ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ​ວາງ​ພວງມາລາ​ ໃຫ້ທະຫານ ການາດາ ທີ່ ຖືກສັງຫານ


ລັດຖະ​ມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
​ໄດ້​ໄປ​ວາງ​ພວງມາລາ​ ທີ່​ອະນຸສາວະລີ ໄວ້ອາໄລໃຫ້ແກ່ພວກ
ທີ່ເສຍຊີວິດ ໃນປາງສົງຄາມ​ ແຫ່ງ​ຊາດ​ຂອງ​ກາ​ນາ​ດາ ທີ່ນະ
ຄອນOtttawa ບ່ອນ​ທີ່​ທະຫານ​ກາ​ນາ​ດາ​ຖື​ກມື​ປືນຍິງສັງຫານ
ໃນອາທິດ​ແລ້ວ​ນີ້.

ທ່ານ Kerry ​ເອີ້ນ​ການເສຍ​ຊີວິດ​ຂອງ​ສິບ​ໂທ Nathan Cirillo
ວ່າ​ເປັນການໂຈມຕີທີ່ມີ ການວາງແຜນ​ໄວ້​ລ່ວງ​ໜ້າ​ຂອງ​ພວກ
ກໍ່​ການ​ຮ້າຍ.

ຫຼັງ​ຈາກ​ທີ່​ສັງຫານສິບໂທ Cirillo ​ແລ້ວ ມື​ປືນກໍ​ໄດ້​ເປີດ​ສາກລະ
ດົມຍິງໃສ່ຜູ້ຄົນຢູ່​ຂ້າງ​ໃນ​ຕຶກລັດຖະສະພາ ກ່ອນ​ທີ່​ລາວ​ຈະ​ຖືກ​ຍິງ​ຕາຍ ໂດຍຕຳຫຼວດປະ ຈຳສະພາ.

ຜູ້​ຄົນ​ຈຳນວນ​ຫຼາຍ​ພັນ​ຄົນ​ພາກັນ​ມາ​ໄວ້​ທຸກ​ໃຫ້ແກ່​ສິບໂທ Cirillo​ ໃນງານ​ຊາ​ປະ​ນະ​ກິດ​ສົບ
​ທີ່​ບ້ານ​ເກີດ​ຂອງ​ຜູ້ກ່ຽວ ທີ່​ເມືອງ Hamilton ລັດ Ontariao ​ໃນ​ວັນ​ອັງຄານ​ວານ​ນີ້​. ນາ ຍົກລັດຖະມົນຕີການາດາ ທ່ານ Stephen Harper ໄດ້ກ່າວສັນລະເສີນສິບໂທ Cirillo ເປັນບຸກຄົນ ​ທີ່​ປວງ​ຊົນ​ທັງ​ປະ​ເທດ ພາກັນ​ລະ​ລຶກ​ເຖິງ​ ຄຸນງາມຄວາມດີ​ ແລະ​ກຽດ​ສັກ​ສີ​
ຂອງ​ຜູ້ກ່ຽວ ດ້ວຍ​ຄວາມ​ພູມ​ໃຈ ດ້ວຍຄວາມ​ເຄົາລົບ​ແລະ​ໃຫ້​ການນັບຖື​ຢ່າງ​ທະ​ນົງ​ກຽດ.

ສອງ​ມື້ກ່ອນ​ທີ່​ໄດ້​ເກີດ​ການ​ໂຈມ​ຕີ​ທີ່​ນະຄອນ Ottawa ຜູ້​ຕ້ອງ​ສົງໄສວ່າ​ເປັນພວກຫົວຮຸນ​ແຮງອິສລາມຄົນນຶ່ງໄດ້​ຕັ້ງໃຈຂັບລົດເຂົ້າຕຳ​ທະຫານ​ກາ​ນາ​ດາ 2 ຄົນ​ໃນແຂວງ Quebec
​ແລະ​ເຮັດໃຫ້ຄົນນຶ່ງເສຍຊີວິດ.

ທ່ານ Kerry ​ໄດ້​ກ່າວວ່າ ທັງ​ໂລກ​ໄດ້​ເປັນສັກຂີ​ພິຍານ​ເຖິງ​ຄວາມເຂັ້ມແຂງແລະ​ຄວາມ​ກ້າ
ຫານ​ຊານ​ໄຊ​ຂອງ​ການ​າ​ດາ. ທ່ານໄດ້​ກ່າວ​ວ່າ ທັງ​ສະຫະລັດແ​ລະກາ​ນາ​ດາຈະ​ຮ່ວມ ມືຄູ່​ກັນເປັນ​ພາຄີ​ຕໍ່ສູ້ເພື່ອເອົາຊະນະ​ພວກ​ກໍ່​ການ​ຮ້າຍ​ແລະເຜີຍແບໃນອັນທີ່ທ່ານເອີ້ນວ່າ ການຫລອກລວງຕົບຕາຂອງ​ພວກ​ກໍ່​ການ​ຮ້າຍ​ນີ້.

ໃນມື້ວາວນນີ້ ທ່ານ Kerry ຍັງ​ໄດ້​ໂອ້​ລົມ​ສົນທະນາ ​ກັບນາຍົກລັດຖະມົນຕີການາດາ
ທ່ານ Harper ​ແລະລັດຖະມົນຕີ​ການ​ຕ່າງປະ​ເທດການາດາ ທ່ານ John Baird ນຳ. ​

XS
SM
MD
LG