ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດ່ານຊາຍແດນທີ່ສຳຄັນ ລະຫວ່າງ ອັຟການິສຖານ - ປາກິສຖານ ໄດ້ເປີດຄືນໃໝ່ ຫຼັງຈາກການເຈລະຈາລະດັບສູງ

ໄຟລ໌ພາບ - ລົດບັນທຸກສະບຽງສຳລັບອັຟການນິຖານ ທີ່ຕິດຄ້າງ ເຂົ້າຈອດໃນສະຖານີ ຄ້າງກັບທາງຫຼວງ ໃນວັນທີ 21 ກຸມພາ 2023, ພາຍຫຼັງ ຕາລີບານ ອັຟການິ​ສຖານ ໄດ້ປິດດ່ານຂ້າມຊາຍແດນທີ່ສຳຄັນ ທອກແຮມ (Torkham) ໃນເມືອງ ໄຄເບີ ຂອງປາກິສຖານ ຕິດ​ກັບຊາຍແດນອັຟການິສຖານ.

ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສຖານ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເປີດ​ດ່ານ​ຊາຍ​ແດນ ​ທີ່​ມີ​ຜູ້​ຄົນ​ໄປ​ມາ​ຢ່າງ​ຫຼວງ​ຫຼາຍ ກັບ​ປາ​ກິ​ສ​ຖານ​ຄືນ​ໃໝ່ ຫຼັງ​ຈາກ​ໄດ້​ປິດ​ລົງ​ເປັນ​ເວ​ລາ 4 ມື້ ​ຊຶ່ງເຮັດໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ຫຼາຍ​ພັນ​ຄົນ ແລະ​ຂະ​ບວນລົດສິນ​ຄ້າ​ ທີ່ຂົນ​ສະ​ບຽງ​ອາ​ຫານ​ ​ຕິດ​ຄ້າງ​ຢູ່ທັງ​ສອງ​ຟາກ​ຝັ່ງ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ​ກ່າວໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ດຳເນີນການຕາມ "ຂໍ້​ກຳ​ນົດ​ດ້ານ​ບໍ​ລິ​ຫານ" ເພື່ອ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຜ່ານ​ດ່ານ ທອກແຮມ (Torkham).

ທ່ານ.​ມຸລລາຫ໌ ອັບດຸລ ການີ, ຮອງລັດຖະມົນຕີເສດຖະກິດ ທີ່ໄດ້ຖືກແຕ່ງຕັ້ງໂດຍກຸ່ມຕາລີບານ, ດ້ານຂວາມື, ໂອ້ລົມກັບ ທ່ານ ຄາວາຈາ ໂມຮາມມັດ ອາຊີຟ, ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ ປາກີສຖານ ລະຫວ່າງການປະຊຸມໃນນະຄອນ ກາບູລ ວັນທີ 22 ກຸມພາ 2023

ການເປີດຄືນດັ່ງກ່າວ ໄດ້ມີຂຶ້ນນຶ່ງມື້ ຫລັງຈາກຄະນະຜູ້ແທນຂັ້ນສູງຂອງປາກິສຖານ ໄດ້ໄປຢ້ຽມຢາມນະຄອນຫຼວງກາບູລຂອງອັຟການິ​ສຖານ ເພື່ອປຶກສາຫາ ລື ກ່ຽວກັບຄວາມໝັ້ນຄົງ ຊາຍແດນ, ການຕໍ່ຕ້ານການກໍ່ການຮ້າຍ ແລະການຮ່ວມມືທາງດ້ານເສດຖະກິດ ກັບພວກຜູ້​ນຳ​ຕາລີບານ ຂອງປະເທດເພື່ອນບ້ານ ທີ່ບໍ່ມີທາງອອກສູ່ທະເລ.

ທອກແຮມ (Torkham), ເຊິ່ງເປັນນຶ່ງໃນຫຼາຍດ່ານ ຢູ່ໃນຊາຍແດນຍາວເກືອບ 2,600 ກິໂລແມັດ ທີ່ແບ່ງສອງປະເທດອອກ​ຈາກ​ກັນ, ໄດ້ຖືກປິດໂດຍກຸ່ມຕາລີບານໃນວັນອາທິດ, ໂດຍກ່າວຫາວ່າເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຂອງປາ​ກິ​ສ ຖານວ່າ "ປະພຶດບໍ່ເໝາະສົມ" ຕໍ່ນັກທ່ອງທ່ຽວອັຟການິ​ສຖານ, ລວມທັງຜູ້ທີ່ຊອກຫາການດູແລທາງການແພດ ໃນປາກີສຖານ.

ອ່ານຂ່າວເປັນພາສາອັງກິດທີ່ນີ້

XS
SM
MD
LG