ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ແລະທ່ານ Mohammad Javad Zarif ລັດຖະມົນຕີຕ່າງປະ
ເທດອີຣ່ານຈະພົບປະກັນໃນວັນຈັນມື້ນີ້ ທີ່ນະຄອນນີວຢອກ
ເປັນຄັ້ງທຳອິດ ນັບແຕ່ໄດ້ປະກາດໃຫ້ຮູ້ ຂໍ້ຕົກລົງກ່ຽວກັບໂຄງ
ຮ່າງສັນຍານິວເຄລຍທີ່ຈະເຮັດກັນ ເພື່ອຍັບຍັ້ງໂຄງການນິວ
ເຄລຍຂອງອີຣ່ານ ເພື່ອແລກປ່ຽນກັບການຍົກເລີກການລົງ
ໂທດດ້ານເສດຖະກິດຕໍ່ອີຣ່ານນັ້ນ.
ເຈົ້າໜ້າທີ່ຂັ້ນອາວຸໂສທ່ານນຶ່ງຈາກະຊວງການຕ່າງປະເທດ ກ່າວ
ໃນວັນອາທິດວານນີ້ວ່າ ການພົບປະກັນດັ່ງກ່າວຈະມີຂຶ້ນ ຢູ່ຂ້າງ
ນອກກອງປະຊຸມສະຫະປະຊາຊາດ ວ່າດ້ວຍສົນທິສັນຍາຫ້າມແຜ່ຜາຍນີວເຄລຍ.
ບັນດານັກເຈລະຈາ ຈາກອີຣ່ານ ແລະກຸ່ມ 6 ປະເທດມະຫາອຳນາດໄດ້ໃຫ້ເວລາຕົນເອງ ຈົນຮອດວັນທີ 30 ມິຖຸນາ ປີນີ້ ເພື່ອຕົກລົງກັນກ່ຽວກັບຂໍ້ຕົກລົງບັ້ນສຸດທ້າຍ ເພື່ອແກ້ໄຂເລື້ອງໂຄງການນິວເຄລຍ ຂອງອີຣ່ານ ແລະຄວາມເປັນຫ່ວງທີ່ວ່າ ອິຣ່ານຈະສາມາດນຳ
ໃຊ້ເພື່ອພັດທະນາອາວຸດນີວເຄລຍນັ້ນ. ອີຣ່ານໄດ້ຢືນຢັດມາເປັນເວລາດົນແລ້ວວ່າ ການເຄື່ອນໄຫວດ້ານນີວເຄລຍຂອງຕົນແມ່ນມີເປົ້າໝາຍທາງດ້ານສັນຕິ ແຕ່ຢາກໃຫ້ມີການຍົກເລີກການລົງໂທດທັງໝົດ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ຕໍ່ເສດຖະກິດຂອງຕົນນັ້ນ.
ພວກຕຳໜິຕິຕຽນການເຈລະຈາດັ່ງກ່າວ ຮວມທັງທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ ກ່າວວ່າ ສະຫະລັດແລະພວກຄູ່ພາຄີ ອັນມີ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ແມ່ນເອົາທ່າທີອ່ອນແອໂພດຕໍ່ອີຣ່ານ ແລະຈະປ່ອຍໃຫ້ມີການເຄື່ອນ ໄຫວດ້ານນີວເຄລຍດຳເນີນສືບຕໍ່ໄປຫຼາຍໂພດ ໃນຂະນະດຽວທີ່ຍົກເລີກການລົງໂທດຕ່າງໆນັ້ນ.
ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປ້ອງກັນເງື່ອນໄຂຕ່າງໆຢູ່ໃນຂໍ້ຕົກລົງກ່ຽວກັບໂຄງຮ່າງນັ້ນ ໂດຍກ່າວເນັ້ນວ່າການລົງໂທດສາມາດດຳເນີນຄືນອີກໄດ້ ຖ້າອີຣ່ານບໍ່ປະຕິບັດຕາມພາກສ່ວນຂອງຕົນໃນຂໍ້ຕົກລົງກັນນັ້ນ.