ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເຕືອນ ປະເທດຕ່າງໆ ທີ່ຊ່ອຍເຫຼືອ ທ້າວ Snowden (ວີດີໂອ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ເຕືອນວ່າ ຈະມີຜົນຕິດຕາມມາ ຕໍ່ບັນດາປະເທດທີ່ໃຫ້ຄວາມ ຊ່ອຍເຫຼືອແກ່ທ້າວ Edward Snowden ອະດີດນັກວິເຄາະ ດ້ານສືບລັບຂອງສະຫະລັດ ທີ່ຫາທາງຫລີກລ່ຽງການຈັບກຸມ ຍ້ອນໄດ້ເປີດເຜີຍ ລາຍລະອຽດ ກ່ຽວກັບຄວາມລັບ ໃນໂຄງ ການສອດແນມ ຂອງລັດຖະບານສະຫະລັດ ທີ່ເຝົ້າຕິດຕາມ
ເບິ່ງ ການໃຊ້ໂທລະສັບ ແລະອິນເຕີແນັດ ຂອງປະຊາຊົນ.
Scott Stearns ຜູ້ສື່ຂ່າວວີໂອເອປະຈຳກະຊວງຕ່າງປະເທດ
ສະຫະລັດ ມີລາຍງານກ່ຽວກັບເລື່ອງນີ້ ດັ່ງໄພສານມີລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໃນຂະນະທີ່ທ້າວ Snowden ຫຼົບໜີອອກຈາກຮົງກົງໄປນັ້ນ ລັດຖະມົນຕີການຕ່າງປະເທດ ສະຫະລັດທ່ານ John Kerry ກ່າວວ່າ ຈະມີຜົນຕິດຕາມມາ ສຳລັບບັນດາປະເທດ ທີ່ຊ່ອຍ ຜູ້ກ່ຽວ ຫລົບໜີການລົງໂທດຂອງສະຫະລັດນັ້ນ.

ທ່ານ Kerry ເວົ້າວ່າ “ໄດ້ມີການແຈ້ງ ໃຫ້ທຸກໆປະເທດທີ່ກ່ຽວຂ້ອງຊາບ ກ່ຽວກັບສະ ຖານະພາບຂອງລາວທາງກົດໝາຍ ແລະນັ້ນແມ່ນບາດກ້າວອັນເໝາະສົມ ທີ່ຄວນ ຈະເອົາ ເພື່ອແຈ້ງໃຫ້ປະເທດເຫລົ່ານີ້ຊາບວ່າ ຜູ້ກ່ຽວເປັນຜູ້ຕ້ອງຫາ ເປັນບຸກຄົນທີ່ ຖືກຟ້ອງ ຖືກຟ້ອງໃນຄວາມຜິດອາຍາ 3 ກະທົງ ແລະກະບວນການຍຸຕິທຳຂອງສະ ຫະລັດຕ້ອງການໂຕຜູ້ກ່ຽວມາດຳເນີນຄະດີ.”

ປະເທດເອກົວດໍ ພວມພິຈາລະນາ ການຂໍລີ້ໄພການເມືອງຂອງທ້າວ Snowden. ລັດຖະ ມົນຕີການຕ່າງປະເທດ Ricardo Patino ກ່າວວ່າ ທ້າວ Snowden ເຊື່ອວ່າ ລາວຈະບໍ່ ໄດ້ຮັບການດຳເນີນຄະດີຢ່າງເປັນທຳ ຢູ່ທີ່ສະຫະລັດ.

ທ່ານ Patino ເວົ້າວ່າ “ຜູ້ຊາຍທີ່ຕັ້ງໃຈຈະເປີດໂປງການກະທຳຕ່າງໆ ທີ່ມີຜົນກະທົບ ຕໍ່ສິດເສລີພາບຂັ້ນພື້ນຖານຂອງປະຊາຊົນທັງມວນຄົນນີ້ ໃນປັດຈຸບັນພົບວ່າ ລາວ ຈະຖືກດໍາເນີນຄະດີ ໂດຍພວກທີ່ຄວນໃຫ້ການອະທິບາຍ ຕໍ່ລັດຖະບານທັງຫລາຍ ແລະຕໍ່ປະຊາຊົນຂອງໂລກ ກ່ຽວກັບການກ້າວອ້າງ ຂອງທ້າວ Snowden ນັ້ນ.”

ແຕ່ທ່ານ Kerry ໄດ້ກ່າວ ໃນການໃຫ້ສຳພາດຕໍ່ວີໂອເອວ່າ ທ້າວ Snowden ເຮັດໃຫ້ການ ຕໍ່ຕ້ານການກໍ່ການຮ້າຍ ຕົກຢູ່ໃນຄວາມສ່ຽງ.

ທ່ານ Kerry ເວົ້າວ່າ “ລາວເຮັດໃຫ້ສ່ວນບຸກຄົນຈຳນວນນຶ່ງຕົກຢູ່ໃນຄວາມສ່ຽງແລະ ອາດຈະພາໃຫ້ ມີການສູນເສຍຊີວິດ ຢູ່ໃນສະຫະລັດ ຍ້ອນວ່າ ໃນເວລານີ້ ພວກກໍ່ ການຮ້າຍໄດ້ຮູ້ຈັກກ່ຽວກັບວ່າ ພວກເຂົາຕ້ອງຫຼີກລ່ຽງແນວໃດ ຊຶ່ງພວກເຂົາບໍ່ເຄີຍ ຮູ້ຈັກມາກ່ອນ ກ່ອນທີ່ລາວເປີດເຜີຍເລື່ອງນີ້.”

ພວກສະໜັບສະໜຸນ ທ້າວ Snowden ເວົ້າວ່າ ລາວໄດ້ລຸກຂຶ້ນຕໍ່ສູ້ ເພື່ອສິດທິ ໃນການມີ ຄວາມເປັນສ່ວນໂຕ ແລະເປີດໂປງການກະທຳທີ່ບໍ່ຖືກຕ້ອງຂອງລັດຖະບານໃນການເກັບ ກຳປະຫວັດການໃຊ້ໂທລະສັບ ແລະອິນເຕີແນັດຂອງປະຊາຊົນ.

ທ່ານ John Wakefield ຊາວອາເມຣິກັນ ທີ່ອາໄສຢູ່ໃນຮົງກົງເວົ້າວ່າ “ລັດຖະບານຂອງ ທຸກປະເທດ ລັດຖະບານສ່ວນໃຫຍ່ແມ່ນກະທຳກັນໝົດ ແລະຈີນກໍເຮັດ ສະຫະລັດ ກໍເຮັດ ດັ່ງນັ້ນຂ້ອຍຈຶ່ງຄິດວ່າ ສິ່ງທີ່ລາວໄດ້ກະທຳໄປນັ້ນ ທີ່ຈິງແລ້ວ ແມ່ນກ້າຫານ ຫຼາຍ. ລາວເຕັມໃຈທີ່ຈະສະຫຼະທຸກສິ່ງທຸກຢ່າງ ເພື່ອສິ່ງນັ້ນ.”

ທ່ານ Kerry ກ່າວຕໍ່ວີໂອເອວ່າ ທ້າວ Snowden ບໍ່ແມ່ນຜູ້ເປີດເຜີຍ ການກະທຳທີ່ບໍ່ຖືກ ຕ້ອງ ແບບພວກທີ່ຊ່ອຍເປີດໂປງນະໂຍບາຍລັບຂອງສະຫະລັດໃນສະໄໝສົງຄາມຫວຽດ ນາມ.

ທ່ານ Kerry ເວົ້າວ່າ “ລາວໄດ້ທໍລະຍົດ ຕໍ່ປະເທດຊາດຂອງລາວ ເພາະວ່າລາວໄດ້
ສາບານໄວ້. ລາວໄດ້ສາບານວ່າຈະປົກປ້ອງຄວາມລັບ. ລາວໄດ້ຮັບອະນຸຍາດໃຫ້ ເຂົ້າໄປເບິ່ງເອກກະສານຕ່າງໆອີງຕາມຄວາມໄວ້ເນື້ອເຊື່ອໃຈທີ່ວ່ານັ້ນ ແລະລາວ ໄດ້ລ່ວງລະເມີດຕໍ່ຄວາມເຊື່ອໃຈດັ່ງກ່າວແລະລາວບໍ່ໄດ້ລ່ວງລະເມີດໃນວິທີທີ່ຄ້າຍ ຄືກັນກັບທ້າວ Daniel Ellsberg ນັ້ນເລີຍ ຫລືຜູ້ໃດຜູ້ນຶ່ງທີ່ໄດ້ ເປີດເຜີຍກ່ຽວກັບ ການຕົວະລ່າຍຂອງລັດຖະບານ ຫລືທີ່ໄດ້ບິດເບືອນຢ່າງສິ້ນເຊີງ ຕໍ່ສິ່ງໃດສິ່ງນຶ່ງທີ່ ກຳລັງດຳເນີນຢູ່. ຜູ້ຊາຍຄົນນີ້ ໄດ້ເອົາຂໍ້ມູນທີ່ແທ້ຈິງ ໄປເປີດເຜີຍ ໃຫ້ຄົນຮູ້ ຍ້ອນ ບັງເອີນວ່າ ລາວເຊື່ອວ່າ ມັນມີບາງສິ່ງບາງຢ່າງ ທີ່ຄວາມຈິງແລ້ວບໍ່ໄດ້ຮັບການຢືນ ຢັນໂດຍຄວາມຈິງເລີຍ.”


ໃນການໃຫ້ສຳພາດແກ່ໜັງສືພິມ Guardian ນັ້ນທ້າວ Snowden ເວົ້າວ່າ ລາວຢາກຊ່ອຍ ໃຫ້ປະຊາຊົນຕັດສິນໃຈ ສຳລັບເຂົາເຈົ້າເອງ ກ່ຽວກັບວ່າເຂົາເຈົ້າ ເຫັນພ້ອມຫລືບໍ່ນຳການ ສອດແນມດັ່ງກ່າວ.

ທ້າວ Snowden ເວົ້າວ່າ “ຂ້ອຍຄິດວ່າ ປະຊາຊົນສົມຄວນທີ່ຈະໄດ້ຮັບຄຳອະທິບາຍ ວ່າ ແມ່ນຫຍັງເປັນແຮງຈູງໃຈພວກຜູ້ຄົນ ທີ່ເປີດເຜີຍເລື່ອງເຫຼົ່ານີ້ ໃຫ້ລັດຖະບານ ຊຶ່ງມັນຢູ່ນອກແບບຢ່າງຕົວແບບປະຊາທິປະໄຕ.”

ແຕ່ທ່ານ Kerry ເວົ້າວ່າ ໂຄງການເຝົ້າຕິດຕາມຫຼືສອດແນມດັ່ງກ່າວນີ້ໃຫ້ການປົກປ້ອງຄຸ້ມ ຄອງຕໍ່ສິດທິໃນການດຳລົງຊີວິດຢູ່ ໂດຍປາດສະຈາກການກໍ່ການຮ້າຍ.
XS
SM
MD
LG