ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິສຣາແອລ ແລະ ຈໍແດນ ຕົກລົງກັນ ທີ່ຈະຜ່ອນຄາຍ ຄວາມເຄັ່ງຕຶງ ໃນຕາເວັນອອກກາງ

ກະສັດ Abdullah ອັນດັບສອງຂອງຈໍແດນ (ຂວາ) ພົບປະກັບ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຢູ່ທີ່ພະຣາຊະວັງ ໃນນະຄອນຫຼວງ ອຳມານ, ປະເທດຈໍແດນ, ວັນທີ 24 ຕຸລາ 2015.
ກະສັດ Abdullah ອັນດັບສອງຂອງຈໍແດນ (ຂວາ) ພົບປະກັບ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຢູ່ທີ່ພະຣາຊະວັງ ໃນນະຄອນຫຼວງ ອຳມານ, ປະເທດຈໍແດນ, ວັນທີ 24 ຕຸລາ 2015.

ໃນຂະນະທີ່ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John
Kerry ມ້ວນທ້າຍ ກອງປະຊຸມ ຫລາຍບັ້ນລຽນຕິດ ກັບບັນດາ
ເຈົ້າໜ້າທີ່ຂອງປະເທດໃນຕາເວັນອອກກາງ ເລື້ອງຄວາມວຸ້ນ
ວາຍ ທີ່ກຳລັງຮ້າຍແຮງຂຶ້ນຢູ່ນັ້ນ ລະຫວ່າງ ຊາວອິສຣາແອລ
ແລະ ຊາວປາແລັສໄຕນ໌ ຊຶ່ງທ່ານກ່າວວ່າ ມີຄວາມປາດຖະໜາ
ທີ່ຢາກຈະ “ເປີດໜ້າໃໝ່” ກ່ຽວກັບ “ໄລຍະເວລາທີ່ຫຍຸ້ງຍາກນີ້.”

ທ່ານ Kerry ໄດ້ກ່າວໃນວັນເສົາວານນີ້ ວ່າ ອິສຣາແອລ ແລະ
ຈໍແດນ ໄດ້ຕົກລົງກ່ຽວກັບບາດກ້າວທີ່ເຈາະຈົງຕ່າງໆ ເພື່ອຊ່ວຍ
ໃຫ້ຫລຸດຜ່ອນຄວາມຮຸນແຮງ ທີ່ລວມທັງການຕິດຕາມເບິ່ງດ້ວຍ
ກ້ອງວີດີໂອ ຢູ່ທີ່ສະຖານທີ່ສັກສິດທີ່ສຸດຂອງ Jerusalem ບ່ອນທີ່
ຮູ້ຈັກກັນຂອງຊາວຢິວ ໃນນາມ ວັດພູ ຫລື Temple Mount ແລະ ສຳຫລັບຊາວມຸສລິມ ກໍຄື ວັດສັກສິດ Haram al-Sharif ນັ້ນ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຈັບມືກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ຫຼັງຈາກທີ່ພວກເພິ່ນ ໄດ້ກ່າວຖະແຫລງ ຕໍ່ສື່ມວນຊົນ ກ່ອນຈະຈັດກອງປະຊຸມສອງຝ່າຍ ໃນນະຄອນ Berlin, ປະເທດເຢຍຣະມັນ, ວັນທີ 22 ຕຸລາ 2015.

​ທ່ານ Kerry ເວົ້າວ່າ “ອັນນີ້ ຈະສະໜອງການເບິ່ງເຫັນໄດ້ ຢ່າງຄົບຖ້ວນ ແລະ
ຄວາມໂປ່ງໃສ ທີ່ອາດເປັນຕົວປ່ຽນແປງສະພາບການ”
ແລະ ທ່ານກ່າວຕື່ມວ່າ
“ທີ່ຈະເຮັດໃຫ້ຜູ້ໃດກໍຕາມ ທີ່ຢາກກໍ່ຄວາມບໍ່ສະຫງົບ ໃນເຂດສັກສິດແຫ່ງນີ້
ທໍ້ຖອຍຈິດໃຈ.”

ທ່ານໄດ້ໃຫ້ຄຳເຫັນ ໃນລະຫວ່າງ ການປາກົດຕົວຮ່ວມກັນກັບ ລັດຖະມົນຕີຕ່າງປະເທດ
ຈໍແດນ ທ່ານ Nasser Judeh ໃນນະຄອນ Amman ກ່ອນການເດີນທາງໄປຍັງ
ນະຄອນຫລວງ Riyadh ສຳຫລັບການເຈລະຈາ ກັບບັນດາຊາອຸດີ ອາເຣເບຍ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ພົບປະກັບ ກະສັດ Salman ຂອງຊາອຸດີ ອາຣາເບຍ ໃນ Diriyah Farm, ປະເທດຊາອຸດີ ອາຣາເບຍ, ວັນທີ 24 ຕຸລາ 2015.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ພົບປະກັບ ກະສັດ Salman ຂອງຊາອຸດີ ອາຣາເບຍ ໃນ Diriyah Farm, ປະເທດຊາອຸດີ ອາຣາເບຍ, ວັນທີ 24 ຕຸລາ 2015.

ທ່ານ Judeh ເວົ້າວ່າ ບັນຫາຕ່າງໆ ໃນຕາເວັນອອກກາງ ແມ່ນເປັນເລື້ອງທີ່ “ສະລັບ
ສັບຊ້ອນ”
ແຕ່ວ່າ ພັກຝ່າຍຕ່າງໆ ທີ່ກ່ຽວຂ້ອງອາດ “ເອົາຊະນະ ອັນທີ່ອາດມອງ
ເຫັນວ່າ ເປັນເລື້ອງທີ່ຫຍຸ້ງຍາກແກ້ບໍ່ຕົກໄດ້.”​
ນັ້ນ

ໃນສອງສາມອາທິດຜ່ານມາ ຂອງຄວາມຮຸນແຮງທີ່ກຳລັງທະວີຂຶ້ນນັ້ນ ເຮັດໃຫ້ມີຊາວ
ອິສຣາແອລ ຢ່າງໜ້ອຍ 10 ຄົນ ແລະ ຊາວປາແລັສໄຕນ໌ ປະມານ 50 ຄົນ ເສຍຊີວິດໄປ.

ໃນວັນເສົາວານນີ້ ຕຳຫລວດອິສຣາແອລ ໄດ້ສັງຫານ ຊາຍປາແລັສໄຕນ໌ ຄົນນຶ່ງ ຜູ້ທີ່
ປາກົດວ່າ ພະຍາຍາມແທງເຈົ້າໜ້າທີ່ຮັກສາຄວາມປອດໄພ ຢູ່ທີ່ດ່ານກວດກາ ຂ້າມ
ຊາຍແດນແຫ່ງນຶ່ງ ລະຫວ່າງ ອິສຣາແອລ ແລະປາແລັສໄຕນ໌ ທີ່ດຳເນີນການຢູ່ ໃນເຂດ
ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼື West Bank.

ເມື່ອຕອນເຊົ້າວັນເສົາວານນີ້ ທ່ານ Kerry ໄດ້ພົບປະກັບຜູ້ນຳປາແລັສໄຕນ໌ ທ່ານ
Mahmoud Abbas. ການພົບປະກັນນັ້ນ ຢູ່ໃນປະເທດຈໍແດນ ມີຂຶ້ນຫລັງຈາກທີ່ໄດ້
ເຈລະຈາ ກັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໃນ
ວັນພະຫັດຜ່ານມາ.

Israel Palestinians
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG