ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ທ້າວ ເຄວິນ ດູຣານຕ໌ ຍິງເຂົ້າບ້ວງໄດ້ 25 ຄະແນນ ຊ່ອຍໃຫ້ທີມ ຟີນິກສ໌ ສັນ ຊະນະ ທີມ ຄລິບເປີ້ສ໌ ໃນຊ່ວງຕໍ່ເວລາ


ທ້າວແຄບວິນ ດູຣານຕ໌ ຂອງທີມ ຟີນິກສ໌ ສັນ ກຳລັງຍິງບານໃສ່ບ້ວງ ໃນເກມການເປີດລະດູການໃໝ່ ຂອງ NBA ຫຼື ສະມາຄົມບານບ້ວງແຫ່ງຊາດ ທີ່ແຂ່ງກັບທີມ ຄລິບເປີສ໌ (Clippers).
ທ້າວແຄບວິນ ດູຣານຕ໌ ຂອງທີມ ຟີນິກສ໌ ສັນ ກຳລັງຍິງບານໃສ່ບ້ວງ ໃນເກມການເປີດລະດູການໃໝ່ ຂອງ NBA ຫຼື ສະມາຄົມບານບ້ວງແຫ່ງຊາດ ທີ່ແຂ່ງກັບທີມ ຄລິບເປີສ໌ (Clippers).

ທ້າວ ເຄວິນ ດູຣານຕ໌ ຍິງຄະແນນໄດ້ 25 ແຕ້ມ ລວມທັງການຍິງບານເຂົ້າ ບ້ວງເປັນຄະແນນຈາວກັນ ໃນເວລາທີ່ເຫຼືອຂອງເກມພຽງ 21.2 ວິນາທີ ໃນເກມການແຂ່ງຂັນ ຂະນະທີ່ທີມມາຢ້ຽມ ຄື ຟີນິກສ໌ ຊັນ (Phoenix Sun) ສາມາດຄວ້າໄຊຊະນະມາໄດ້ດ້ວຍຄະແນນ 116 ຕໍ່ 113 ໃນຊ່ວງການຕໍ່ເວລາ ຕື່ມ ຂອງລະດູການແຂ່ງຂັນແບສເກັດບອລ ຫຼື ບານບ້ວງ ທີ່ເປີດໂຕສະໜາມ ກິລາແຫ່ງໃໝ່ ຂອງທີມ ລອສ ແອນເຈີເລສ ຄລິບເປີສ ທີ່ມີມູນຄ່າ 2 ຕື້ໂດລາ ສະຫະລັດ ຢູ່ທີ່ເມືອງອິງໂກລວູດ ລັດຄາລີຟໍເນຍ.

ທ້າວ ແບຣດລີ ບີລ ຂອງທີມຟີນິກສ໌ ຍິງຄະແນນໄດ້ 24 ຄະແນນ ແລະທ້າວ ເດວິນ ບຸກເກີ ຍິງຄະແນນໄດ້ຕື່ມ 15 ຄະແນນ ກ່ອນທີ່ລາວ ເຮັດຟາວຈຶ່ງ ຖືກສົ່ງອອກຈາກການແຂ່ງຂັນ. ທ້າວ ບຸກເກີ ຮຶດຂຶ້ນໃນຕອນທ້າຍຂອງເກມ ຫຼັງຈາກທີ່ຍິງເຂົ້າໄດ້ພຽງຫົກຄະແນນ ຜ່ານເວລາຂອງເກມສາມສ່ວນສີ່ໄປແລ້ວ ນັ້ນ ຂະນະທີ່ທີມ ຊັນສ໌ ຊະນະໃນເກມການເປີດໂຕຄູຝຶກຄົນໃໝ່ຂອງທີມ ຄື ທ່ານ ໄມ້ຄ໌ ບູເດັນໂຮລເຊີ (Mike Budenholzer).

ສ່ວນທ້າວເຈມສ໌ ຮາຣເດນ ຍິງຄະແນນໄດ້ 29 ຄະແນນ, ໂດດເອົາບານ ຫຼື ຣີບາວ ໄດ້ 12 ເທື່ອ ແລະສົ່ງບານຕໍ່ທຳຄະແນນແປດເທື່ອ ສຳລັບທີມ ຄລິບເປີສ໌ ແຕ່ຍິງລູກໃໝທີ່ຈະຈາວກັນນັ້ນ ບໍ່ເຂົ້າ ໂດຍມີເວລາເຫຼືອພຽງແຕ່ 4.8 ວິນາທີໃນຊ່ວງການຕໍ່ເວລາຂອງເກມການແຂ່ງຂັນ. ທ້າວ ອີວິກາ ຊູບັກ ຍິງຄະແນນໄດ້ 21 ຄະແນນ ແລະໂດດເອົາບານຣີບາວ ໄດ້ເກົ້າເທື່ອສຳລັບທີມ ລອສ ແອນເຈີເລສ ກ່ອນທີ່ລາວໄດ້ຟາວ ຈຶ່ງຖືກສົ່ງອອກຈາກເກມໃນຊ່ວງ ການຕໍ່ເວລາ, ໃນຄະນະດຽວກັນ ທ້າວ ນໍຣແມນ ພາວໂວລ ກໍຍິງເຂົ້າໄດ້ 17 ຄະແນນ.

ທີມຄລິບເປີສ໌ ມີໂອກາດທີ່ຈະ​ຕີ​ສະ​ເໝີໄດ້ ໃນການຍິງລູກ 3 ຄະແນນ ໃນຕອນວິນາທີສຸດທ້າຍຂອງຊ່ວງການຕໍ່ເວລານັ້ນ ແຕ່ ທ້າວ ຮາຣເດັນ ເຮັດໃຫ້ສູນເສຍການຄອບຄອງບານຕັ້ງແປດເທື່ອໃນເກມຄືນນັ້ນ ຈຶ່ງເຮັດໃຫ້ ໂອກາດທີ່ຈະຈາວກັນໃນຊ່ວງການຕໍ່ເວລາເປັນຄັ້ງທີສອງນັ້ນ ໝົດໄປ.

ທີມຄລິບເປີສ໌ ບໍ່ມີດາຣາຄື ທ້າວ ຄາວີ ລີອອນນາຣ (Kawhi Leonard) ຜູ້ທີ່ບໍ່ສາມາດລົງຫຼິ້ນໄດ້ໂດຍບໍ່ມີກຳນົດ ຍ້ອນການຜ່າຕັດຫົວເຂົ່າ.

Kevin Durant scored 25 points, including a game-tying jumper with 21.2 seconds remaining in regulation, as the visiting Phoenix Suns pulled off a 116-113overtime victory in the regular-season debut of the Los Angeles Clippers' $2billion arena at Inglewood, Calif.

Phoenix's Bradley Beal scored 24 points and Devin Booker added 15 before he fouled out late in regulation. Booker came to life late after scoring just six points through three quarters as the Suns won in the debut of new head coach Mike Budenholzer.

James Harden compiled 29 points, 12 rebounds and eight assists for the Clippers but missed a game-tying free-throw attempt with 4.8 seconds remaining in overtime. Ivica Zubac scored 21 points and grabbed nine rebounds for Los Angeles before he fouled out in the extra period, while Norman Powell had 17points.

The Clippers had a chance at a game-tying 3-pointer in the closing seconds of overtime, but Harden's eighth turnover of the night ended any chance of a second overtime.

The Clippers were without star Kawhi Leonard, who is out indefinitely with a knee injury.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG