ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານແຄຣີ ມີຄວາມເປັນຫ່ວງຫຼາຍ ກ່ຽວກັບການຊ່ອຍເຫຼືອ ຂອງອີຣ່ານ ແກ່ພວກກະບົດ ໃນເຢເມັນ


ຄວັນໄຟກຸ້ມຂຶ້ນ ຈາກການໂຈມຕີທາງອາກາດ ພາຍໃຕ້
ການນຳພາຂອງ ຊາອູດີ ອາເຣເບຍ ທີ່ນະຄອນ Sanaa, ເຢເມັນ ວັນທີ 8 ເມສາ 2015.
ຄວັນໄຟກຸ້ມຂຶ້ນ ຈາກການໂຈມຕີທາງອາກາດ ພາຍໃຕ້ ການນຳພາຂອງ ຊາອູດີ ອາເຣເບຍ ທີ່ນະຄອນ Sanaa, ເຢເມັນ ວັນທີ 8 ເມສາ 2015.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ກ່າວ​ວ່າ ວໍ​ຊິງ​ຕັນ “ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ” ກ່ຽວ​ກັບ​ການ​
ສະໜັບສະໜຸນ​ຂອງ​ອີຣ່ານ​ແກ່​ພວກ​ກະບົດ Shi’ite ​ໃນ​ເຢ​ເມັນ
ຫຼັງ​ຈາກ​ລາຍ​ງານຕ່າງໆ ເວົ້າ​ວ່າ ກອງ​ເຮືອ​ລົບ​ຂອງ​ອີຣ່ານ ​ໄດ້​
ມຸ້ງ​ໜ້າ​ໄປ​ໃກ້ໆເຢ​ເມັນ ທີ່ຕັ້ງຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍ​ນັ້ນ.

ຂ່າວ​ໂທລະພາບ​ອີຣ່ານ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເຮືອ
​ພິຄາດລຳ​ໜຶ່ງ ​ແລະ​ເຮືອ​ລົບອີກ​ລຳ​ໜຶ່ງ​ຂອງ​ອີຣ່ານ​ໄດ້​ມຸ້ງ​ໜ້າ​ໄປ​
ໃນ​ນ່ານນ້ຳ​ໃກ້ໆກັບ​ເຢ​ເມັນ ບ່ອນ​ທີ່​ການ​ໂຈມ​ຕີ​ທາງ​ອາກາດ
ພາຍ​ໃຕ້​ການ​ນຳພາ​ຂອງ Saudi Arabia ກຳລັງ​ພະຍາຍາມ​ຢຸດ
​ການ​ບຸກຄືບໜ້າ​ຂອງ​ພວກ​ກະບົດ​ຮູ​ທີ ນັ້ນ.

ພົນ​ຕີ Habibollah Sayyari ​ແຫ່ງ​ກອງທັບ​ເຮືອ​ອີຣ່ານ ກ່າວວ່າ ກອງ​ເຮືອ​ລົບ​ດັ່ງກ່າວ​
ຈະ​ອຳນວຍ​ຄວາມ​ປອດ​ໄພ​ໃຫ້​ແກ່“ທາງ​ແລ່ນ​ເຮືອຂອງ​ອີຣ່ານ” ​ແລະ​ “ປົກ​ປ້ອງຜົນ​
ປະ​ໂຫຍ​ດ​
ໃນ​ທະ​ເລຫຼວງ” ຂອງ​ປະ​ເທດດັ່ງກ່າວ. ທ່ານ​ກ່າວ​ຕໍ່​ໄປ​ວ່າກອງ​ເຮືອ​ລົບດັ່ງ
ກ່າວນີ້​ຍັງຈະ​ພະຍາ ຍາມ​ຫາທາງຄຸ້ມຄອງ​ພວກ​ກຳ​ປັ່ນ​ພານິດ ໃຫ້​ປອດ​ໄພຈາກ​ພວກ​
ໂຈນ​ປຸ້ນ​ທະ​ເລ.

​ໃນ​ການ​ກ່າວ​ຕໍ່​ລາຍການ​ Newshour ຂອງ PBS ນັ້ນທ່ານ Kerry ເວົ້າ​ວ່າ ສະຫະລັດ
​ໄດ້​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ​ການ​ຊ່ອຍ​ເຫຼືອ​ຂອງ​ອີຣ່ານ​ໃຫ້​ແກ່​ພວກ​ກະບົດຮວມທັງ
ພວກ​ສະບຽງ​ທີ່​ສົ່ງ​ມາ​ຈາກ​ອີຣ່ານ” ​ແລະ “ຈຳນວນ​ຖ້ຽວ​ບິນ​ຂອງ​ອີຣ່ານ ​ໃນ​ແຕ່​
ລະອາ​ທິດ”
ທີ່ບິນໄປຍັງ ເຢ​ເມັນ​ນັ້ນ.

ທ່ານ Kerry ກ່າວວ່າ “ພວກ​ເຮົາ​ຮູ້ຈັກ​ດີ​ ກ່ຽວ​ກັບ​ການ​ຊ່ອຍ​ເຫຼືອ​ ທີ່​ອີຣ່ານ​ໄດ້​ໃຫ້​
ມາ​ແກ່​ເຢ​ເມັນ. ​ແລະອີຣ່ານຈະ​ຕ້ອງ​ຮັບ​ຮູ້​ວ່າ ສະຫະລັດ​ຈະ​ບໍ່​ຢືນ​ຢູ່​ຢ່າງ​ເສີຍ​ເມີຍ​
ໃນ​ຂະນະ​ທີ່​ຂົງ​ເຂດ​ດັ່ງກ່າວ​ບໍ່​ມີ​ຄວາມ​ທຸ່ນ​ທ່ຽງ ​ຫລືໃນ​ຂະນະທີ່​ປະຊາຊົນ​ກຳລັງ​
ພົວພັນ​ໃນ​ການ​ສູ້​ລົບ​ຢ່າງ​ຈະ​ແຈ້ງ​ຂ້າມ​ເສັ້ນ​ ເຂດ​ແດນ​ລະຫວ່າງ​ຊາດ ​ແລະ​ປະ​ເທດ​ອື່ນໆຢູ່ນັ້ນ.

ທ່ານ Kerry ກ່າວ​ວ່າ ສະຫະລັດ ຊຶ່ງ​ໄດ້​ໃຫ້ການ​ສະໜັບສະໜຸນ​ການ​ໂຈມ​ຕີ​ທາງ​ອາກາດ​
ຂອງ​ອາຣັບ ດ້ວຍ​ອາວຸດ​ຍຸດ​ໂທ​ປະກອນ ຂ່າວ​ລັບ ​ແລະ​ການ​ສະໜັບສະໜຸນ​ອື່ນໆ​ນັ້ນ ບໍ່​
ໄດ້ “ຊອກ​ຫາ​ການ​ປະ​ເຊີນ​ໜ້າ​ກັນ​ຢ່າງ​ບໍ່ຕ້ອງສົງໄສ.”

ທ່ານ Kerry ກ່າວ​ຕື່ມ​ວ່າ “​ແຕ່​ພວກ​ເຮົາ​ຈະ​ບໍ່​ຍ້າຍ​ໜີ​ຈາກ​ພວກ​ພັນທະ​ມິດ​ ​ແລະ​ມິດຕະ
ພາບ​ຂອງ​ພວກ​ເຮົາ ​ແລະ​ຄວາມ​ຈຳ​ເປັນ​ເພື່ອ​ຢືນ​ຢູ່​ຄຽງ​ຂ້າງ ​ກັບ​ພວກ​ທີ່​ມີ​ຄວາມ​ຮູ້ສຶກ​ຖືກ​
ຂົ່ມຂູ່ ອັນເປັນ​ຜົນ​ເນື່ອງມາຈາກທາງ​ເລືອກ​ທີ່ອີຣ່ານອາດ​ເຮັດ​ໄປ​ນັ້ນ.

Yemen
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG