ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ພົບປະກັບ ລມຕ ຕ່າງປະເທດ ອິຣ່ານ


ລມຕ ຕ່າງປະເທດສະຫະລັດ ທ່ານ Kerry ກັບ ລມຕ ພະລັງງານ ທ່ານ Moniz ຢືນຢູ່ຂ້າງ ລມຕ ຕ່າງປະເທດອິຣ່ານ ທ່ານ Zarif ແລະຮອງປະທານພະລັງງານປາລະມະນູອິຣ່ານ ທ່ານ Salehi ກ່ອນປະຊຸມກັນ ຢູ່ Switzerland
ລມຕ ຕ່າງປະເທດສະຫະລັດ ທ່ານ Kerry ກັບ ລມຕ ພະລັງງານ ທ່ານ Moniz ຢືນຢູ່ຂ້າງ ລມຕ ຕ່າງປະເທດອິຣ່ານ ທ່ານ Zarif ແລະຮອງປະທານພະລັງງານປາລະມະນູອິຣ່ານ ທ່ານ Salehi ກ່ອນປະຊຸມກັນ ຢູ່ Switzerland

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ ທ່ານ John Kerry ​ແລະລັດ
ຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Javad Zarif ​ໄດ້​ພົບ​ປະກັນ
​ເປັນ​ມື້​ທີ​ສອງ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ເຈລະຈາ​ກັນ ກ່ຽວ​ກັບ​ໂຄງການ
​ນິວ​ເຄລຍຂອງ​ອີຣ່ານ ຂະນະ​ທີ່​ເສັ້ນຕາຍ​ເພື່ອໃຫ້ບັນລຸ​ຂໍ້​ຕົກລົງ
ຊົ່ວຄາວ​ນັ້ນ ກຳລັງ​ຫຍັບໃກ້ເຂົ້າມາ​ເລື້​ອຍໆ.

ຫົວໜ້ານິວ​ເຄລຍຂອງ​ອີຣ່ານ ທ່ານ ​Ali Akbar Saleh ​ແລະ
ລັດຖະມົນຕີ​ພະລັງງານ​ສະຫະລັດ ທ່ານ Ernest Moniz ກໍໄດ້
​ເຂົ້າຮ່ວມ​ ການ​ເຈລະຈາຢູ່​ທີ່ນະ​ຄອນ​ Geneva ​ນັ້ນ​ນຳ.

ບັນດາຄູ່​ເຈລະຈາ ຈາກສະຫະລັດ ​ແລະ ອີຣ່ານ​ ​ໄດ້​ປະຊຸມກັນມາ
ຕັ້ງ​ແຕ່ວັນ​ສຸກ​ອາທິດ​ແລ້ວ​ນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ຂໍ້​ຂັດ ​ແຍ້​ງທາງ​ດ້ານ​ເທັກນິກ​ ທີ່ຍັງມີ​ຢູ່​ຕໍ່ເນື່ອງ ແລະ ເປັນ​ອຸປະສັກ​ຕໍ່​ການ​ບັນລຸຂໍ້​ຕົກລົງ​ຮອບດ້ານ ​ລະຫວ່າງ​ອີຣ່ານ ​ແລະ ກຸ່ມ​ 6 ປະ​ເທດ​ມະຫາ​ອຳນາດຂອງ​ໂລກ.

IRAN NUCLEAR TALK VIDEO
please wait

No media source currently available

0:00 0:00:43 0:00

ທັງ​ສອງຝ່າຍ ​ໄດ້​ໃຫ້​ເວລາ​ແກ່ຕົນ​ເອງ ​ໄປຈົນ​ເຖິງ​ວັນ​ທີ 24 ມີນາ ​ເພື່ອ​ໃຫ້​ບັນລຸ​ໂຄງ​ຮ່າງ​
ຂໍ້​ຕົກລົງ ​ແລະ​ໄດ້ກຳນົດເອົາວັນ​ທີ 1 ກໍລະກົດ ​ເປັນວັນເສັ້ນ​ຕາຍ​ສຳ​ຫລັບ​ໃຫ້​ບັນລຸ​ຂໍ້​ຕົກ
ລົງ​ຖາວອນ ທີ່​ຈະ​ຮັບປະກັນ​ວ່າ ກິດ​ຈະ​ກຳດ້ານ​ນິວ​ເຄລຍຕ່າງໆຂອງອີຣ່ານນັ້ນ ​ແມ່ນ​ມີ
​ເປົ້າ​ໝາຍ ​ໃນທາງ​ສັນຕິ ​ເພື່ອ​ແລກປ່ຽນກັບ​ການ​ຍົກ​ເລີກ​ການ​ລົງ​ໂທດ​ທາງ​ເສດຖະກິດນັ້ນ.

ທ່ານ Kerry ​ທີ່​ໄດ້​ພົບ​ປະ​ກັບ ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ ​ໃນວັນ​ເສົາ​ຜ່ານ​ມາ​ ຢູ່
ນະຄອນຫລວງ​ລອນ​ດອນ ກ່າວ​ວ່າ ກຸ່ມ​ 6 ປະ​ເທດ​ທີ່​ລວມມີ ສະຫະລັດ ອັງກິດ ຈີນ ຝຣັ່ງ
ຣັດ​ເຊຍ ​ແລະ ​ເຢຍຣະມັນ ​ແມ່ນ​ຍັງ​ມີ​ຄວາມສາມັກຄີ​ກັນ​ຢູ່ຕໍ່​ມາ​ ກ່ຽວ​ກັບ​ອີຣ່ານ.

Hardline Stance on Iran Nuclear Deadline Could Be Pressure Tactic
please wait

No media source currently available

0:00 0:02:48 0:00

XS
SM
MD
LG