ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດຮັບປາກ ຈະໃຫ້ການຊ່ວຍເຫລືອ ດ້ານມະນຸດສະທໍາ ກ້ອນໃໝ່ ແກ່ຟິລິບປີນ (ວີດີໂອ)


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ປະທານາທິບໍດີ ຟິລິບປີນ ທ່ານ Benigno Aquino.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ປະທານາທິບໍດີ ຟິລິບປີນ ທ່ານ Benigno Aquino.
ລັດ​ຖະມຸມຕີຕ່າງປະເທດສະຫະລັດ ທ່ານ John Kerry ​ໄດ້​ໄປ​
ຢ້ຽມ ຢາມ​ເຂດ​ທີ່​ຖືກໄຕ້​ຝຸ່ນໄຫ​ຍ່ຖະຫລົ່ມ ທີ່​ພາກ​ກາງຂອງ​
ຟີ​ລິບປີນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ໄດ້ໃຫ້​ຄໍາ​ໝັ້ນ​ສັນຍາ​ຈະ​ຊ່ວຍ​
ເຫລືອດ້ານ​ມະນຸດສະ​ທໍາ​ໃໝ່ອີກ 25 ລ້ານ​ໂດ​ລ່າ.

​ໃນ​ການກ່າວ​ຈາກໝູ່​ບ້ານ Ta​cloban ​ທີ່​ຖືກ​ທໍາລາຍ​ຮ້າຍ​ແຮງ​ທີ່
​ສຸດນັ້ນ ທ່ານ Kerry ​ເວົ້າ​ວ່າ ທ່ານ​ຕົກ​ຕະລຶງ ທີ່​ໄດ້​ເຫັນຄວາມ​ພິ
ນາດ​ອັນ​ໃຫຍ່​ຫລວງທີ່ກໍ່​ຂຶ້ນໂດຍ​ໄຕ້​ຝຸ່ນ Haiyan ເຮັດ​ໃຫ້​ມີ​ຜູ້
​ເສຍ​ຊີວິດ​ເຖິງ 6,000 ຄົນ ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ Kerry ກ່າວ​ວ່າ “ພວກ​ເຮົາ​ຍັງ​ຄິດ​ເຖິງ ພ້ອມ​ກັບ​ສວດ​
ມົນ​ພາວະນາ ແລະ​ໃຫວ້ວອນ​ຢູ່​ສະ​ເໝີເຖິງພວກ ​ເກືອບ​ຮອດ1,800 ຄົນ​ທີ່​ຍັງ​
ຫາຍ​ສາບ​ສູນ. ສະຫະລັດ​ແມ່ນ​ມິ​ຄວາມ​ໝາຍ​ໝັ້ນທີ່​ຈະ​ທໍາ​ທຸກ​ຢ່າງ ທີ່​ເຮົາ​ສາ
ມາດເຮັດໄດ້ ​ຂະນະ​ທີ່​ພວກ​ເຮົາ​ກ້າວ​ໄປ​ຂ້າງ​ໜ້າ​ໃນ​ຄວາມ​ພະຍາຍາມ​ ​ເພື່ອ
ຊ່ວຍ​ເຫລືອ​ເພື່ອນ​ມິດຂອງ​ພວກ​ເຮົາໃນ​ຟີ​ລິບ​ປິນ ໃຫ້​ຟື້ນ​ໂຕ​ຄືນ.”


ການ​ຊ່ວຍ​ເຫລືອ​ຄັ້ງ​ໃໝ່​ທີ່ ທ່ານ Kerry ເປີດ​ເຜີ​ຍໃຫ້​ຮູ້​ນັ້ນ ​ໝາຍ​ຄວາມ​ວ່າ ສະຫະລັດ
ຈະ​ໃຫ້ການ​ຊ່ວຍ​ເຫລືອເຖີງ 86 ລ້ານ​ໂດ​ລ່າ ​ເພື່ອຊ່ວຍພັນທະ​ມິດປະ​ເທດ​ນີ້ ຟື້ນ​ໂຕຄືນ
ຈາກ​ພາຍຸHaiyan ຊຶ່ງ​ເປັນ​ໄຕ້​ຝຸ່ນທີ່ຮ້າຍ​ແຮງທີ່​ສຸດ ທີ່​ໄດ້ພັດ​ເຂົ້າ​ປະ​ທະ​ຝັ່ງ.

ສະຫະລັດ​ໄດ້​ສົ່ງ​ກໍາປັ່ນ​ບັນທຸກ​ເຮືອບິນ ພ້ອມ​ກັບ​ເຮືອ​ສະໜັບສະໜຸນ ​ແລະທະຫານ​ມາ
ຣິນ ຫລາຍ​ພັນ ​ແລະ​ໄດ້​ໃຊ້​ເງິນ​ຫລາຍ​ລ້ານ​ໂດ​ລາ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ອ​ະດີດ​
ຫົວ​ເມືອງຂື້ນຂອງ​ຕົນ ຟື້ນ​ຄືນ​ຈາກ​ໄຕ້​ຝຸ່ນລູກ​ນັ້ນ.

ທ່ານ Kerry ຍັງ​ກ່າວ​ອີກ​ວ່າ ທ່ານ​ກໍ​າລັງພິຈາລະນາ​ ຊອກຫາຊ່ອງ ທາງ ທີ່ຈະ​ອໍານວຍ
ໃຫ້​ ສະ​ຫະລັດສາມາດຕອບ​ໂຕ້ໄດ້​ຢ່າງວອງ​ໄວ​ຂື້ນກວ່າເກົ່າ​ໃນ​ຍາມ​ເກີດ​ໄພ​ຫາ​ຍະ​ນະ
​ດັ່ງກ່າວ​. ເຊື່ອກັນ​ວ່າ​ສະຫະລັດ ກໍາລັງຢູ່​ໃນ​ຂັ້ນ​ສຸດ​ທ້າຍ ຂອງ​ການ​ເຈລະຈາ​ຕໍ່​ລອງ ທີ່​
ຈະ​ອະນຸຍາດ​ໃຫ້ ທະຫານ​ ​ເຮືອບິນ ​ແລະ​ກໍາ​ປັ່ນຂອງອາ​ເມຣິກາ ຜ່ານປະ​ເທດຟີ​ລິບ​
ປີນ​ໄດ້.

ນັກ​ການ​ທູດ​ລະດັບສູງ​ສຸດຂອງ​ສະຫະລັດ ກໍາລັງ​ຢ້ຽມຢາມ​ຟີ​ລິບ​ປີນ ເປັນ​ມື້​ທີ່​ສອງ​. ​
ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ໄດ້​ປະກາດ ​ໃຫ້ການ​ຊ່ວຍ​ເຫລືອ 40 ລ້ານ​ໂດ​ລາ​ ​ເພື່ອຊຸກ
ຍູ້ສະມັດ​ຕະພາບດ້ານ​ການ​ປ້ອງ​ກັນ​ທາງ​ທະ​ເລ​ຂອງມະ​ນິລາ ​ແລະ​ຊຸກຍູ້​ການ​ປະຕິບັດ​
ງານ​ຕ້ານ​ການ​ກໍ່​ການ​ຮ້າຍ ຈາກ​ພວກ​ຫົວ​ຮຸນ​ແຮງ​ມຸສລິ​ມ ຢູ່ພາກ​ໃຕ້.

ທ່ານແຄຣີໄປຮອດຟີລິບປີນ ໃນວັນອັງຄານວານນີ້:

Kerry Asia visit
please wait
Embed

No media source currently available

0:00 0:01:02 0:00
XS
SM
MD
LG