ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຄວິນ ກອງສະມິດ ນັກທຸລະກິດຂະໜາດນ້ອຍ ກຳລັງຕໍ່ສູ້ ກັບວິດກິດການ ໂຄວິດ-19


ທ່ານແຄວິນ ກອງສະມິດ ແລະພັນລະຍາ ຍານາງມະນີໄລ ເຈົ້າຂອງຮ້ານຂາຍກາເຟ KSJ.
ທ່ານແຄວິນ ກອງສະມິດ ແລະພັນລະຍາ ຍານາງມະນີໄລ ເຈົ້າຂອງຮ້ານຂາຍກາເຟ KSJ.

ຫວ່າງສາມເດືອນທີ່ຜ່ານມານີ້ ລັດຖະບານກາງສະຫະລັດ ໄດ້ອະນຸມັດເງິນຊ່ວຍ ເຫຼືອ
ກວ່າ 6 ພັນຕື້ໂດລາ ເພື່ອກອບກູ້ເສດຖະກິດ ຊຶ່ງສ່ວນຫຼາຍ ແມ່ນໄດ້ມອບ ໃຫ້ບັນດາບໍ
ລິສັດຮ້ານຄ້າຂະໜາດໃຫຍ ຊຶ່ງໄດ້ຮັບຜົນກະທົບ ຈາກການລະບາດ ຂອງໂຄວິດ-19
ທີ່ໄດ້ຍື່ນຄຳຮ້ອງໄປກ່ອນ ແຕ່ວ່າບັນດາທຸລະກິດຂະໜາດນ້ອຍ ຫຼື SBA PPP ຫຼື
Small Business Association Paycheck Protec-tion Packet ຍັງພາກັນລໍຖ້າ
ການຊ່ວຍເຫຼືອ ດັ່ງກ່າວນີ້ຢູ່ ແລະບໍ່ຊາບວ່າມື້ໃດເຂົາເຈົ້າຈະໄດ້ຮັບ. ທ່ານແຄວິນ ກອງ
ສະມິດ ແມ່ນຜູ້ນຶ່ງໃນຈຳນວນບັນດາເຈົ້າ ຂອງຮ້ານຂາຍກາເຟ KSJ Cafe ຢູ່ເມືອງ
Vancouver ລັດ Washington ທີ່ເປີດທຸລະກິດມາໄດ້ 10 ປີນີ້ແລ້ວ. ການເຮັດທຸລະ
ກິດນີ້ ທ່ານແຄວິນຕ້ອງໄດ້ ເສຍຄ່າໃຊ້ຈ່າຍຫຼາຍຢ່າງ ເຊັ່ນວ່າຄ່າເຊົ່າ ຄ່ານໍ້າ ຄ່າໄຟ ຄ່າໂຄສະນາ ຄ່າທຳ ຄວາມສະອາດ ຄ່າພາສີປະຈຳເມືອງ ພາສີປະຈຳລັດ ພາສີລັດຖະ
ບານກາງ ຕະຫຼອດທັງຄ່າປະກັນໄພ ຄ່າສ້ອມແປງ ຄ່າຂົນສົ່ງ ຄ່າທະນາຄານ ເຫລົ່ານີ້
ເປັນຕົ້ນ. ລວມຄ່າໃຊ້ຈ່າຍທັງໝົດແລ້ວປີນຶ່ງບໍ່ຕໍ່າກວ່າ 20,000 ໂດລາ. ເງິນ ທີ່ເຫຼືອ
ນັ້ນ ຈຶ່ງຖືວ່າເປັນຄ່າແຮງງານແລະກຳໄລໃຫ້ແກ່ຕົນເອງ.

ໃນໄລຍະສາມເດືອນທີ່ຜ່ານມານີ້ ຍັງບໍ່ທັນມີຮ່ອງຮອຍຈາກທາງການປະກາດ ໃຫ້ເປີດ
ທຸລະກິດຄືນໃໝ່ໄດ້. ເຖິງຢ່າງໃດກໍດີຄວາມຮັບຜິດຊອບຂອງການເສຍ ຄ່າພາສີ ແລະ
ຄ່າໃຊ້ຈ່າຍຕ່າງໆກຳລັງຖືກພິຈາລະນາຈາກທາງຂັ້ນສູງວ່າ ຈະເອົາ ມາດຕະການຢ່າງ
ໃດ ດັ່ງທີ່ທ່ານແຄວິນ ໄດ້ກ່າວເຖິງສະພາບການສູ່ວີໂອເອຟັງ ດັ່ງນີ້.


ທ່ານແຄວິນ ກອງສະມິດ ເປັນນັກທຸລະກິດທີ່ສະຫຼາດ ເປັນຜູ້ນຳພາຄອບຄົວທີ່ ເຂັ້ມແຂງ
ແລະມີຄວາມຮັບຜິດຊອບສູງເພື່ອຕໍ່ສູ້ກັບສະພາບການຕ່າງໆໆ. ເພື່ອ ເປັນການພັກຜ່ອນ
ທາງດ້ານຈິດໃຈ ຈາກຄວາມກົດດັນນີ້ ໃນວັນອາທິດ ທີ 21 ພຶດສະພາຜ່ານມາ ໃນຂະນະ
ທີ່ຊາວອາເມຣິກັນພາກັນສະຫຼອງວັນພໍ່ ທ່ານແຄ ວິນ ແລະຄອບຄົວ ໄດ້ສວຍໂອກາດນີ້ໄປຕາກອາກາດທີ່ແຄມທະເລຢ່າງມ່ວນຊື່ນ.

ເຊີນຊົມ ວີດີໂອ
please wait

No media source currently available

0:00 0:00:12 0:00
ລິງໂດຍກົງ


XS
SM
MD
LG