ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ມີຄວາມຄືບໜ້າ ຫຼາຍສົມຄວນ ກ່ຽວກັບ ການເຈລະຈາ ເລື້ອງນີວເຄລຍ


ລມຕ ຕ່າງປະເທດ Javad Zarif ແຫ່ງອີຣ່ານ ທີ່ເມືອງ Lausanne ສະວິດເຊີແລນ ວັນທີ 1 ເມສາ 2015.
ລມຕ ຕ່າງປະເທດ Javad Zarif ແຫ່ງອີຣ່ານ ທີ່ເມືອງ Lausanne ສະວິດເຊີແລນ ວັນທີ 1 ເມສາ 2015.

ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ກ່າວ​ໃນ
​ວັນ​ພະຫັດ​ມື້​ນີ້​ວ່າ ມີ “​ຄວາມ​ຄືບ​ໜ້າຫຼາຍ​ສົມຄວນ” ​ໃນ​ການ
​ເຈລະຈາ​ກັນ​ເລື້ອງ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ​ແຕ່​ວ່າ​ອີຣ່ານ
​ແລະ​ກຸ່ມ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ ຍັງ​ບໍ່​ທັນ​ໄດ້​ບັນລຸ​ຂໍ້​
ຕົກລົງ​ກັນ​ເທື່ອ.

ທ່ານ Zarif ກ່າວ​ເຊັ່ນ​ນີ້​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ເມືອງ Lausanne ສະ​ວິດ​ເຊີ​ແລນ​ໃນ​ລະຫວ່າງ​ການ​ຢຸດ​ພັກ​ຜ່ອນ​ໃນ​ການໂອ້​ລົມ​ ສົນທະນາ​ກັນ ຊຶ່ງ​ໄດ້​ດຳ​ເນີນ​ມາ​ເປັນ​ມື້​ທີ​ສອງ​ກາຍເວລາ​ເສັ້ນ​ຕາຍ​ໃນ​ຕອນ​ທ່ຽງ​ຄືນ​ ວັນ​ອັງ ຄານ​ມື້ກ່ອນ​ນີ້ ​ເພື່ອ​ໃຫ້​ບັນລຸ​ໂຄງ​ຮ່າງ​ຂອງ​ຂໍ້​ຕົກລົງ​ກັນ ທີ່​ຄວບ​ຄຸມການ​ເຄື່ອນ​ໄຫວ​ດ້ານ​ນີວ​ເຄລຍຂອງ​ອີຣ່ານ ​ເພື່ອ​ແລກ​ປ່ຽນກັບ​ການຍົກ ເລີກ​ການ​ລົງ​ໂທດດ້ານ​ເສດຖະກິດ​ຕໍ່​ອີຣ່ານນັ້ນ.

ທ່ານ Zarif ​ໄດ້​ທຳ​ການ​ພົບ​ປະ​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ກັບ​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ແລະ​ບັນດາ​ນັກ​ຊ່ຽວຊານ​ຈາກ​ຄະນະ​ຜູ້ຕາງໜ້າ​ອີຣ່ານ​ແລະ​ນາໆ​ຊາດ.

ທ່ານ​ນາງ Marie Harf ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ແລງ​ວັນ​ພຸດ​ວານ​ນີ້​ວ່າ ສອງ​ຝ່າຍ​ໄດ້​ທຳ​ຄວາມ​ຄືບ​ໜ້າ ​ແຕ່ “ຍັງ​ບໍ່​ທັນ​ບັນລຸ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ ເທື່ອ.”

ຖ້າ ​ຫາກ​ອີຣ່ານ ​ແລະ​ກຸ່ມ​ເຈລະຈາ ທີ່​ຮວມທັງ​ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ໂຄງ​ຮ່າງແລ້ວ​ ຫຼັງ​ຈາກ​ນັ້ນ​ ພວກ​ເຂົາ​ເຈົ້າ​ຈຶ່ງຈະ​ດຳ​ເນີນ​ການ​ຮ່າງ​ຂໍ້​ຕົກລົງ​ຂັ້ນ​ສຸດທ້າຍ​ກັນ​ໃຫ້​ ແລ້ວ​ເສັດ​ພາຍ​ໃນ​ວັນ​ເສັ້ນ​ຕາຍ​ທີ່​ກຳນົດ​ໃສ່​ວັນ​ທີ 30 ມິຖຸນາປີ​ນີ້.

Iran Nuclear
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG