ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຮມຊຸມນຸມທີ່ສຳຄັນຂອງຈີນ ເຫັນບົດບາດທີ່ໃຫຍ່ຂຶ້ນຂອງພັກຄອມມູນິສ ໃນດ້ານການເງິນ


ແຟ້ມພາບ - ປະທານ​ປະ​ເທດ​ຈີນ​ ທ່ານ​ສີ​ ຈິ້ນ​ຜິ​ງ, ຊ້າຍ, ໂອ້ລົມກັບ ນາຍົກລັດຖະມົນຕີຈີນ ​ທ່ານ ລີ ຈຽງ​ ໃນລະຫວ່າງກອງປະຊຸມສະພາປະຊາຊົນແຫ່ງຊາດຂອງຈີນ ຢູ່ທີ່ຫໍປະຊຸມໃຫຍ່ ໃນນະຄອນຫຼວງປັກກິ່ງ ວັນທີ 12 ມີນາ 2023.
ແຟ້ມພາບ - ປະທານ​ປະ​ເທດ​ຈີນ​ ທ່ານ​ສີ​ ຈິ້ນ​ຜິ​ງ, ຊ້າຍ, ໂອ້ລົມກັບ ນາຍົກລັດຖະມົນຕີຈີນ ​ທ່ານ ລີ ຈຽງ​ ໃນລະຫວ່າງກອງປະຊຸມສະພາປະຊາຊົນແຫ່ງຊາດຂອງຈີນ ຢູ່ທີ່ຫໍປະຊຸມໃຫຍ່ ໃນນະຄອນຫຼວງປັກກິ່ງ ວັນທີ 12 ມີນາ 2023.

ຈີນ​ຈະ​ຍົກລະດັບການ​ນຳພາ​ຂອງ​ພັກ​ຄອມ​ມູນິສ​ຈີນ​ ໃນ​ຂະ​ແໜງອຸດສາຫະກຳ​ການ​ເງິນ ທີ່ມີມູນຄ່າ 61 ພັນ​ຕື້​ໂດ​ລາ ​ແລະ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງດ້ານ​ໜີ້​ສິນ​ໃນທ້ອງ​ຖິ່ນ, ສື່​ມວນ​ຊົນ​ຂອງ​ລັດ​ລາຍ​ງານ, ​ໂດຍ​ອ້າງ​ເຖິງ​ກອງ​ປະຊຸມ​ນະ​ໂຍບາຍ​ການ​ເງິນ​ທີ່ສຳຄັນສອງ​ຄັ້ງ​ຕໍ່​ທົດ​ສະ​ວັດ ​ທີ່​ໄດ້ຂຶ້ນ​ໃນ​ວັນ​ທີ 30 ຫາ 31 ຕຸລາ, ອີງຕາມອົງການຂ່່າວຣອຍເຕີສ໌.

ຈີນ​ຈະ​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ​ຄອມ​ມູນິສ​ແບບລວມສູນ ​ແລະ ​ເປັນ​ເອກະພາບ​ໃນດ້ານ​ວຽກ​ງານ​ການ​ເງິນ, ໂດຍອ້າງເຖິງຄຳເວົ້າສ່ວນນຶ່ງຂອງກອງ​ປະຊຸມ​ວຽກ​ງານ​ການ​ເງິນ​ສູນ​ກາງ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ການປະຊຸມ​ດັ່ງກ່າວ​ ເຊິ່ງມີ ປະທານ​ປະ​ເທດ​ຈີນ​ ທ່ານ​ສີ​ ຈິ້ນ​ຜິ​ງ ​ແລະ ນາຍົກລັດຖະມົນຕີຈີນ ​ທ່ານ ລີ ຈຽງ​ ເຂົ້າຮ່ວມ, ​ກ່າວ​ວ່າ ຈີນ​ຈະ​ສ້າງ​ກົນ​ໄກ​ສຳລັບແກ້​ໄຂ​ຄວາມ​ສ່ຽງດ້ານ​ໜີ້​ສິນ​ໃນທ້ອງ​ຖິ່ນ ​ແລະ​ຄຸ້ມ​ຄອງ​ໜີ້​ສິນ​ຂອງ​ລັດຖະບານ​ທ້ອງ​ຖິ່ນ.

ນອກຈາກ​ນີ້ ​ຍັງ​ຈະ​ຊ່ວຍ​ໃນເລື້ອງ​ຄວາມ​ຕ້ອງການ​ດ້ານ​ການ​ເງິນ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ວິ​ສາ​ຫະກິດ​ອະສັງຫາລິມະ​ຊັບ​ທຸກ​ປະ​ເພດ ​ແລະ ດຳ​ເນີນ​ນະ​ໂຍບາຍ​ທີ່​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຢູ່​ອາ​ໄສ, ອີງຕາມຄຳເວົ້າສ່ວນນຶ່ງໃນ ກອງປະຊຸມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG