ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ໄດ້ກ່າວຕໍ່ບັນດາຜູຟັງທີ່ກຸງ Jakarta ອິນໂດເນເຊຍ ວ່າ
ການປ່ຽນແປງຂອງດິນຟ້າອາກດເປັນໄພຂົ່ມຂູ່ຕໍ່ໂລກທັງ
ປວງ.
ທ່ານ Kerry ກ່າວຕື່ມວ່າ ວິທະຍາສາດການປ່ຽນແປງຂອງ
ດິນຟ້າອາກາດ ກຳລັງບັງຄັບ ໃຫ້ໂລກ ທຳການເຄື່ອນໄຫວ
ແລະວ່າ ວິທະຍາສາດເລື້ອງນີ້ແມ່ນແນ່ນອນຢ່າງເດັດຂາດ.
ທ່ານກ່າວເນັ້ນວ່າ ພວກນັກວິທະຍາສາດໃນຈຳນວນ 97 ເປີ
ເຊັນມີຄວາມເຫັນພ້ອມກັນວ່າ ການປ່ຽນແປງຂອງດິນຟ້າອາ
ກາດກຳລັງເກີດຂຶ້ນ ແລະວ່າມັນເກີດຈາກການກະທຳຂອງ
ມະນຸດ.
ພວກນັກວິທະຍາສາດຫຼາຍຄົນກ່າວວ່າ ໂລກທີ່ອຸ່ນຂຶ້ນ ໝາຍເຖິງລະດັບນ້ຳທະເລທີ່ສູງຂຶ້ນ
ຊຶ່ງສາມາດສົ່ງຜົນກະທົບທີ່ເປັນອັນຕະລາຍຮ້າຍແຮງ ຕໍ່ພວກປະເທດເກາະດອນຕ່າງໆ
ເຊັ່ນ ອິນໂດເນເຊຍເປັນຕົ້ນ.
ທ່ານ Kerry ເດີນທາງໄປຮອດອິນໂດເນເຊຍ ໃນວັນເສົາວານນີ້ ຈາກຈີນ ບ່ອນທີ່ທ່ານ
ໄດ້ທຳການໂອ້ລົມສົນທະນາ ເລື້ອງອາກາດທີ່ຮ້ອນເອົ້າຂຶ້ນຢູ່ທົ່ວໂລກ ແລະເລື້ອງອື່ນໆ
ກັບທ່ານ ສີ ຈິນປິງ ປະທານປະເທດຈີນ.
ທັງສອງທ່ານໄດ້ອອກຖະແຫຼງການຮ່ວມກັນສະບັບນຶ່ງ ຮັບຮູ້ຄວາມຈຳເປັນ ທີ່ຕ້ອງມີອັນ
ທີ່ພວກທ່ານເອີ້ນວ່າ ການເຄື່ອນໄຫວຢ່າງຮີບດ່ວນເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າ
ອາກາດ ແລະດຳເນີນງານຮ່ວມກັນ ເພື່ອຕັດການປ່ອຍແກສເຮືອນແກ້ວ ອອກສູ່ອາກາດ
ນັ້ນລົງ.
ອິນໂດເນເຊຍ ເປັນບ່ອນຢຸດແວ່ແຫ່ງສຸດທ້າຍໃນການທ່ຽວຢ້ຽມຢາມ 6 ປະເທດໃນ
ເຂດເອເຊຍຂອງທ່ານ Kerry ທີ່ຮວມທັງຢຸດແວ່ທີ່ຈີນ ແລະກຸງໂຊລ ເກົາຫຼີໃຕ້ນຳ.