ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ກັບຄູ່ຕຳແໜ່ງຈາກອິຣ່ານ ພົບປະກັນ ເລື້ອງນີວເຄລຍ (ວີດີໂອ)


ທ່ານ Mohammad Javad Zarif ລັດຖະມົນຕີຕ່າງປະເທດ ອີຣ່ານ(ຊ້າຍ) ພົບປະກັບທ່ານ John Kerry (ຂວາ) ລັດຖະມົນຕີຕ່າງປະເທດສະຫະລັດ ໃນການເຈລະຈາກັນ ທີ່ນະຄອນວຽນນາ ເລື້ອງໂຄງການນີວເຄລຍຂອງອີຣ່ານ, ວັນທີ 13 ກໍລະກົດ 2014.
ທ່ານ Mohammad Javad Zarif ລັດຖະມົນຕີຕ່າງປະເທດ ອີຣ່ານ(ຊ້າຍ) ພົບປະກັບທ່ານ John Kerry (ຂວາ) ລັດຖະມົນຕີຕ່າງປະເທດສະຫະລັດ ໃນການເຈລະຈາກັນ ທີ່ນະຄອນວຽນນາ ເລື້ອງໂຄງການນີວເຄລຍຂອງອີຣ່ານ, ວັນທີ 13 ກໍລະກົດ 2014.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ພົບ​ປະ
​ກັບ​ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​
ອີຣ່ານ ໃນ​ວັນ​ຈັນ​ມື້​ນີ້ ໃນ​ຂະນະ​ທີ່​ວັນ​ເສັ້ນ​ຕາຍ​ຫຍັບ​ໃກ້​ເຂົ້າ​ມາ
ສຳ​ຫລັບ​ໃຫ້ບັນລຸ​ຂໍ້​ຕົກລົງລະຍະ​ຍາວກັນ​ ກ່ຽວ​ກັບ​ໂຄງການນີວ​
ເຄລຍຂອງ​ອີຣ່ານນັ້ນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສທ່ານ​ນຶ່ງ ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ
​ສະຫະລັດ ກ່າວ​ວ່າ ຈຸດປະສົງ​ຂອງ​ການ​ພົບ​ປະກັນ ທີ່​ນະຄອນ
​ວຽນ​ນາ ​ແມ່ນ​ເພື່ອ “​ເບິ່ງ​ວ່າ​ຈະ​ສາມາດ​ທຳ​ຄວາມ​ຄືບ​ໜ້າ​ໄດ້​
ຫຼື​ບໍ?” ​ແລະ​ວ່າ​ທ່ານ Kerry ຢາກ​ມີ​ການ​ໂອ້​ລົມ​ສົນທະນາກັນ​
ແບບ​ລົງ​ເລິກ ​ເພື່ອ​ຊັ່ງຊາເບິ່ງວ່າ ອີຣ່ານມີ​ຄວາມ​ເຕັມ​ໃຈ​ຫລາຍ​
ສໍ່າໃດທີ່​ຈະຕັດສິນ​ໃຈເລືອກ​ເອົາທາງ​ເລືອກ​ທີ່​ສຳຄັນ ທີ່​ຕົນ​ຈຳ​ເປັນ​ຕ້ອງ​ເລືອກນັ້ນ”.

ທ່ານ Kerry ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ກ່ອນ​ການ​ໂອ້​ລົມ​ສົນທະນາ​ກັນ​ໝົດ​ມື້​ ທີ່ຍຸດຕິ​
ລົງ​ໂດຍ​ບໍ່​ມີ​ຂໍ້​ຕົກລົງ​ກັນ​ໃດໆນັ້ນ​ວ່າ ຍັງມີ “ຊ່ອງ​ຫວ່າງ​ທີ່​ສຳ​ຄັນຢູ່​ຢ່າງ​ຫຼວງ​ຫຼາຍ”
ກ່ອນ​ທີ່ຈະສາມາດ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້​ລະຫວ່າງ​ອີຣ່ານ ​ແລະ 6 ມະຫາ​ອຳນາດ​ນັ້ນ.

ສ່ວນທ່ານ Zarif ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ທຳ​ການ​
ເຈລະຈາ​ກັນດ້ວຍ​ສັດທາ.

irannuclear14july14
please wait
Embed

No media source currently available

0:00 0:00:51 0:00

ອີຣ່ານ ​ແລະ ​5 ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​
ບວກ​ກັບ​ເຢຍຣະມັນ ​ໄດ້​ທຳການ​ເຈລະຈາ​ກັນ​ ເປັນ​ເວລາ​ຫຼາຍ​ເດືອນ​ມາ​ແລ້ວໃນ​ຄວາມ
​ພະຍາຍາມ​ເພື່ອ​ໃຫ້​ບັນລຸ​ຂໍ້​ ຕົກລົງ ​ກັນ​ຢ່າງ​ຮອບດ້ານ ​ເພື່ອ​ຮັບປະກັນ​ວ່າ ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ມີ​ວັດຖຸ​ປະສງ​ໃນ​ທາງ​ສັນຕິ. ​ເພື່ອ​ເປັນ​ການ​ຕອບ​ແທນ​ນັ້ນ ອີຣ່ານຢາກ
​ໃຫ້ນາໆ​ຊາດ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ອີຣ່ານ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດຖະກິດ
​ຂອງ​ປະ​ເທດ​ນັ້ນ.

ທັງ​ສອງ​ຝ່າຍ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ຊົ່ວຄາວ​ໃນ​ປີ​ແລ້ວ​ນີ້ ທີ່ຈຳກັດ​ກິດຈະ​ກຳ​ດ້ານ​ນີວ​ເຄລຍ
ຂອງ​ອີຣ່ານລົງ ​ເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນຜັນການ​ລົງ​ໂທດແບບຈຳກັດຕໍ່​ອີຣ່ານນັ້ນ. ​
ເປົ້າ​ໝາຍ​ຂອງ​ສອງ​ຝ່າຍ ​ແມ່ນໃຫ້ບັນລຸຂໍ້​ຕົກ​ກັນ​ທີ່​ຍືນ​ຍາວ ພາຍ​ໃນ​ວັນ​ທີ 20 ກໍລະກົດ​ນີ້.

Iran Talks Enter Crucial Phase
please wait

No media source currently available

0:00 0:03:11 0:00

XS
SM
MD
LG