ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ເວົ້າ​ວ່າ ບາ​ລ​ລູນ​ສອດ​ແນມ​ຂອງ ຈີນ "ບໍ່​ໄດ້​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ສູງ"


ພາຍນີ້​ຖືກ​ຖ່າຍ​ໂດຍ ທ້າວ ເຊ​ສ ໂດກ ໃນ​ວັນ​ທີ 1 ກຸມ​ພາ 2023 ແລະ ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 2 ກຸມ​ພາ 2023 ສະ​ແດງ​ໃຫ​້​ເຫັນ​ບາ​ລລູນ​ສອດ​ແນມ​ທີ່​ຖືກ​ສົ​ງ​ໄສ​ຂອງ ຈີນ ໃນ​ທ້ອງ​ຟ້າ​ເໜືອ​ເມືອງ ບິ​ລ​ລິງ, ລັດ ມັອນ​ທາ​ນາ.
ພາຍນີ້​ຖືກ​ຖ່າຍ​ໂດຍ ທ້າວ ເຊ​ສ ໂດກ ໃນ​ວັນ​ທີ 1 ກຸມ​ພາ 2023 ແລະ ຖືກ​ເປີດ​ເຜີຍ​ໃນ​ວັນ​ທີ 2 ກຸມ​ພາ 2023 ສະ​ແດງ​ໃຫ​້​ເຫັນ​ບາ​ລລູນ​ສອດ​ແນມ​ທີ່​ຖືກ​ສົ​ງ​ໄສ​ຂອງ ຈີນ ໃນ​ທ້ອງ​ຟ້າ​ເໜືອ​ເມືອງ ບິ​ລ​ລິງ, ລັດ ມັອນ​ທາ​ນາ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ປະ​ຕິ​ເສດ​ການ​ນຳ​ໃຊ້​ບາ​ລ​ລູນ​ສອດ​ແນມ​ຂອງ ຈີນ ເປັນການ​ຫັນ​ເຫ​ຄວາມ​ສົນ​ໃຈ, ໂດຍ​ເອີ້ນ​ມັນ​ວ່າ ບໍ່​ສຳ​ຄັນ​ເວ​ລາ​ປຽບ​ທຽບ​ໃສ່​ກັບ​ບັນ​ຫາ​ທີ່​ໃຫຍ່ກວ່າ ທີ່​ເກີດ​ມາ​ຈາກ​ການ​ຂະ​ຫຍາຍ​ຄວາມ​ສາ​ມາດ​ເພື່ອ​ຈັດ​ກຳ​ລັງ​ທາງ​ທະ​ຫານ​ໃນ​ອະ​ວະ​ກາດຂອງ ປັກ​ກິ່ງ.

ການ​ໃຊ້​ບາລລູນ​ສອດ​ແນມ​ຂອງ ຈີນ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ໃນ​ຂ່າວນັບ​ຕັ້ງ​ແຕ່​ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ມັນ​ວ່າ​ໄດ້​ຕິດ​ຕາມ​ນຶ່ງ​ໃນ​ອຸ​ປະ​ກອນ​ຢູ່​ລະ​ດັບ​ສູງ ໃນ​ຂະ​ນະ​ທີ່​ມັນ​ເດີນ​ທາງ​ຂ້າມ​ແຜ່ນ​ດິນ​ໃຫຍ່​ຂອງ ສະ​ຫະ​ລັດ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ນັບ​ຕັ້ງ​ແຕ່​ນັ້​ນມາ, ສະ​ຫະ​ລັດ ໄດ້​ຍິງ​ບາລ​ລູນ ຈີນ ໜ່ວຍ​ນຶ່ງ​ຕົກ ແລະ ວັດ​ຖຸ​ຈາກ​ລະ​ດັບ​ສູງ​ທີ່​ມີ​ຄວາມ​ສົງ​ໄສ​ອື່ນໆ​ອີກຫຼາຍ​ອັນ, ດ້ວຍ​ການ​ໃຊ້​ອາ​ວຸດ​ທີ່​ທັນ​ສະ​ໄໝ. ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ກໍ​ຍັງ​ໄດ້ຍອມ​ຮັບ​ວ່າ​ບາ​ລ​ລູນ​ດັ່ງ​ກ່າວ​ແມ່ນ​ສາ​ມາດ​ທີ່​ຈະ​ເກັບ​ກຳ​ຂໍ້​ມູນ​ຢູ່​ບໍ​ລິ​ເວນ​ສະ​ຖານ​ທີ່​ທາງ​ທະ​ຫານ​ທີ່​ລະ​ອຽດ​ອ່ອນ.

ແຕ່​ເລ​ຂາ​ທິ​ການກອງ​ທັບ​ອາ​ກາດ ທ່ານ ແຟ​ຣັ້ງ ເຄັນ​ດອ​ລ ໄດ້​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ, ໃນ​ອີກ​ປະ​ການ​ນຶ່ງ, ການ​ໃຊ້​ບາລລູນ​ຂອງ ຈີນ, ເຊິ່ງ ປັກ​ກິ່ງ ໄດ້​ອະ​ທິ​ບາຍວ່າ ​ເປັນ​ບາ​ລ​ລູນ​ສະ​ພາບ​ອາ​ກາດ​ນັ້ນ, ແມ່ນ​ການ​ຫັນເຫຄວາມ​ສົນ​ໃຈ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG