ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໃນຂະນະທີທ່ານ Kerry ຈະພົ້ນຈາກຕຳແໜ່ງ ບັນດາຜູ້ນຳອັງກິດ ພາກັນເບິ່ງໄປຂ້າງໜ້າ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວ ຫລັງຈາກປະຊຸມ ສັນຕິພາບ ພາກຕາເວັນອອກາງ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວ ຫລັງຈາກປະຊຸມ ສັນຕິພາບ ພາກຕາເວັນອອກາງ.

ບໍ່ພໍ​ເທົ່າ​ໃດ​ມື້ ​ກ່ອນຈະ​ຮອດພິທີສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ ຂອງປະທານາທິບໍ ດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ທີ່​ຈະກ້າວ​ໄປ​ສູ່​ຍຸກ​ໃໝ່ ໃນຄວາມ​ສຳພັນ​ຂ້າມ​ມະຫາ​ສະມຸດ Atlantic ນັ້ນ ລັດຖະບານ​ທ່ານ Obama ກຳລັງ​ເຮັດ​ວຽກ​ເພື່ອ​ຄໍ້າປະກັນ​ບັນດາ​ພັນທະ​ມິດ​ໃນ​ຢູ​ໂຣບວ່າ ພື້ນຖານຂອງ​ຄວາ​ມສຳພັນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງຫຍັງ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ເດີນທາງໄປ​ເຖິງ ນະຄອນ ຫລວງ London ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ທີ​ສອງກ່ອນ ບ່ອນ​ສຸດ​ທ້າຍ ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ​ ເທື່ອ​ສຸດ​ທ້າຍ​ຂອງ​ທ່ານ.

ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson ໂອ້ລົມກັບ ລັດຖະມົນຕ່າງປະເທດ Malta ທ່ານ George Vella, (ຊ້າຍ)
ລັດຖະມົນຕີຕ່າງປະເທດອັງກິດ ທ່ານ Boris Johnson ໂອ້ລົມກັບ ລັດຖະມົນຕ່າງປະເທດ Malta ທ່ານ George Vella, (ຊ້າຍ)

ຮວມໃນ​ບັນດາ​ຜູ້ຕິຕຽນ ຢູ່​ຟາກ​ມະຫາ​ສະມຸດ Atlantic ​ນີ້ ຕໍ່​ລັດຖະບານ​ທີ່​ພົ້ນ ຕຳ​ແໜ່​ງນັ້ນ​ ມັນ​ໄດ້​ເປັນ​ການ​ສັ່ງ​ລາອັນ​ຍືດຍາວ ​ແລະ​ການ​ຢ້ຽມຢາມ​ຂອງທ່ານ Kerry ທີ່ປາກົດ​ວ່າ ​ໄດ້​ທຳ​ໝົດທຸກ​ຢ່າງ ​ແຕ່​ຫລັງຈາກ​ຄິດ​ເບິ່ງ ຢູ່​ໃນ​ລາຍການ ຂອງບັນດາ​ຜູ້ນຳ​ອັງກິດ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເນັ້ນໜັກໃສ່ການ​ເບິ່ງ​ໄປຂ້າງ​ໜ້າ ຫລາຍ​ກ່ອນທີ່​ຈະ​ຢ້ອນ​ຄືນ​ຫລັງ.

ການ​ປະຊຸມ​ກັບ​ລັດຖະມົນຕີ​ຕ່າງ​ປະ​ເທດອັງກິດ ທ່ານ Boris Johnson ແມ່ນ ກ່ຽວ​ກັບ​ເລື່ອງ​ຊິ​ເຣຍ ​ແລະ​ບັນ​ກາ​ອື່ນໆ. ທ່ານ Kerry ຍັງໄດ້​ຈັດ​ປະຊຸມໃນລະ ດັບ​ຕໍ່າ​ກັບພະ​ສັງຄະ​ຣາດ Justin Welby ​ແຫ່ງ Canterbury ​ໃນອັນ​ທີ່​ສອງ​ທ່ານ​ໄດ້​ສົນທະ​ນາ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ປອງ​ດອງ​ຂອງ​ນາໆ​ຊາດ.

ນາຍົກລັດຖະມົນຕີເຢຣະມັນ ທ່ານນາງ Angela Merkel ກ່າວຢູ່ກອງປະຊຸມນັກຂ່າວ ທີ່ນະຄອນ Berlin.
ນາຍົກລັດຖະມົນຕີເຢຣະມັນ ທ່ານນາງ Angela Merkel ກ່າວຢູ່ກອງປະຊຸມນັກຂ່າວ ທີ່ນະຄອນ Berlin.

ສຳລັບ​ບັນດາ​ຜູ້ນຳ​ອັງກິດ​ປັດຈຸບັນ ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ເນັ້ນ​ໜັກ​ໃນ​ວັນ​ຈັນ​ວານ​ນີ້ແມ່ນ​ແນໃສ່​ຄຳ​ຖະ​ແຫລ​ງຂອງ​ທ່ານ Trump ກ່ຽວ​ກັບ​ການເຫັນ​ພ້ອມ ​ໃນຖອນ​ຕົວ​ຂອງອັງກິດ​ຫຼື​ກັບ Brexit ຊຶ່ງ​ເປັນການຕັດສິນ​ໃຈໃນ​ການ​ລົງ​ຄະ​ແນນ​ສຽງ ອອກ​ຈາກ​ເປັນ​ສະມາຊິກ​ສະຫະພາບຢູ​ໂຣບ ​ແລະ​ລັດຖະບານໃໝ່ ​ໄດ້​ຄໍ້າປະກັນ​ວ່າ ​ຂໍ້​ຕົກລົງ​ການ​ຄ້າ​ໃໝ່ ທີ່​ດີ​ກວ່າ​ເກົ່າ ອາດ​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.

ທ່ານ Johnson ​ໄດ້​ກ່າວ​ໃນ​ອາທິດ​ແລ້ວ​ນີ້ ຫລັງ​ຈາກ​ໄດ້​ຮັບ​ການ​ຄໍ້າປະກັນ​ ​ລະ​ຫວ່າງ​ການ​ເດີນທາງມາ​ສະຫະລັດ ກ່ອນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງວ່າ “ພວກ​ເຮົາ​ໄ​ດ້ຍິນ​ວ່າພວກ​ເຮົາ​ເປັນ​ຄົນ​ທຳ​ອິດ​ຢູ່​ໃນ​ແຖວທີ່​ຈະໄດ້​ເຮັດ​ຂໍ້​ຕົກລົງການ​ຄ້າ​ເສລີ​ກັບ​ສະຫະລັດ.”

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຫວັງ​ໃໝ່ ລຸນຫລັງ​ທີ່ ທ່ານ Trump ​ໄດ້​ຮັບ​ໄຊຊະນະ​ ຫລັງ​ຈາກ​ປະທານາທິບໍດີ Barack Obama ທີ່​ຈະພົ້ນຈາກ​ຕຳ​ແໜ່​ງ ​ໃນ​ປີ​ແລ້ວ​ນີ້ໄດ້​ເຕືອນ​ວ່າ ອັງກິດ​ອາດຈະ​ກັບ​ຄືນ​ໄປ​ລຽນ​ແຖວ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ ຖ້າ​ຫາກມີ​ການ​ລົງ​ຄະ​ແນນ​ສຽງ ຖອນ​ໂຕອອກ​ຈາກ​ສະຫະພາບ​ຢູ​ໂຣບ​.

ການ​ຄໍ້​າປະກັນ​ນີ້ເປັນ​ຄຳ​ເວົ້າ​ທີ່​ຍິນ​ດີ​ສຳລັບນາຍົກ​ລັດຖະມົນ​ຕີ​ອັງກິດ ທ່ານ​ນາງ Theresa May ຜູ້​ຊຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້ ​ພ້ອມ​ທີ່​ຈະ​ຖະ​ແຫລ​ງຢູ່​ສະພາ ກ່າວ​ເຖິງ​ແຜນ​ການ​ຖອນ​ໂຕ​ຂອງ​ອັງກິດ. ທ່ານ​ນາງ May ຄາດວ່າ ຈະ​ປະກາດກ່ຽວ ກັບອັງກິດ ຈະອອກ​ຈາກ​ການ​ເປັນ​ຕະຫລາດຮ່ວມ​ຢູ​ໂຣບ​ແລະ​ບັນດາ​ນັກວິ​ເຄາະ ​ກ່າວ​ວ່າ ການ​ຄໍ້າປະກັນ​ວ່າ ສະຫະລັດ​ຈະ​ເຊັນ​ຂໍ້​ຕົກລົງການ​ຄ້າ​ຢ່າງ​ໄວ​ກັບ​ອັງ ກິດ ຈະ​ຊ່ວຍ​ທົດ​ແທນ​ໃນ​ການ​ຖອນ​ໂຕອອກ​ໄປນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG