ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວວ່າ ລັດຖະບານ ທ່ານ Obama ກຳລັງຊັ່ງຊາຕີລາ
ຄາຄືນກ່ຽວກັບບົດບາດຂອງຕົນ ໃນຂັ້ນຕອນການສ້າງ
ສັນຕິພາບ ຢູ່ໃນພາກຕາເວັນອອກກາງ ຫຼັງຈາກການ
ເຄຶ່ອນໄຫວຂອງ ອິສຣາແອລ ແລະປາແລສໄຕນ໌ ທີ່ເຮັດ
ໃຫ້ການເຈລະຈາ ພັງທະລາຍລົງນັ້ນ.
ທ່ານ Kerry ກ່າວໃນວັນສຸກວານນີ້ວ່າ ມັນມີເວລາໃນ
ຂອບເຂດທີ່ຈຳກັດ ແລະຄວາມພະຍາຍາມທີ່ ສະຫະລັດ
ສາມາດລົງທຶນ ຖ້າຫາກທັງສອງຝ່າຍບໍ່ມີຄວາມເຕັມໃຈ
ທີ່ຈະເອົາ “ບາດກ້າວສ້າງຕັ້ງ” ເພື່ອໃຫ້ມີສັນຕິພາບ.
ທ່ານກ່າວວ່າ ຄວາມພະຍາຍາມຂອງສະຫະລັດ ບໍ່ສາມາດທີ່ຈະ “ເປີດກວ້າງ ແບບບໍ່
ມີທີ່ສິ້ນສຸດ.”
ເຖິງຢ່າງໃດກໍດີ ແຫລ່ງຂ່າວ ທີ່ໃກ້ຊິດກັບການເຈລະຈາ ກ່າວໃນຕອນແລງວັນສຸກ
ວານນີ້ວ່າ ອາດຈະມີການເຈລະຈາຫາລືກັນອີກຮອບນຶ່ງໃນວັນອາທິດຈະມານີ້ ທີ່
ພົວພັນກັບ ບັນດາຄະນະເຈລະຈາ ຂອງສະຫະລັດ ອິສຣາແອລ ແລະປາແລສໄຕນ໌.
ທ່ານ Kerry ກ່າວວ່າ ທັງສອງຝ່າຍໄດ້ສ້າງທຳການເຄື່ອນໄຫວ ທີ່ “ໜ້າເສຍ ໃຈ”
ໃນບໍ່ເທົ່າໃດວັນທີ່ຜ່ານມານີ້ ທີ່ເຮັດໃຫ້ການເຈລະຈາຕົກຢູ່ໃນອັນຕະລາຍ.
ການເຄຶ່ອນໄຫວເຫຼົ່ານີ້ ແມ່ນຮວມທັງການສືບຕໍ່ຊອກຫາ ຢາກໃຫ້ມີການຮັບຮູ້ຂອງ
ຝ່າຍ ປາແລສໄຕນ໌ ໂດຍສະຫະປະຊາຊາດ ແລະອິສຣາແອລ ໄດ້ຍົກເລີກແຜນທີ່
ຈະປ່ອຍພວກນັກໂທດຈຸທີສີ່.
ການສ້າງຕັ້ງຖິ່ນຖານໃໝ່ຂອງອິສຣາແອລ ຢູ່ໃນເຂດຝັ່ງຕາເວັນຕົກຂອງ ແມ່ນ້ຳ
ຈໍແດັນ ຫລື West Bank ກໍມີຜົນກະທົບເຊັ່ນກັນ ຕໍ່ການເຈລະຈາສັນຕິພາບ.