ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາສະຫະລັດ ຄົນສຳຄັນ ໃຫ້​ການ​ສະ​ໜັບ​ສະ​ໜຸນ ຕໍ່ການສົ່ງລົດຖັງ ເອບຣຳສ໌ M1 ໄປໃຫ້ ຢູເຄຣນ


ພວກທະຫານຢູເຄຣນ ກຳລັງກວດກາ ເລົາປືນລົດຖັງ ໃນລະຫວ່າງການຊ້ອມບຸກໂຈມຕີ, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນຂົງເຂດຊາໂປຣິສເຊຍ ຂອງຢູເຄຣນ, ວັນທີ 23 ມັງກອນ 2023.
ພວກທະຫານຢູເຄຣນ ກຳລັງກວດກາ ເລົາປືນລົດຖັງ ໃນລະຫວ່າງການຊ້ອມບຸກໂຈມຕີ, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນຂົງເຂດຊາໂປຣິສເຊຍ ຂອງຢູເຄຣນ, ວັນທີ 23 ມັງກອນ 2023.

ໃນວັນອັງຄານວານນີ້ ສະມາຊິກສະພາສະຫະລັດ ຄົນສຳຄັນຈຳນວນນຶ່ງໄດ້ຮັບ ຮອງເອົາບາດກ້າວທີ່ສຳຄັນຕໍ່ໄປ ໃນການຊ່ອຍເຫຼືອແກ່ຢູເຄຣນຂອງອາເມຣິກາ ໂດຍມີການຊຸກຍູ້ໃຫ້ທຳນຽບຂາວ ເດີນໜ້າຕາມແຜນການທີ່ຈະສົ່ງລົດຖັງເອບຣຳສ໌ M1 ເພື່ອຕໍ່ສູ້ກັບການຮຸກຮານຂອງຣັດເຊຍ.

“ບໍ່ຄ່ອຍມີເລີຍ ໃນປະຫວັດສາດຂອງການເຮັດສົງຄາມໃນຍຸກສະໄໝໃໝ່ ທີ່ຕ້ອງໄດ້ອາໄສຫຼາຍທີ່ສຸດ ຕໍ່ລົດຖັງທີ່ມີໜ້ອຍຫຼາຍ” ນັ້ນແມ່ນຄຳເວົ້າຂອງທ່ານລິນຊີ ແກຣມ ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ ຫຼັງຈາກທີ່ກັບຄືນມາຈາກການເດີນທາງໄປຢູເຄຣນ. ທ່ານກ່າວອີກວ່າ “ລົດຖັງສາມຮ້ອຍຄັນ ທີ່ໄດ້ມອບໃຫ້ຊາວຢູເຄຣນ ຜູ້ທີ່ມີຄວາມສາມາດເອົາລະບົບອາວຸດໃດໆກໍໄດ້ ແລະໃຊ້ມັນໃຫ້ມີປະສິດທິພາບສູງທີ່ສຸດ.”

ເຖິງແມ່ນຈະມີຄວາມຫຍຸ້ງຍາກຫຼາຍ ໃນການໃຊ້ງານລົດຖັງເອບຣຳສ໌ M1 ທີ່ໃຊ້ນ້ຳມັນອາຍພົ່ນ ກໍຕາມ ມີລາຍງານວ່າ ຄະນະລັດຖະບານຂອງທ່ານໄບເດັນ ກຳລັງຊັ່ງຊາເບິ່ງການສົ່ງພວກລົດຖັງດັ່ງກ່າວ ໄປໃຫ້ຢູເຄຣນ ໂດຍຫວັງວ່າ ມັນຈະເພີ້ມໂອກາດທີ່ເຢຍຣະມັນ ກໍຈະສົ່ງລົດຖັງ ລຽວປາດ (Leopard) ຂອງຕົນເອງ ໄປໃຫ້ຢູເຄຣນ ເຊັ່ນກັນ.

ແຟ້ມພາບ - ລົດຖັງ M1 ເອບຣຳສ໌ ກຳລັງແລ່ນຂ້າມຂົວ ໃນເມືອງແຮລ ຂອງນໍເວ, ວັນທີ 21 ຕຸລາ 2018, ໃນລະຫວ່າງການຊ້ອມລົບທາງທະຫານ. (U.S. Navy photo)
ແຟ້ມພາບ - ລົດຖັງ M1 ເອບຣຳສ໌ ກຳລັງແລ່ນຂ້າມຂົວ ໃນເມືອງແຮລ ຂອງນໍເວ, ວັນທີ 21 ຕຸລາ 2018, ໃນລະຫວ່າງການຊ້ອມລົບທາງທະຫານ. (U.S. Navy photo)

ສ່ວນໂປແລນ ໄດ້ປະກາດໃນວັນຈັນຜ່ານມານີ້ ວ່າ ຕົນຈະຫາທາງຂໍການອະນຸມັດຈາກເຢຍຣະມັນ ເພື່ອສົ່ງພວກລົດຖັງ ລຽວປາດ ຈາກຄັງອາວຸດຂອງຕົນ ແລະອັງກິດ ກໍໄດ້ປະກາດເມື່ອອາທິດແລ້ວນີ້ ວ່າ ຕົນຈະສົ່ງ ລົດຖົງ ຊາລເລັນເຈີ 2 ໄປໃຫ້ຢູເຄຣນ. ບັນດາເຈົ້າໜ້າທີ່ຢູເຄຣນ ໄດ້ກ່າວວ່າ ລົດຖັງ ຊາລເລັນເຈີ 2 ແມ່ນ “ບໍ່ພຽງພໍກັບເປົ້າໝາຍໃນການປະຕິບັດງານ.”

ຢູເຄຣນ ໄດ້ຂໍຮ້ອງຕໍ່ບັນດາປະເທດຕາເວັນຕົກ ຢູ່ເລື້ອຍໆ ໃຫ້ສະໜອງພວກລົດຖັງເພື່ອທີ່ຈະປ້ອງກັນຕົນເອງໄດ້ ຕໍ່ການບຸກລຸກຂອງຣັດເຊຍ. ຢູ່ທີ່ກອງປະຊຸມກັບບັນດາເຈົ້າໜ້າທີ່ອົງການເນໂຕ້ ເມື່ອອາທິດແລ້ວນີ້ ເຢຍຣະມັນ ໄດ້ກ່າວວ່າ ຕົນຈະພິຈາລະນາການສະໜອງລົດຖັງ ລຽວປາດ 2 ຊຶ່ງເຫັນວ່າ ເປັນລົດຖັງທີ່ທັນສະໄໝທີ່ສຸດ ຖ້າຫາກສະຫະລັດ ຈະສະໜອງລົດຖັງ ເອບຣຳສ໌ M1.

ແຫລ່ງຂ່າວທາງອອນໄລນ໌ ຂອງເຢຍຣະມັນ Der Spiegel ແລະອື່ນໆ ໄດ້ອ້າງເຖິງລາຍງານເມື່ອແລງວັນອັງຄານ ທີ່ບໍ່ສາມາດຢັ້ງຢືນໄດ້ເທື່ອ ທີ່ວ່າ ລັດຖະບານເຢຍຣະມັນ ໄດ້ຕັດສິນໃຈ ທີ່ຈະສົ່ງລົດຖັງລຽວປາດ 2 ໃຫ້ຢູເຄຣນ.

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງ ໄດ້ຢືນຢັນຕໍ່ວີໂອເອ ໃນວັນອັງຄານວານນີ້ ວ່າ ສະຫະລັດ ກຳລັງກຽມພ້ອມທີ່ຈະປະກາດວ່າ ຕົນຈະສະໜອງລົດຖັງ ເອບຣຳສ໌ M1 ທີ່ຜະລິດໂດຍສະຫະລັດ ໃຫ້ແກ່ຢູເຄຣນ. ເຈົ້າໜ້າທີ່ຄົນນີ້ ໄດ້ກ່າວວ່າ ພວກລົດຖັງເຫຼົ່ານັ້ນ ເປັນໄປໄດ້ສູງທີ່ຈະຈັດຫາໂດຍຜ່ານໂຄງການລິເລີ້ມ ການຊ່ອຍເຫຼືອດ້ານຄວາມໝັ້ນຄົງແກ່ຢູເຄຣນ ແລະຈາກຄັງອາວຸດສະຫະລັດ ທີ່ມີຢູ່ແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG