ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາສູງ​ ຄົນ​ສຳ​ຄັນ ຂອງ ​ພັ​ກ​ເດ​ໂມ​ແຄ​ຣັດ ສະໜັບສະໜູນ ຂໍ້ຕົກລົງ ນິວເຄລຍ ອີຣ່ານ


ຜູ້ນຳສະພາສູງສຽງ ທ່ານ Harry Reid ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ.
ຜູ້ນຳສະພາສູງສຽງ ທ່ານ Harry Reid ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ.

ສະມາຊິກ​ສະພາ​ສູງ ສັງກັດ​ພັກ​ເດ​ໂມ​ແຄຣັດ ທ່ານ Harry Reid ​ໄດ້ສະ​ແດງ​ທ່າ​ທີ ສະໜັບສະໜູນ ຂໍ້​ຕົກລົງ​ທີ່​ສະຫະລັດ ​ແລະ ບັນດາ 5 ປະ​ເທດ ​ໄດ້​ບັນລຸ​ກັບ ​ອີຣ່ານ ​ເພື່ອ​ຈຳກັດ​ໂຄງການ​ນິວ​ເຄລຍຂອງ ​ອີຣ່ານ ​ໃນ​ການ​ແລກປ່ຽນ​ກັບ​ການ​ຜ່ອນຜັນ​ມາດ​ຕການ​ລົງ​ໂທດຕ່າງໆ.

ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບໜຶ່ງ ​ໃນ​ວັນອາທິດ​ວານ​ນີ້ ຜູ້ນຳ​ສະພາ​ສູງສຽງ​ສ່ວນໜ້ອຍ ທ່ານ Reid ​ໄດ້​ເອີ້ນ​ຂໍ້​ຕົກ​ລົງດັ່ງກ່າວ​ວ່າ “​ເປັນ​ເສັ້ນທາງ​ທີ່​ດີ​ທີ່​ສຸດ ​ເພື່ອ​ຍຸດຕິ​ອີຣ່ານຈາກ​ການ​ມີ​ອາວຸດ​ນິວ​ເຄລຍ​ໃນ​ຄອບ​ຄອງ.”

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif, ທັງເປັນຜູ້ເຈລະຈານິວເຄລຍລະດັບສູງຂອງ ອີຣ່ານ, ກ່າວຄຳປາໄສເປີດກອງປະຊຸມສະພາໃນນະຄອນຫຼວງ ເທເຮຣ່ານ.
ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ Mohammad Javad Zarif, ທັງເປັນຜູ້ເຈລະຈານິວເຄລຍລະດັບສູງຂອງ ອີຣ່ານ, ກ່າວຄຳປາໄສເປີດກອງປະຊຸມສະພາໃນນະຄອນຫຼວງ ເທເຮຣ່ານ.

ການ​ສະໜັບສະໜູນ​ຂອງ​ທ່ານ ​ເຮັດ​ໃຫ້​ມີ​ໂອກາດ​ໜ້ອຍ​ລົງ ທີ່​ພັກ​ຣີພັບ​ບລີ​ກັນ​ໃນ​ສະພາ ຈະ​ສາມາດ​ລະດົມຄະ​ແນນ​ສຽງພຽງພໍ ທີ່​ຈະ​ສະກັດ​ກັ້ນຂໍ້​ຕົກລົງດັ່ງກ່າວ​ໄດ້ ຊຶ່ງ​ພວກ​ເຂົາ​ເຈົ້າ ​ແລະ ອິສຣາ​ແອ​ລ ​ຕຳ​ນິຕິ​ຕຽນ ວ່າ ປ່ອຍ​ໃຫ້ ​ອີຣ່ານ ມີ​ໂຄງການ​ນິວ​ເຄລຍຫຼາຍ​ເກີນ​ໄປ ​ຊຶ່ງ​ພ້ອມ​ດຽວ​ກັນ​ກໍປ່ອຍເງິນ​ທຶນໃຫ້ ອີຣ່ານ ຫຼາຍໆຕື້ໂດ​ລານັ້ນ.

ທ່ານ Reid ກ່າວ​ວ່າ ສ່ວນຂອງ​ການ​ສະໜັບສະໜູນ​ຕໍ່​ຂໍ້​ຕົກລົງຂອງ​ທ່ານ​ນັ້ນ ​ແມ່ນ​ນອນ​ຢູ່​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ຂາດທາງ​ເລືອກແນວ​ອື່ນ​ ​ເພື່ອນຳ​ສະ​ເໜີ​ໂດຍບັນດາຝ່າຍຄ້ານ ຜູ້​ທີ່​ບໍ່​ເຫັນ​ດີ​ດ້ວຍ​ນັ້ນ.

ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ຄຳປາໄສປ້ອງກັນຂໍ້ຕົກລົງນິວເຄລຍທີ່ໄດ້ບັນລຸກັບ ອີຣ່ານ, ທີ່ມະຫາວິທະຍາໄລ ໃນນະຄອນຫຼວງ ວໍຊິງຕັນ. 5 ສິງຫາ 2015.
ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ຄຳປາໄສປ້ອງກັນຂໍ້ຕົກລົງນິວເຄລຍທີ່ໄດ້ບັນລຸກັບ ອີຣ່ານ, ທີ່ມະຫາວິທະຍາໄລ ໃນນະຄອນຫຼວງ ວໍຊິງຕັນ. 5 ສິງຫາ 2015.

ທ່ານ Reid ​ເວົ້າວ່າ “ມັນ​ແມ່ນ​ເລື້ອ​ງຄວາມ​ໄຝ່ຝັນ​ອັນ​ນຶ່ງທີ່​ຈະ​ເວົ້າວ່າຖ້າ ລັດຖະສະພາ ຄັດຄ້ານ​ຂໍ້​ຕົກລົງ​ດັ່ງກ່າວ ລັດຖະບານກໍ​ຈະ​ສາມາດ​ກັບ​ຄືນ​ໄປ ​ແລະ ​ເຈລະ ຈາ​ເອົາ​ຂໍ້​ຕົກລົງ​ທີ່​ດີກ​ວ່ານັ້ນ ​ຢ່າງງ່າຍດາຍ. ອັນ​ນັ້ນ ບໍ່​ແມ່ນ​ທາງ​ເລືອກ​ທີ່​ເປັນ​ໄປ​ໄດ້ ​ແ​ລະ​ ພວກ​ເຮົາ​ບໍ່ຄວນທຳທ່າ​ວ່າ​ມັນ​ເປັນເຊັ່ນ​ນັ້ນ.”

ທ່ານ​ຍັງ​ໄດ້​ ເນັ້ນໜັກ ວ່າ ທັດສະນະ​ຂອງ​ທ່ານ ຕໍ່​ການ​ເຈ​ລະ​ຈາ ​ໂດຍ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ ​ເຢຍຣະມັນ ເຮັດ​ໃຫ້ເກີດ​ຜົນ​ມີເງື່ອນ​ໄຂຕ່າງໆ ທີ່​ຈະ​ຊ່ວຍ​ປົກ​ປ້ອງ​
ອິສຣາ​ແອ​ລ ທີ່​ເປັນພັນທະ​ມິດ ຈາກ​ການ​ຂົ່ມຂູ່​ທີ່​ອາດ​ເປັນ​ໄປ​ໄດ້​ ໂດຍ​ປະ​ເທດ​ ອີຣ່ານ ທີ່​ມີ​ອາວຸດ​ນິວ​ເຄລຍນັ້ນ.

ທ່ານ Reid ​ເວົ້າ​ອີກ​ວ່າ “ການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອິສຣາ​ແອ​ລນັ້ນ ​ແມ່ນ​ເລື້ອງ​ທີ່​ສຳຄັນ​ທີ່​ສຸດ ສຳ​ຫລັບ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າສະໜັບສະໜູນ ຂໍ້​ຕົກລົງ​ນີ້ ກໍ​ເພາະວ່າ ຂ້າພະ​ເຈົ້າ​ເຊື່ອ​ວ່າ ມັນ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ ​ເພື່ອຍຸດ​ຍັ້ງໂຄງການ ​ສ້າງອາວຸດນິວ​ເຄລຍ ໃດໆຂອງ​ອີຣ່ານ​ ​ແລະ ​ເພາະສະນັ້ນ ມັນ​ຈຶ່ງຈະ​ເປັນ​ການປ້ອງ​ກັນ​ປະ​ເທດອິສລາ​ແອ​ລ.”

ອີຣ່ານ ​ໄດ້​ຢືນ​ຢັດ​ມາ​ຕະຫຼອດວ່າ ​ໂຄງການ​ນິວ​ເຄລຍຂອງ​ຕົນ​ ​ແມ່ນ​ເພື່ອຈຸດປະສົງ​ທາງ​ພົນລະ​ເຮືອນ ​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ​ແລະ ບໍ່​ຮ່ວມ​ເອົາແມ່ນ​ໂຄງການສ້າງ​ອາວຸດ​ນິວ​ເຄລຍ​ເຂົ້າ​ນຳ.

XS
SM
MD
LG