ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ງານສະ​ແດງ​ ເຮືອບິນ​ ນາໆຊາດ ເລີ້ມຂຶ້ນ ຢູ່ Dubai


ເຮືອບິນລົບໄອພົ່ນ ຂອງຢູໂຣບ ທີ່ຕັ້ງສະແດງ ຢູ່ໃນງານສະແດງ
ການບິນ ດັ່ງກ່າວ ທີ່ Dubai
ເຮືອບິນລົບໄອພົ່ນ ຂອງຢູໂຣບ ທີ່ຕັ້ງສະແດງ ຢູ່ໃນງານສະແດງ ການບິນ ດັ່ງກ່າວ ທີ່ Dubai
ງານສະ​ແດງ​ການບິນ​ Dubai ​ທີ່​ຈັດ​ຂຶ້ນ​ທຸກໆ​ສອງ​ປີ ຈະ​ເລີ່​ມຂຶ້ນ​ ໃນ​ວັນອາທິດ​ມື້​ນີ້ ຢູ່​ທີ່​ສະໜາມ​ບິນ​ນາໆ​ຊາດ​ແຫ່ງ​ໃໝ່ Al-Maktoum ​ໂດຍ​ມີຜູ້ເຂົ້າຮ່ວມສະ​ແດງ​ປະມານນຶ່ງ​ພັນ​ບໍລິສັດຈາກ​ວົງ​ການ​ການບິ​ນພົນລະ​ເຮືອນ ​ແລະ​ທະຫານ​ຈາກ​ທົ່ວ​ໂລກ ທີ່​ຈະ​ສະ​ແດງ technology ​ໃໝ່​ລ່າ​ສຸດ​ຂອງ​ພວກ​ເຂົາ​ເຈົ້າ.

ງານ​ສະ​ແດງ​ຫ້າ​ວັນ ​ໃນ Dubai ​ໄດ້​ກາຍ​ເປັນ​ງານ​ສໍາຄັນ​ຂອງ​ການແຂ່ງ​ຂັນ​ກັນ​ ລະ ຫວ່າງ​ ບໍລິສັດ​ຜູ້​ສ້າງ​ເຮືອບິນ​ທີ່​ເປັນ​ຄູ່​ແຂ່ງ​ກັນ ຄື​ບໍລິສັດ Boeing ​ແລະ Airbus ຊຶ່ງ​ທັງ​ສອງ​ບໍລິສັດ​ຕ່າງ​ກໍ​ພະຍາຍາມ​ຂາຍ​ເຮືອ ບິນ​ຂອງ​ຕົນ ​ທີ່​ມີ​ມູນ​ຄ່າຫຼາຍພັນ​ລ້ານ​ໂດ​ລ່າ​ນັ້ນ.

ລາຍການ​ສະ​ແດງ​ມື້​ທໍາ​ອິດ​ ​ແມ່ນ​ການສະ​ແດງ​ເປີດ​ຕົວ​ ເຮືອບິນ​ໄອ​ພົ່ນ​ໂດຍສານລຸ້ນລ່າ​ສຸດ 777X ຂອງ​ບໍລິສັດ Boeing ທີ່​ມີ​ສໍານັກງານ​ໃຫຍ່ ​ໃນ​ສະຫະລັດ. ​ໃນ​ການ​ຕົກລົງ​ກັນ​ໃນ​ຕອນ​ຕົ້ນ​ໆ ຄື​ວັນ​ອາທິດ​ມື້​ນີ້ ສາຍ​ການບິນ Emirates Airline ​ໄດ້​ສັ່ງ​ຊື້​ເຮືອບິນ​ໂດຍສານດັ່ງກ່າວຈໍານວນ 150 ລໍາ ​ໃນ​ຂໍ້​ຕົກລົງ​ຊື້​ຂາຍມູນ​ຄ່າ 76 ພັນ​ລ້ານ​ໂດ​ລ່າ.

ສ່ວນ​ບໍລິສັດ Airbus ຂອງ​ຢູ​ໂຣບນັ້ນ ​ແມ່ນ​ມີ​ຄວາມ​ລໍາບາກ​ໃນ​ການ​ຂາຍ ​ເຮືອບິນ​ລຸ້ນ A380 ຂອງ​ຕົນ ຊຶ່ງ​ເປັນ​ເຮືອບິນ​ໂດຍສານ​ທີ່​ໃຫຍ່​ທີ່​ສຸດ​ຂອງ ​ໂລກ ຫຼັງຈາກ​ພົບ​ເຫັນ​ຮອຍ​ແຕກ​ ຢູ່​ປີກ​ເຮືອບິນ​ດັ່ງກ່າວ​ເມື່ອ​ປີກາຍ​ນີ້.

​ແຕ່​ແນວ​ໃດ​ກໍ​ດີ ຄາດ​ວ່າ ບໍລິສັດ Airbus ຈະ​ເຂົ້າຮ່ວມ​ກັບ​ບໍລິສັດ​ໂບອິ້ງ ​ເພື່ອ​ປະກອບ​ທຸລ​ະກິດ​ທີ່​ວ່ອງ​ໄວ​ກັນ ​ໃນຫຼາຍມື້​ຕໍ່ໜ້າ​ນີ້ ​ໃນ​ຂະນະ ທີ່​ສາຍ​ການບິນ​ຕ່າງໆ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກໍາລັງ​ຫາ​ທາງ​ຂະຫຍາຍກິດຈະ ການ​ອອກ​ໄປ ທ່າມກາງການແຂ່ງຂັນ​ກັນ​ຢ່າງ​ໃຫຍ່ ສໍາລັບ​ການບໍລິການ​ຜູ້​ໂດຍສານ ​ແລະ​ສິນຄ້າ ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG