ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກພັກເດໂມແຄຣັດ ທີ່ສຳຄັນ ສ່ຽງທີ່ຈະຜ່າຍແພ້ ໃນການເລື້ອກຕັ້ງ ສະມາຊິກສະພາ ຂັ້ນຕົ້ນ


ສະມາຊິກສະພາຕ່ຳ ສະຫະລັດ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ທ່ານນາງ ອາແລັກແຊນເດຣຍ ໂອຄາຊີໂອ-ຄໍເທສ, ຊ້າຍ, ຖ່າຍຮູບດ້ວຍໂທລະສັບມືຖື ກັບຜູ້ສະໜັບສະໜຸນຄົນນຶ່ງ ໃນຂະນະທີ່ໄປທັກທາຍ ພວກຜູ້ໄປປ່ອນບັດ ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນຂອງລັດ ຢູ່ນອກຮ້ານຄ້າ ໃນຄຸ້ມອາສໂຕເຣຍ ຂອງເຂດຄວີນສ໌ ໃນນິວຢອກ.
ສະມາຊິກສະພາຕ່ຳ ສະຫະລັດ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ທ່ານນາງ ອາແລັກແຊນເດຣຍ ໂອຄາຊີໂອ-ຄໍເທສ, ຊ້າຍ, ຖ່າຍຮູບດ້ວຍໂທລະສັບມືຖື ກັບຜູ້ສະໜັບສະໜຸນຄົນນຶ່ງ ໃນຂະນະທີ່ໄປທັກທາຍ ພວກຜູ້ໄປປ່ອນບັດ ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນຂອງລັດ ຢູ່ນອກຮ້ານຄ້າ ໃນຄຸ້ມອາສໂຕເຣຍ ຂອງເຂດຄວີນສ໌ ໃນນິວຢອກ.

ບັນດາສະມາຊິກພັກເດໂມແຄຣັດທີ່ມີຊື່ສຽງຈຳນວນນຶ່ງ ມີໂອກາດທີ່ຈະຜ່າຍແພ້ບ່ອນນັ່ງຂອງພວກເພິ່ນຢູ່ໃນລັດຖະສະພາ ຫຼັງຈາກທີ່ຜູ້ມີສິດເລືອກຕັ້ງທັງຫຼາຍ ຢູ່ໃນ 4 ລັດຂອງສະຫະລັດ ປ່ອນບັດຂອງພວກເຂົາເຈົ້າ ໃນການເລືອກຕັ້ງຂັ້ນຕົ້ນ ໃນວັນອັງຄານວານນີ້.

ອະດີດອຳນວຍການໂຮງຮຽນມັດທະຍົມກາງ ທ່ານຈາມອລ ໂບແມນ ຜູ້ທີ່ບໍ່ເຄີຍລົງແຂ່ງຂັນ ເປັນສະມາຊິກສະພາມາກ່ອນເລີຍ ໄດ້ຮັບຄະແນນສຽງນຳໜ້າ ສະມາຊິກສະພາຕ່ຳ ທ່ານແອລີອັອດ ເອັງໂຈລ ປະທານຄະນະກຳມະການຮັບຜິດຊອບດ້ານການຕ່າງປະເທດຂອງສະພາຕ່ຳ 61 ເປີເຊັນຕໍ່ 36 ເປີເຊັນ ຊຶ່ງເປັນ ອັດຕາການນັບຄະແນນສຽງຂອງຜູ້ອອກມາປ່ອນບັດ.

ບັນດາເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງຂອງລັດນິວຢອກ ໄດ້ກ່າວເຕືອນວ່າ ໂດຍມີຈຳນວນການສົ່ງບັດເລືອກຕັ້ງທາງໄປສະນີ ຢ່າງຫຼວງຫຼາຍ ຊຶ່ງຈະຍັງບໍ່ທັນໄດ້ຖືກນັບເທື່ອຈົນເຖິງອາທິດໜ້າພຸ້ນ ຜົນສະຫລຸບຈາກການປ່ອນບັດເລືອກ ຕັ້ງໃນວັນອັງຄານວານນີ້ ຈະຕ້ອງໄດ້ໃຊ້ເວລາຕື່ມອີກຈັກໜ້ອຍນຶ່ງ.

ທ່ານໂບແມນ ໄດ້ສະແດງຄວາມໝັ້ນໃຈກ່ຽວກັບຜົນທີ່ຈະອອກມາຕໍ່ການສະໜັບສະໜຸນຂອງທ່ານ ທີ່ໄດ້ຮັບ ເມື່ອຕອນແລງວັນອັງຄານວານນີ້ ໂດຍກ່າວໄປວ່າ “ຂ້າພະເຈົ້າລໍຖ້າບໍ່ໄຫວທີ່ຈະໄປຍັງລັດຖະສະພາ ແລະສ້າງບັນຫາໃຫ້ແກ່ພວກຄົນຢູ່ທີ່ນັ້ນ ຜູ້ທີ່ໄດ້ຮັກສາສະພາບການທີ່ເປັນຢູ່ໃນປັດຈຸບັນ ຊຶ່ງເວົ້າໄດ້ວ່າ ເປັນການເຂັ່ນຂ້າລູກເຕົ້າຂອງພວກເຮົາ.”

ທ່ານເອັນໂຈລ ໄດ້ກ່າວໃນຖະແຫລງການວ່າ “ໂດຍມີບັດເລືອກຕັ້ງທາງໄປສະ ນີຈຳນວນຫຼາຍ ທີ່ຍັງບໍ່ທັນຖືກນັບ ແລະຍັງອີກຫຼາຍທີ່ກຳລັງເຂົ້າມາຢູ່ ພວກເຮົາຮູ້ດີວ່າ ຜົນສະຫລຸບຢ່າງຄົບຖ້ວນ ໃນການເລືອກຕັ້ງຂັ້ນຕົ້ນນີ້ ກໍຈະບໍ່ຮູ້ໄດ້ ໃນຊົ່ວອີກໄລຍະນຶ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG