ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ຈະບໍ່ຕອບໂຕ້ ຕໍ່ການຂົ່ມເຫັງ ຂອງ ສະຫະລັດ ກ່ຽວກັບ ຂໍ້ຕົກລົງນິວເຄລຍ


ປະທານາທິບໍດີ ທ່ານ Hassan Rouhani ກ່າວຄຳປາໄສ
ໃນລະຫວ່າງກອງປະຊຸມຄະນະລັດຖະມົນຕີ ໃນນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 19 ກໍລະກົດ, 2017.
ປະທານາທິບໍດີ ທ່ານ Hassan Rouhani ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມຄະນະລັດຖະມົນຕີ ໃນນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 19 ກໍລະກົດ, 2017.

ຜູ້ນຳສູງສຸດຂອງ ອີຣ່ານ ທ່ານ Ayatollah Ali Khamenei ກ່າວວ່າ ອີີຣ່ານ ຈະບໍ່ປ່ອຍ
ໃຫ້ຕົນເອງຖືກ “ຂົ່ມເຫັງ” ໂດຍ ສະຫະລັດ ໃນຂໍ້ຕົກລົງນິວເຄລຍປີ 2015 ທີ່ເຂົາເຈົ້າ
ໄດ້ລົງນາມກັບກຸ່ມຂອງບັນດາປະເທດມະຫາອຳນາດ, ລວມທັງ ສະຫະລັດນັ້ນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕຳໜິ ກ່ຽວກັບ ຂໍ້ຕົກລົງດັ່ງກ່າວ
ຢ່າງເປັນປະຈຳ ແລະ ຫຼັງຈາກໄດ້ເຂົ້າດຳລົງຕຳແໜ່ງແລ້ວ ກໍໄດ້ຂົ່ມຂູ່ວ່າຈະທຳລາຍຂໍ້
ຕົກລົງນັ້ນ, ເຊິ່ງຮຽກຮ້ອງໃຫ້ ອີຣ່ານ ຖອນກິດຈະກຳດ້ານນິວເຄລຍຂອງເຂົາເຈົ້າ ເພື່ອ
ຫຼຸດຜ່ອນຄວາມຢ້ານກົວວ່າ ເຂົາເຈົ້າກຳລັງພັດທະນາອາວຸດນິວເຄລຍຢູ່, ແລະ ເປັນ
ການແລກປ່ຽນກັບການຜ່ອນເບົາຈາກມາດຕະການການລົງໂທດທາງເສດຖະກິດ.

ທ່ານ Khamenei ໄດ້ກ່າວໃນຄຳປາໄສຕໍ່ບັນດາຕຳຫຼວດໃນວັນອາທິດວານນີ້ວ່າ “ປະ
ເທດ ອີຣ່ານ ແມ່ນຢືນຢັດ ແລະ ການເຄື່ອນໄຫວທີ່ຜິດໃດໆໂດຍລະບອບການປົກຄອງ
ທີ່ກົດຂີ່ ກ່ຽວກັບ ຂໍ້ຕົກລົງນິວເຄລຍນັ້ນ ແມ່ນຈະໄດ້ປະເຊີນໜ້າກັບການຕອບໂຕ້ຂອງ
ສາທາລະນະລັດ ອິສລາມ.”

ປະທານາທິບໍດີຂອງ ອີຣ່ານ ທ່ານ Hassan Rouhani ໄດ້ເດີນທາງອອກປະເທດ ເພື່ອ
ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດໃນນະຄອນ ນິວຢອກ
ເມື່ອວັນອາທິດວານນີ້, ບ່ອນທີ່ທ່ານຄາດວ່າຈະລົມກັບບັນດາຜູ້ນຳໂລກ ກ່ຽວກັບ ຂໍ້ຕົກ
ລົງດັ່ງກ່າວ, ເຊິ່ງ ອີຣ່ານ ໄດ້ຕົກລົງກັບ ສະຫະລັດ, ອັງກິດ, ຈີນ, ຝຣັ່ງ, ຣັດເຊຍ ແລະ
ເຢຍຣະມັນ ຫຼັງຈາກການເຈລະຈາທີ່ຍືດເຍື້ອມາຍາວນານ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວໃນການສຳ
ພາດໃນລາຍການ Face the Nation ຂອງໂທລະພາບ CBS ວ່າ ທ່ານເຊື່ອວ່າ ອີຣ່ານ
ໄດ້ປະຕິບັດຕາມຂໍ້ຕົກລົງໃນທາງເຕັກນິກ, ແຕ່ບໍ່ໄດ້ປະຕິບັດຕາມເນື້ອໃນຂອງເອກະ
ສານ ທີ່ໄດ້ສົ່ງສັນຍານ ກ່ຽວກັບ ວິທີການໃໝ່ ໃນການພົວພັນ ລະຫວ່າງ ອີຣ່ານ ກັບ
ໂລກທັງມວນ.

ທ່ານ Tillerson ໄດ້ກ່າວວ່າ “ສິ່ງທີ່ພວກເຮົາໄດ້ເຫັນ ແມ່ນ ອີຣ່ານ ໄດ້ເພີ່ມກິດຈະກຳ
ການສ້າງຄວາມວຸ້ນວາຍໃນປະເທດ ເຢເມນ. ເຂົາເຈົ້າໄດ້ເພີ່ມກິດຈະກຳການສ້າງ
ຄວາມວຸ້ນວາຍໃນປະເທດ ຊີເຣຍ. ເຂົາເຈົ້າສົ່ງອອກ ອາວຸດໃຫ້ພວກ Hezbollah ແລະ
ກຸ່ມກໍ່ການຮ້າຍອື່ນໆ. ແລະ ເຂົາເຈົ້າຍັງສືບຕໍ່ ທີ່ຈະດຳເນີນໂຄງການລູກສອນໄຟຂີປະ
ນາວຸດດ້ວຍຄວາມກະຕືລືລົ້ນ.”

ຂໍ້ຕົກລົງນັ້ນ ກ່າວວ່າ ທຸກຝ່າຍຈະບໍ່ໃຊ້ມາດຕະການໃດໆທີ່ຈະທຳລາຍການຕົກລົງກັນ
ນັ້ນ.

ອີຣ່ານ ໄດ້ປະກາດຄຳຕຳໜິຂອງເຂົາເຈົ້າຕໍ່ ສະຫະລັດ ໂດຍກ່າວວ່າ ການຂົ່ມຂູ່ ກ່ຽວ
ກັບ ມາດຕະການລົງໂທດໃໝ່ ຫຼື ການຍົກເລີກຂໍ້ຕົກລົງ ຈະເປັນການລ່ວງລະເມີດເຈດ
ຕະນາຂອງສັນຍາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG