ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ເວົ້າ​ວ່າ ສະ​ຫະ​ລັດ ບໍ່​ຄວນມອງ​ຂ້າມ​ກຸ່ມ ອາ​ລ-ໄກ​ດາ ແລະ ລັດ​ອິ​ສ​ລາມ


ຕຶກ​ໂຮງ​ແຮມ​ຢູ່​ໝູ່​ບ້ານ ຊາ​ເຮີ-ອີ-ນໍ ໄດ້​ຮັບ​ຄວາມ​ເສຍ​ຫາຍ, ເຊິ່ງ​ຖືກ​ໂຈມ​ຕີ​ໂດຍ​ກຸ່ມ​ລັດ​ອິ​ສ​ລາມ ແຂວງ​ໂຄ​ຣາ​ຊານ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 13 ທັນ​ວາ 2022.
ຕຶກ​ໂຮງ​ແຮມ​ຢູ່​ໝູ່​ບ້ານ ຊາ​ເຮີ-ອີ-ນໍ ໄດ້​ຮັບ​ຄວາມ​ເສຍ​ຫາຍ, ເຊິ່ງ​ຖືກ​ໂຈມ​ຕີ​ໂດຍ​ກຸ່ມ​ລັດ​ອິ​ສ​ລາມ ແຂວງ​ໂຄ​ຣາ​ຊານ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 13 ທັນ​ວາ 2022.

ເປັນ​ເວ​ລາ​ຫຼາຍ​ເດືອນ​ແລ້ວ​ການ​ເຝົ້າ​ຕິດ​ຕາມ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ ສະ​ຫະ​ລັດ ແມ່ນ​ໄດ້​ມີ​ການ​ປ່ຽນ​ແປງ, ປ່ຽນ​ຈາກ​ການກວດ​ສອບ​ອົງ​ການ​ກໍ່​ການ​ຮ້າຍ​ສາ​ກົນ​ໄປ​ເປັນ​ບຸກ​ຄົນ​ໃນ ສະ​ຫະ​ລັດ ທີ່​ພະ​ຍາ​ຍາມ​ຊອກ​ຫາ​ອຸ​ດົມ​ຄະ​ຕິ​ເພື່ອ​ໃຫ້​ເຫດ​ຜົນ​ຕໍ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ພວກ​ເຂົາ.

ຜູ້​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ເປັນ​ຜູ້​ໂຈມ​ຕີ​, ອີງ​ຕາມ​ການ​ແນະ​ນຳ​ລັດ​ທິ​ກໍ່​ການ​ຮ້າຍ​ຄັ້ງຫຼ້າ​ສຸດຂອງ​ລັດ​ຖະ​ບານນັ້ນ, ແມ່ນ​ຜູ້​ດຳ​ເນີນ​ການ​ຄົນ​ດຽວ ຫຼື ກຸ່ມ​ນ້ອຍໆ​ທີ່​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ໂດຍ​ຄວາມ​ເຊື່ອ​ທີ່​ມີ​ຢ່າງກວ້​າງ​ຂວາງ ແລະ ຄວາມ​ເສຍ​ໃຈ​ສ່ວນ​ຕົວ ຜູ້​ທີ່ໄດ້ “ທຳ​ການ​ຂົ່ມ​ຂູ່​ຢ່າງ​ເດັດ​ດ່ຽວ ແລະ ຮ້າຍ​ແຮງ​ຕໍ່​ບ້ານ​ເກີດ.”

ແຕ່​ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີ​ຄື​ການ​ຍິງ​ສັງ​ຫານ​ໝູ່ໃນ​ເດືອ​ນ​ພຶດ​ສະ​ພາ 2022 ທີ່​ໄດ້​ສັງ​ຫານ​ຄົນ​ຊື້​ເຄື່ອງ​ຜິວ​ດຳ 10 ຄົນ​ໃນ​ເມືອງ ບັບ​ຟາ​ໂລ ລັດ ນິວຢອກ ຍັງ​ສືບ​ຕໍ່​ດຶງ​ດູດຄວາມ​ສົນ​ໃຈ ແລະ ໃຫ້​ຄວາມ​ສົນ​ໃຈຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່. ເຈົ້າ​ໜ້າ​ທີ່​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ ສະ​ຫະ​ລັດ ໄດ້​ເຕືອນ​ວ່າ ກຸ່ມ​ຈີ​ຮາດ, ເຊັ່ນ​ ອາ​ລ-ໄກ​ດາ ແລະ ລັດ​ອິ​ສ​ລາມ, ແມ່ນບໍ່​ສາ​ມາດ​ຖືກ​ລືມ​ໄດ້.

ຜູ້​ອຳ​ນວຍ​ການ​ສູນ​ກາງ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ ທ່ານ​ນາງ ຄ​ຣີ​ສ​ຕີນ ອາ​ບີ​ຊາ​ອິດ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ຢູ່​ງານ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ບັນ ວໍ​ຊິງ​ຕັນ ສຳ​ລັບ​ນະ​ໂຍ​ບາຍ​ຕາ​ເວັນ​ອອກ​ໃກ້ວ່າ “ພວກ​ເຮົາ​ຍັງ​ຈະ​ຕ້ອງ​ໄດ້​ລະ​ມັດ​ລະ​ວັງຫຼາຍ ກ່ຽວ​ກັບ ໄພ​ຂົ່ມ​ຂູ່​ຂອງ​ອົງ​ການ​ທີ່​ວ່າ​ນັ້ນ​ທີ່​ມີ​ຖານທີ່​ໝັ້ນ​ຢູ່​ຕ່າງ​ປະ​ເທດ ທີ່​ຢາກ​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ຕໍ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ຢູ່​ທີ່ນີ້​ໃນ​ບ້ານ​ເກີດ.”

ທ່ານ​ນາງ ໄດ້​ກ່າວດ້ວຍ​ການ​ໃຊ້​ຊື່​ຫຍໍ້​ສຳ​ລັບ​ກຸ່ມ​ລັດ​ອິ​ສ​ລາມ, ເຊິ່ງຮູ້​ຈັກ​ກັນໃນ​ຊື່ IS ຫຼື ແດັ​ສ ວ່າ “ໄພ​ຂົ່ມ​ຂູ່​ທີ່​ມີ​ແຮງ​ບັນ​ດານ​ໃຈ​ຈາກກຸ່ມ​ອາ​ລ-ໄກ​ດາ ແລະ ISIS ແມ່ນ​ຍັງ​ມີ​ຢູ່.”

ການກົດ​ດັນ​ດ້ານ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍຫຼາຍ​ປີ​ໂດຍ ສະ​ຫະ​ລັດ ແລະ ຄູ່​ຮ່ວມ​ຂອງ​ເຂົາ​ເຈົ້າ​ແມ່ນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ສອງ​ກຸ່ມ​ດັ່ງ​ກ່າວ, ດ້ວຍ​ການ​ກຳ​ຈັດ​ຜູ້​ນຳ​ແກນຫຼັກ​ຂອງ​ແຕ່​ລະ​ກຸ່ມ​ອອກ​ໄປ​.

ກຸ່ມ IS ແມ່ນ​ຖືກ​ກະ​ທົບ​ໜັກ​ເປັນ​ພິ​ເສດ, ດ້ວຍ​ການ​ສູນ​ເສຍ ອີ​ເມຍ ສອງ​ຄົນ​ໃນ 12 ເດືອນ​ທີ່​ຜ່ານ​ມາ​ຄື ທ້າວ ອາ​ບູ ອີບ​ຣາ​ຮິມ ອາ​ລ-ຮ​າ​ຊີ​ມີ ອາ​ລ-ຄູ​ຣາ​ຊີ ໃນ​ລະ​ຫວ່າງ​ການ​ບຸກ​ໂຈມ​ຕີ​ໂດຍກອງ​ກຳ​ລັງ​ພິ​ເສດ ສະ​ຫະ​ລັດ ໃນ​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຊີ​ເຣຍ ໃນ​ເດືອນ​ກຸມ​ພາ​ປີ​ກາຍນີ້ ແລະ ທ້າວ ອາ​ບູ ອາ​ລ-ຮາ​ສ​ຊານ ອາ​ລ-ຮາ​ຊີ​ມີ ອາ​ລ-ຄູ​ຣາ​ຊີ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ອິດ​ສະ ຫຼະ​ໂດຍກອງ​ທັບ​ບົກ​ຊີ​ເຣຍ​ເສ​ລີ ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG