ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ພົບປະກັບ ທ່ານ Zarif ເພຶ່ອສືບຕໍ່ ສົນທະນາກັນ ກ່ຽວກັບໂຄງການ​ນີວ​ເຄລຍ


IRAN KERRY TALKS VOSOT Kells
please wait

No media source currently available

0:00 0:01:25 0:00

ລັດ​ຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
​ແລະລັດ​ຖະມົນຕີ​ການ​ຕ່າງປະ​ເທດອີຣ່ານ ທ່ານ Mohammad
Javad Zarif ​ໄດ້​ພົບ​ປະກັນ​ອີກ ​ໃນ​ວັນ​ອັງຄານ​ມື້​ນີ້ໃນ​ການ
ເຈລະຈາ​ຄັ້ງ​ຫຼ້າ​ສຸດ ທີ່​ມີ​ຈຸດປະສົງ​ແນໃສ່ ເພື່ອໃຫ້ບັນລຸຂອບ​ຂອງ
​ຂໍ້​ຕົກລົງ ທີ່​ຈະຄ້ຳ ປະກັນວ່າໂຄງການ​ນີວ​ເຄລຍຂອງ​ອີຣ່ານ
ມີຈຸດປະສົງ​ໃນ​ທາງ​ສັນຕິ.

ການ​ເຈລະຈາກັນ ​ຢູ່ເມືອງ Montreux ປະເທດ Switzerland ​ແມ່ນ​ເປັນຄັ້ງ​ທີ່​ສອງ ​ໃນ​ຮອບ​ສອງ​ມື້ ສຳຫລັບນັກ​ການ​ທູດທັງສອງ​ໃນ​ຂະນະທີ່​ພວກທ່ານ​ເຮັດ​ວຽກ ​ກ່ຽວ​ກັບ​ລາຍ​ລະອຽດ​ເພື່ອຕັດກິດຈະກຳ​ຕ່າງ​ໆຂອງໂຄງການ​ນີວ​ເຄລຍຂອງ​ອີຣ່ານລົງ ​ເພື່ອເປັນ​ການ
​ແລກປ່ຽນກັບ​ການຫລຸດຜ່ອນການລົງ​ໂທດ ທີ່​ໄດ້​ສ້າງຄວາມເສຍຫາຍໃຫ້ແກ່​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ.

ທ່ານ Kerry ​ແລະທ່ານ Zarif ​ແມ່ນຄາດ​ວ່າ​ ຈະ​ພົບ​ປະກັນ​ຈົນ​ຮອດ​ວັນ​ພຸດ​ມື້​ອື່ນ.

ອີຣ່ານ ​ແລະ​ກຸ່ມ​ປະ​ເທດ​ທີ່​ປະກອບດ້ວຍ ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ​ໄດ້​ໃຫ້​ເວລາ​ພວກ​ຕົນ ຈົນ​ເຖິງ​ທ້າ​ຍ​ເດືອນ ທີ່​ຈະ​ປະກອບຮ່າງ​ຂອງຂໍ້ຕົກລົງ ​ແລະ​ຈົນ​ເຖິງວັນ​ທີ 1 ກໍລະກົດ ທີ່​ຈະ​ຕ້ອງບັນລຸ​ຂໍ້​ຕົກລົງ​ຂັ້ນສຸດ​ທ້າຍ. ຂັ້ນ​ຕອນ​ການ​ດຳ​ເນີນ​ງານ​ໄດ້​ເລີ້ມ​ມາ​ໄດ້ຫຼາຍໆ​ປີ​ແລ້ວ ໂດຍທີ່​ທັງ​ສອງ​ຝ່າຍ​ໄດ້​ຕໍ່ເວລາໃນການເຈລະຈາ​ກັນ​ອອກ​ໄປ
ຫຼາຍໆ​ຄັ້ງ​ ​ໃນ​ຂະນະທີ່​ກຳນົດເສັ້ນ​ຕາຍໄດ້ມາ​ຮອດ ​ໂດຍ​ປາດ​ສະ​ຈາກການຕົກລົງກັນ ​ໃດໆ
ທັງ​ສິ້ນ.

XS
SM
MD
LG