ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ຄາເມນີ ກ່າວວ່າ ອີຣ່ານ ອາດກັ່ນທາດຢູເຣນຽມ ເຖິງລະດັບ 60 ເປີເຊັນ


ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ອາລີ ຄາເມນີ ພົບປະກັບບັນດາສະມາຊິກສະພາບັນດານັກຊ່ຽວຊານ ໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ວັນທີ 22 ກຸມພາ 2021.
ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ອາລີ ຄາເມນີ ພົບປະກັບບັນດາສະມາຊິກສະພາບັນດານັກຊ່ຽວຊານ ໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ວັນທີ 22 ກຸມພາ 2021.

ຜູ້ນຳສູງສຸດຂອງອີຣ່ານ ອາຢາໂທລາ ອາລີ ຄາເມນີ ໄດ້ກ່າວໃນວັນຈັນວານນີ້ວ່າ ອີຣ່ານອາດເພີ້ມລະດັບການກັ່ນທາດຢູເຣນຽມຂອງຕົນໃຫ້ເຖິງຂັ້ນໃດກໍຕາມທີ່ປະເທດຕ້ອງການ ໂດຍລວມທັງເຖິງລະດັບ 60 ເປີເຊັນ ໃນຂະນະທີ່ບັນຫາກ່ຽວກັບອະນາຄົດຂອງຂໍ້ຕົກລົງນິວເຄລຍລະຫວ່າງອີຣ່ານແລະສະຫະລັດທີ່ບໍ່ໄປບໍ່ມານັ້ນ ຍັງມີຢູ່ຕໍ່ໄປ.

ໂທລະພາບຂອງທາງການອີຣ່ານ ໄດ້ອ້າງເຖິງຄຳເວົ້າຂອງທ່ານຄາເມນີ ໃນວັນຈັນວານນີ້ ທີ່ກ່າວໄປວ່າ “ພວກຝ່າຍຊາວອາເມຣິກັນແລະຊາວຢູໂຣບທີ່ຢູ່ໃນຂໍ້ຕົກລົງ ໄດ້ໃຊ້ຄຳເວົ້າທີ່ບໍ່ເປັນທຳຕໍ່ອີຣ່ານ…ອີຣ່ານຈະບໍ່ຍອມຈຳນົນຕໍ່ການກົດດັນ. ຈຸດຢືນຂອງພວກເຮົາຈະບໍ່ປ່ຽນແປງ.”

ທ່ານໄດ້ກ່າວວ່າ ລະດັບການກັ່ນທາດຢູເຣນຽມຈະບໍ່ຖືກຈຳກັດຢູ່ທີ່ 20 ເປີເຊັນ.

ພາຍໃຕ້ຂໍ້ຕົກລົງນິວເຄລຍປີ 2015 ລະຫວ່າງອີຣ່ານແລະ 6 ມະຫາອຳນາດຂອງໂລກນັ້ນ ອີຣ່ານແມ່ນໄດ້ຖືກກຳນົດ ໃຫ້ກັ່ນທາດຢູເຣນຽມເຖິງ 3.67 ເປີ ເຊັນ. ເຖິງຢ່າງໃດກໍຕາມ ອີຣ່ານກໍໄດ້ລະເມີດຂໍ້ຕົກລົງມານັບຕັ້ງແຕ່ສະຫະລັດ ໄດ້ຖອນໂຕອອກຈາກສົນທິສັນຍານີ້ ໃນລະຫວ່າງລັດຖະບານທ່ານທຣຳ ແລະໄດ້ເລີ້ມກັ່ນທາດຢູເຣນຽມ ເຖິງລະດັບ 20 ເປີເຊັນ.

ທ່ານຄາເມນີ ໄດ້ກ່າວວ່າ “ພວກເຮົາຈະເພີ້ມມັນຂຶ້ນເຖິງລະດັບໃດກໍຕາມທີ່ປະ ເທດຂອງພວກເຮົາຕ້ອງການ…..ພວກເຮົາອາດເພີ້ມມັນຂຶ້ນເຖິງ 60 ເປີເຊັນ.”

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ຄຳເຫັນຂອງທ່ານຄາເມນີ “ຟັງຄືກັບການຂົ່ມຂູ່.” ທ່ານກ່າວຕື່ມວ່າ “ພວກເຮົາຈະບໍ່ຕອບໂຕ້ ໃນແງ່ຂອງການສົມມຸດສະຖານະການ ທີ່ສະເພາະເຈາະຈົງໃດນຶ່ງ ຕະ ຫຼອດເຖິງທ່າທີ. ສິ່ງທີ່ພວກເຮົາຈະເຮັດກໍແມ່ນເນັ້ນຢ້ຳ ຂໍ້ສະເໜີທີ່ນຳຂຶ້ນມາເຈ ລະຈາ---ສະຫະລັດແມ່ນເຕັມໃຈທີ່ຈະພົບປະກັບຝ່າຍອີຣ່ານເພື່ອແກ້ໄຂຄຳຖາມທີ່ຫຍຸ້ງຍາກສັບສົນທັງຫຼາຍ.”

ເມື່ອອາທິດແລ້ວນີ້ ລັດຖະບານທ່ານໄບເດັນ ໄດ້ກ່າວວ່າ ຕົນພ້ອມແລ້ວທີ່ຈະເຈລະຈາກັບອີຣ່ານ ກ່ຽວກັບການກັບຄືນສູ່ຂໍ້ຕົກລົງນິວເຄລຍ ຂອງທັງສອງປະເທດ.

ເມື່ອຕອນເຊົ້າວັນຈັນວານນີ້ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຢ້ຳຄືນເຖິງຈຸດຢືນອັນນັ້ນ ໂດຍກ່າວວ່າ ສະຫະລັດແມ່ນກຽມພ້ອມ ທີ່ຈະກັບຄືນສູ່ຂໍ້ຕົກລົງນິວເຄລຍກັບອີຣ່ານ ຖ້າເຕຫະຣ່ານ ສະ ແດງໃຫ້ເຫັນເຖິງ “ການປະຕິບັດຢ່າງເຂັ້ມງວດ” ໃນຂໍ້ຕົກລົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG