ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄອຍະການ ຂອງສານ ອາຊະຍາກໍາສົງຄາມ ຂະເໝນແດງ ລາອອກ (ວີດີໂອ)


ທ່ານ Andrew Cayley ໄອຍະການສານ ອາຊະຍາກໍາສົງ ຄາມນາໆຊາດ ທີ່ລາອອກຈາກຕໍາແໜ່ງ
ທ່ານ Andrew Cayley ໄອຍະການສານ ອາຊະຍາກໍາສົງ ຄາມນາໆຊາດ ທີ່ລາອອກຈາກຕໍາແໜ່ງ
ອົງການສະຫະ​ປະຊາ​ຊາດ ທີ່​ໜູນ​ຫລັງ​ ສານ​ອາ​ຊະ​ຍາ​ກໍາ​ສົງ
ຄາມ ຂະ​ເມນ​ແດງ ​ໃນ​ກໍາປູ​ເຈຍ ​ໄດ້​ປະສົບ​ກັບ​ບັນຫາ​ໃຫຍ່​
ອີກ​ອັນ​ນຶ່ງ ຈາກ​ການ​ລາ​ອອກ​ຂອງນຶ່ງ​ໃນ​ຈໍາ​ນວນ​ ບັນດາໄອ
​ຍະ​ການ.

ທ່ານ Andrew Cayley ຊາວ​ອັງກິດ ​ໄດ້​ອອກ​ຖະ​ແຫລງ​ການ
ໃນ​ວັນ​ຈັນວ່າ ທ່ານ​ໄດ້​ລາ​ອອກ ​ໃນ​ນາ​ມຄູ​ ໄອ​ຍະ​ການນາໆ​
ຊາດ ​ເນື່ອງຈາກ​ເລື້ອງ​ສ່ວນ​ໂຕ. ທ່ານ Caley ​ໄດ້​ຖືກ​ມອບ​
ໝາຍໜ້າປະ​ຈໍາໜ້າ​ທີ່ ​ໃນ​ປີ 2009.

ການໄຕ່​ສວນ​ສານ​ອາ​ຊະ​ຍາ​ກໍາ​ສົງຄາມ ທີ່​ມີ​ທຶນ​ບໍ່​ພຽງພໍ​ໄດ້​ປະສົບ​ກັບ​ບັນຫາ​ຫລາຍໆ​ຢ່າງ ນັບ​ຕັ້ງ​ແຕ່​ໄດ້​ຕັ້ງ​ຂື້ນ​ມາ​ໃນ​ປີ 2006. ພະນັກງານ​ກໍາປູ​ເຈຍ ປະມານ 200 ຄົນ​ຢູ່​ທີ່​ສານ ໄດ້​ພາກັນ​ຢ່າງ​ອອກຈາກ​ໜ້າ​ທີ່​ອາທິດ​ແລ້ວ​ນີ້ ​ເພື່ອ​ຮຽກ​ຮ້ອງ​ໃຫ້​ຈ່າຍ​ຄາ​ເງີ​ນ​ເດືອນ​ທີ່​ຕົກ​ຄ້າງ​ມາ​ໄດ້​ຫລາຍ​ເດືອນ.

​ໃນ​ດ້ານ​ນຶ່ງ​ຂອງ​ສານ ຍັງຂາດ​ເຂີນ​ທຶນເກືອ​ບ 3 ລ້ານ​ໂດລາ
ທີ່ປະສົບ​ກັບ​ການ​ກ່າວ​ຫາວ່າ ມີ​ການບໍລິຫານ​ທີ່ຜິດພາດ ​ແລະ​ສໍ້​ລາດ​ບັງ​ຫລວງ.

Cambodia
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG