ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ປະກາດໃນວັນຈັນວານນີ້ ທີ່ຈະສືບຕໍ່ດຳເນີນງານເພື່ອສ້າງສັນຕິພາບລະຫວ່າງອິສຣາແອລແລະປາແລສໄຕນ໌ ດ້ວຍການແກ້ໄຂແບບມີສອງປະເທດຄຽງຄູ່ກັນ ໃນໄລຍະເກົ້າເດືອນສຸດທ້າຍ ຂອງການດຳລົງຕຳແໜ່ງປະທານາທິບໍດີ Barack Obama.
ໃນລະຫວ່າງການກ່າວຄຳປາໄສ ຕໍ່ກຸ່ມສະໜັບສະໜຸນອິສຣາແອລ J Street ທ່ານ Kerry ໄດ້ເນັ້ນໜັກເຖິງຄວາມສໍາຄັນ ໃນການສິ້ນສຸດລົງຂອງບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາຍາວນານ ແລະເສັ້ນທາງເດີນໄປສູ່ການມີສອງປະເທດຄຽງຄູ່ກັນ ແມ່ນເປັນທາງດຽວທີ່ຈະເປັນຜົນສຳເລັດໄດ້.
ທ່ານ Kerry ກ່າວວ່າ "ທ່ານບໍ່ສາມາດທີ່ຈະປະນາມແຕ່ອີກຝ່່າຍນຶ່ງ ແລະບໍ່ພະຍາຍາມປ່ຽນຊີວີດການເປັນຢູ່່ ແລະສ້າງສະມັດຖະພາບເພື່ອໃຫ້ມີການປ່ຽນແປງໃນທາງເລືອກ ທ່ານຕ້ອງປະຕິບັດກ່ຽວກັບສິ່ງນີ້.”
ທ່ານ Kerry ໄດ້ຖືເອົາການສ້າງສັນຕິພາບ ລະຫວ່າງອິສຣາແອລກັບປາແລສໄຕນ໌ ເປັນບູລິມະສິດສຳຄັນສຸດຂອງທ່ານ ເວລາທ່ານໄດ້ເປັນລັດຖະມົນຕີຕ່າງ ປະເທດໃນຕົ້ນປີ 2013. ທ່ານໄດ້ເຮັດໃຫ້ສອງຝ່າຍໂອ້ລົມກັນ ເປັນເວລາເກົ້າເດືອນ ແຕ່ວ່າຂັ້ນຕອນດັ່ງກ່າວໄດ້ແຕກຫັກລົງໃນເດືອນເມສາປີ 2014 ໂດຍບໍ່ ມີການຕົກລົງກັນໃດໆ. ຫລາຍເດືອນຕໍ່ມາ ສົງຄາມ 50 ມື້ໃນເຂດ Gaza ທີ່ໄດ້ເຮັດໃຫ້ຊາວປາແລສໄຕນ໌ຫລາຍກວ່າ 2,100 ຄົນເສຍຊີວິດ ທີ່ເຮັດໃຫ້ການແບ່ງແຍກກັນດັ່ງກ່າວ ຍັງມີມາເທົ່າເຖິງທຸກມື້ນີ້.
ອຸບປະສັກທີ່ສຳຄັນອີກຢ່າງນຶ່ງກໍຄືອິສຣາແອລຍັງສືບຕໍ່ທຳການກໍ່ສ້າງ ຕັ້ງບ້ານໃໝ່ໃສ່ ເຂດທີ່ຊາວປາແລສໄຕນ໌ເຫັນວ່າເປັນພາກສ່ວນນຶ່ງຂອງປະເທດໃນອະ ນາຄົດຂອງ ພວກເຂົາເຈົ້ານັ້ນ.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ກ່າວຢູ່ໃນຄຳຖະແຫລງ ຂອງທ່ານ ຕໍ່ກຸ່ມ J Street ໂດຍໄດ້ກ່າວອ້າງເຖິງການຕັ້ງຖິ່ນຖານເຊັ່ນດຽວກັນ ຕະຫລອດທັງການ
ບໍ່ປະນາມຂອງບັນດາຜູ້ນຳປາແລສໄຕນ໌ ຕໍ່ການໂຈມຕີຊາວ ອິສຣາແອລນັ້ນວ່າໄດ້ສ້າງ ຄວາມເສຍຫາຍ ແລະເປັນການກະທຳທີ່ບໍ່ໃຫ້ດອກອອກຜົນ ທີ່ຂັດຂວາງຕໍ່ຄວາມ ກ້າວໜ້າໃດໆທັງນັ້ນ.