ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ໃຫ້​ປາກ​ຄຳ ເພື່ອ​ຟ້ອງ​ຮ້ອງທ່ານ ທ​ຣຳ ອາດມີ​ຄວາມ​ເປັນ​ໄປ​ໄດ້


ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ, ທ່ານ ເຈີ​ໂຣ​ລ ແນດ​ເລີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ລັດ ນິວຢອກ. ເດີນ​ທາງ​ຮອດ​ຫໍ​ລັດ​ຖະ​ສ​ະ​ພາ ເພື່ອ​ຟັງ​ການ​ໃຫ້​ປາກ​ຄຳ. 7 ທັນ​ວາ, 2017.
ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ, ທ່ານ ເຈີ​ໂຣ​ລ ແນດ​ເລີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ລັດ ນິວຢອກ. ເດີນ​ທາງ​ຮອດ​ຫໍ​ລັດ​ຖະ​ສ​ະ​ພາ ເພື່ອ​ຟັງ​ການ​ໃຫ້​ປາກ​ຄຳ. 7 ທັນ​ວາ, 2017.

ສະ​ມາ​ຊິກ​ສະ​ພາ​ ສະ​ຫະ​ລັດ ທີ່ສຳ​ຄັນ​ຜູ້​ນຶ່ງ​ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ພັກ​ເດ​ໂມ
ແຄຣັດ ໃນສະພາຕ່ຳ ອາດດຳເນີນການຮ້ອງຟ້ອງປະທານາທິບໍດີ ດໍໂນລ ທຣຳ, ໂດຍ
ເວົ້າວ່າ ຜູ້ນຳ ສະຫະລັດ ໄດ້ “ຫຸ້ມລ້ອມຕົນເອງໄປດ້ວຍພວກຄົນຫຼອກລວງ” ແລະ ເປັນ
ສ່ວນນຶ່ງຂອງການລວມຫົວກັນຢ່າງກວ້າງຂວາງ ຕ້ານປະຊາຊົນ ອາເມຣິກັນ” ເພື່ອໃຫ້
ໄດ້ຮັບໄຊຊະນະໃນການເລືອກຕັ້ງ ປີ 2016.

ສະ​ມາ​ຊິ​ກສະພາ​ຕ່ຳ ທ່ານ ເຈ​ໂຣ​ລ ແນດ​ເລີ (Jerrold Nadler), ສັງກັດພັກ​ເດ​ໂມ​
ແຄຣັດ ຈາກລັດ ນິວຢອກ ທີ່ມີກຳນົດຈະໄດ້ເປັນປະທານຂອງຄະນະກຳມະການຕຸລາ
ການສະພາຕ່ຳ ເມື່ອພັກເດໂມແຄຣັດ ເຂົ້າຄວບຄຸມໃນສະພາເດືອນໜ້ານີ້ ໄດ້ກ່າວຕໍ່
ໂທລະພາບ CNN ວ່າ ບັນດາສະມາຊິກສະພາ ໄດ້ຕັດສິນວ່າການກ່າວຫາ ຕໍ່ທ່ານ
ທຣຳ “ແມ່ນສຳຄັນແນວໃດ”, ແຕ່ຄວນດຳເນີນການກ່າວຫາຟ້ອງຮ້ອງ “ສຳລັບການ
ກະທຳຜິດທີ່ຮ້າຍແຮງເທົ່ານັ້ນ.”

ທ່ານ ແນດ​ເລີ ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ສອງວັນ ຫຼັງ​ຈາກ​ບັນ​ດາ​ໄອ​ຍະ​ການ​ລັດ​ຖະ​ບານ​
ກາງ ໄດ້ກ່າວຫາອະດີດທະນາຍຄວາມຂອງທ່ານ ທຣຳ, ທ່ານ ໄມເຄິລ ໂຄເຮັນ, “ໃນ
ການປະສານງານກັບ ແລະ ຕາມການຊີ້ນຳ” ຂອງທ່ານ ທຣຳ, ກ່ຽວກັບ ການຈັດການ
ຈ່າຍເງິນປິດປາກ 280,000 ໂດລາໃຫ້ແມ່ຍິງສອງຄົນ ກ່ອນການເລືອກຕັ້ງປີ 2016
ຜູ້ທີ່ໄດ້ກ່າວຫາວ່າ ເຂົາເຈົ້າໄດ້ນອນກັບທ່ານ ທ​ຣຳ ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຈະ​ປິດ​ປາກ​ມິດ
ງຽບໄວ້ກ່ອນວັນເລືອກຕັ້ງ.

ທ່ານ ແນດ​ເລີ ໄດ້​ກ່າວ​ວ່າ ຖ້າ​ພິ​ສູດ​ວ່າ​ເປັນ​ຄວາມ​ຈິງ, ການ​ກ່າວ​ຫາ​ຕໍ່​ທ່ານ ທ​ຣຳ “ກໍ
ແນ່ນອນວ່າ ເປັນການກະທຳຜິດທີ່ສາມາດຟ້ອງຮ້ອງໄດ້.” ສິ່ງດັ່ງກ່າວນັ້ນອາດນຳໄປ
ສູ່ການປົດທ່ານອອກຈາກຕຳແໜ່ງກໍເປັນໄດ້, ຖ້າສະພາສູງຕັດສິນວ່າ ທ່ານມີຄວາມ
ຜິດໂດຍໄດ້ຮັບຄະແນນສຽງ ສອງສ່ວນສາມ, ການສະເໜີດັ່ງກ່າວເປັນທີ່ໜ້າສົງໄສ
ດ້ວຍພັກຣີພັບບລີກັນ ຈະເປັນຜູ້ສືບຕໍ່ຄວບຄຸມສະພາສູງໃນລັດຖະສະພາ ເຊິ່ງຈະ
ເຂົ້າປະຕິບັດໜ້າທີ່ໃນເດືອນມັງກອນນີ້.

ທ່ານ ແນດ​ເລີ ໄດ້​ເວົ້າ​ວ່າບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້ “ກວດ​ສອບ​ເບິ່ງ​ເລື້ອງທັງ​ໝົດ​ນີ້​
ແລ້ວ,” ພ້ອມກັບພິຈາລະນາເບິ່ງສິ່ງທີ່ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ໄດ້
ສະຫຼຸບ ກ່ຽວກັບ ການກ່າວຫາວ່າທ່ານ ທຣຳ ແລະ ການໂຄສະນາຫາສຽງຂອງທ່ານ
ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ເພື່ອຊ່ວຍໃຫ້ເພິ່ນໄດ້ຮັບໄຊຊະນະໃນການເລືອກຕັ້ງ
ແລະ ວ່າທ່ານ ທຣຳ, ໃນຖານະເປັນປະທານາທິບໍດີ ໄດ້ຂັດຂວາງຂະບວນການຍຸຕິ
ທຳ ໂດຍການພະຍາຍາມທີ່ຈະທຳລາຍການສອບສວນທີ່ດຳເນີນມາໄດ້ 19 ເດືອນ
ນັ້ນ.

ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ມີນະ​ໂຍ​ບາຍ​ທີ່​ແນ່ນອນ ຕໍ່​ການ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະ​ດີ​
ປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່, ແຕ່ຢ່າງໃດກໍຕາມ ເຂົາເຈົ້າກໍສາມາດຕັ້ງຂໍ້ກ່າວ
ຫາໄດ້ ຫຼັງຈາກລົງຕຳແໜ່ງ. ທ່ານ ແນດເລີ ໄດ້ກ່າວວ່າ, ແນວໃດກໍຕາມ, “ມັນບໍ່ມີ
ຫຍັງໃນລັດຖະທຳມະນູນ ທີ່ຫ້າມບໍ່ໃຫ້ປະທານາທິບໍດີຖືກດຳເນີນຄະດີ. ບໍ່ມີໃຜຄວນ
ຢູ່ເໜືອກົດໝາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG