ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ແລະ ອີຣ່ານ ກ່າວວ່າ ການຕົກລົງ ດ້ານນິວເຄລຍ ມີທາງ ເປັນໄປໄດ້


ລມຕ ການຕ່າງປະເທດ ສຫລ ທ່ານ John Kerry (ຂວາ)ແລະ ທ່ານ Zarif (ຊ້າຍ) ຈັບມືກັນ ວັນທີ 9 ພະຈິກ 2014.
ລມຕ ການຕ່າງປະເທດ ສຫລ ທ່ານ John Kerry (ຂວາ)ແລະ ທ່ານ Zarif (ຊ້າຍ) ຈັບມືກັນ ວັນທີ 9 ພະຈິກ 2014.

ລັດຖະມົນຕີການຕ່ງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ທ່ານຫວັງວ່າສະຫະລັດ ແລະກຸ່ມຫ້າປະເທດມະຫາ
ອຳນາດ ສາມາດບັນລຸຂໍ້ຕົກລົງກັບອີຣ່ານໄດ້ ກ່ຽວກັບໂຄງການ
ນີວເຄລຍຂອງປະເທດດັ່ງກ່າວ ແຕ່ທ່ານບໍ່ໄດ້ໃຫ້ການທຳນາຍ
ໃດໆ.

ຄະນະເຈລະຂອງອີຣ່ານ ແລະກຸ່ມທີ່ເອີ້ນວ່າ P5+1 ທີ່ຮວມທັງ
ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ຈະພົບ
ປະກັນອີກ ໃນວັນອັງຄານມື້ນີ້ ທີ່ນະຄອນ Vienna.

ພວກເຂົາເຈົ້າມີເວລາ ບໍ່ຮອດນຶ່ງອາທິດດ້ວຍຊ້ຳ ທີ່ຈະຕ້ອງບັນລຸ
ຂໍ້ຕົກລົງ ກ່ອນເສັ້ນຕາຍ ໃນວັນທີ 24 ພະຈິກນີ້.

ທ່ານ Kerry ໃນວັນອັງຄານມື້ນີ້ ຊຶ່ງມີລັດຖະມົນຕີການຕ່າງປະເທດອັງກິດ ທ່ານ Philip Hammond ຢືນຢູ່ຄຽງຂ້າງນັ້ນ ເອີ້ນການເຈລະຈາໃນສັບປະດານີ້ວ່າ “ສຳຄັນແລະຫຼໍ່ແຫຼມ.”

ທ່ານ Kerry ເວົ້າວ່າ “ມັນເປັນການຫຼີກລຽງບໍ່ໄດ້, ດັ່ງທີ່ເຫັນນັ້ນລະ ທີ່ວ່າອີຣານໄດ້ດຳເນີນ
ງານຮ່ວມກັບພວກເຮົາໃນທຸກຄວາມພະຍາຍາມທີ່ເປັນໄປໄດ້ ທີ່ຈະພິສູດ ໃຫ້ ທັງໂລກ
ເຫັນວ່າ ໂຄງການນີວເຄລຍຂອງຕົນ ແມ່ນເປັນໂຄງການໃນທາງສັນຕິ.”

ສື່ມວນຊົນຂອງອີຣ່ານໄດ້ອ້າງຄຳເວົ້າຂອງລັດຖະມົນຕີການຕ່າງປະເທດ ທ່ານ Javad Zarif ທີ່ກ່າວໃນວັນອັງຄານມື້ນີ້ວ່າ ຂໍ້ຕົກລົງທີ່ວ່ານີ້ ຍັງມີຄວາມເປັນໄປໄດ້ຢູ່ ແລະໄດ້ ສະແດງ ຄວາມເຫັນຢ່າງລະມັດລະວັງ ຕໍ່ຝ່າຍປະຊາຄົມນາໆຊາດ ທີ່ວ່າ “ບໍ່ຄວນທີ່ຈະບີບບັງຄັບ” ອີຣ່ານ ຫຼາຍເກີນໄປ.

Iran Nuclear Deal Gets Final Push
please wait

No media source currently available

0:00 0:03:10 0:00

XS
SM
MD
LG