້ເຮັດວຽກໃຫ້ແກ່ບໍລິສັດຟາຍສະໂຕນ
ມາໄດ້ກວ່າ 30 ປີ ເປັນຄົນລາວພຽງສາມຄົນເທົ່ານັ້ນທີ່ໂຊກດີໄດ້ເຮັດວຽກຢູ່ບໍລິສັດ
ແຫ່ງນີ້. ການອອກບຳນານຂອງທ່ານໄດ້ຮັບຜົນກຳໄລຫຼາຍຢ່າງເຊັນວ່າ ໄດ້ຮັບເງິນເບ້ຍ
ບຳນານຈາກບໍລິສັດ ປະກັນໄພສຸຂະພາບແລະເງິນປະກັນສັງຄົມ (Social Security)
ທີ່ຊາວອາເມຣິກັນຈະໄດ້ຮັບທຸກຄົນຈາກລັດຖະບານກາງ. ທ່ານສົມແກ້ວ ແລະພັນລະ
ຍາ ມີລູກສີ່ຄົນໃຫຍ່ເປັນຄອບຄົວໝົດແລ້ວ ມີບ້ານເຮືອນ ແລະເປັນພົນລະເມືອງທີ່ດີ
ຂອງປະເທດ. ທ່ານໄດ້ກ່າວກ່ຽວກັບຊີວິດຕອນນີ້ວ່າ:
ກ່ຽວກັບການຈັດຕັ້ງສະມາຄົມ ເພື່ອຮັບໃຊ້ປະຊາຄົມລາວອາເມຣິກັນ ຢູ່ໃນຂົງເຂດນີ້
ທ່ານສົມແກ້ວ ໄດ້ກ່າວດັ່ງນີ້:
ທຸກໆປະຊາຄົມລາວອາເມຣິກັນຢູ່ທົ່ວປະເທດຈະມີວັດວາອາຮາມ ເປັນບ່ອນສັກກະລະ
ບູຊາ ແລະຮັບໃຊ້ສັງຄົມເພື່ອສະຫຼອງບຸນຕ່າງໆ ທ່ານສົມແກ້ວ ໄດ້ເລົ່າກ່ຽວກັບເລື້ອງ
ນີ້ວ່າ:
ທ້າຍສຸດນີ້ ທ່ານສົມແກ້ວ ສານຸວົງ ໃນນາມປະທານຈັດງານ ເຕົ້າໂຮມພີ່ນ້ອງຊາວຄຳ
ມ່ວນຄັ້ງທີສີ່ ຊຶ່ງຈະຈັດຂຶ້ນຢູ່ເມືອງເມີຟຣິສໂບໂຣ ໃນທ້າຍເດືອນສິງຫາ ຊຶ່ງທ່ານໄດ້
ກ່າວກ່ຽວກັບເລື້ອງນີ້ວ່າ:
ນັ້ນແມ່ນການສຳພາດ ທ່ານສົມແກ້ວ ສານຸວົງ ປະທານຈັດງານເຕົ້າໂຮມຊາວຄຳມ່ວນ
ຄັ້ງທີສີ່ ທີ່ຈະຈັດຂຶ້ນທີ່ເມືອງເມີຟຣິສໂບໂຣ ໃນທ້າຍເດືອນສິງຫາ ຈະມາເຖິງນີ້.ກະລຸນາ
ຕິດຕາມຟັງລາຍການຊີວິດຊາວລາວເລື້ອງໃໝ່ໃນສັບປະດາໜ້າ ເວລາດຽວກັນນີ້.