ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ທີ່ເມືອງ Aleppo ມີຂຶ້ນບໍ່ດົນ ຫຼັງຈາກທ່ານ Kerry ຮຽກຮ້ອງ ໃຫ້ຍຸຕິ


Kerry Calls for Limits on Warplanes Flying Over Syria
please wait

No media source currently available

0:00 0:02:07 0:00

ມີ​ການ​ໂຈມ​ຕີ​ທາງ​ອາກາດ ​ໃສ່​ຫລາຍໆ​ເຂດທີ່​ຍຶດຄອງ​ໂດຍພວກ​ຕໍ່ຕ້ານ​ລັດຖະບານໃນ​ເມືອງ Aleppo ​ໃນ​ຄືນ​ແລ້ວນີ້ ຊຶ່ງ​ເປັນ​ການ​ໂຈມ​ຕີ​ ໜັກ​ທີ່​ສຸດ​ ຕໍ່​ເມືອງ​ດັ່ງກ່າວ ​ໃນ​ຮອບ ​ຫຼາຍໆ​ເດືອນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼັງຈາກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ທ່ານ John Kerry ຮຽກຮ້ອງ​ໃຫ້​ຍຸຕິ​ການ​ສົ່ງ​ເຮືອບິນ​ລົບບິນ​ຜ່ານ​ເຂດ​ທີ່ສຳຄັນໆ ໃນ​ຊີ​ເຣຍ.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານໄດ້​ຊີ້​ໃສ່​ລັດຖະບານ​ຊີ​ເຣຍ​ເປັນ​ຜູ້​ຮັບຜິດຊອບ​ໃນທັນທີທັງທັງ​ທີ່​ພວກ​ເຈົ້າໜ້າ​ທີ່ ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ ​ກ່ຽວ​ກັບ​ລາຍ​ງານ​ຂ່າວດັ່ງກ່າວ​. ການ​ ສູ້​ລົບ​ກັນຢ່າງ​ໜັກ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ເຂດ​ຊານ​ເມືອງ​ຂອງ​ເມືອງ Aleppo ​ໃນ​ຕອນ​ເຊົ້າວັນ​ພະຫັດ​ມື້ນີ້ ຫລັງ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ.

ການ​ໂຈມ​ຕີ​ທາງ​ອາກາດ​ ຢູ່​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ​ໃນ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້ ​ໄດ້​ສັງຫານ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 12 ຄົນ ​ແລະ​ໄດ້​ກໍ່​ໃຫ້ ​ເກີດ​ບັນຫາ​ທ້າ​ທາຍ​ທີ່​ສຳຄັນ​ຕໍ່​ການ​ຢຸດ​ຍິງທີ່​ໄກ່​ເກ່ຍ​ໂດຍ​ສະຫະລັດ​ແລະຣັດ​ເຊຍ ​ເມື່ອ​ຕົ້ນ​ເດືອນ​ນີ້.

ຖ້າຫາກການ​ຢຸດ​ຍິງ​ທີ່​ພວມ​ຊຸດ​ໂຊມ​ລົງ​ຢູ່​ໃນ​ຊີ​ເຣຍ​ໄດ້​ຮັບ​ການ​ຊ່ອຍ​ກອບ​ກູ້​ເອົາ​ໄວ້ ທ່ານ Kerry ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າເຮືອບິນ​ລົບ​ຕ້ອງ​ໄດ້​ຢຸດ​ເຊົາການຖິ້ມລະ​ເບີດ​ໃສ່​ສະຖານ​ ທີ່​ຕ່າງໆ ບ່ອນ​ທີ່​ອົງການ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະ​ນຸດ​ສະທຳ​ພວມ​ຫາ​ທາງຈັດ​ສົ່ງ​ອາຫານແລະ​ຢາ​ປົວ​ພະຍາດ​ໄປ​ໃຫ້.

Kerry on Syria Cease-fire Pre-conditions
please wait

No media source currently available

0:00 0:01:51 0:00

ຫຼັງ​ຈາກ​ໄດ້​ມີ​ການລະ​ເມີດ​ຢ່າງ​ເປີດແປນ​ຕໍ່​ການ​ຢຸດ​ຍິງ​ໃນ​ຊີ​ເຣຍ​ແລ້ວ​ໂດຍ​ສະ​ເພາະ​ແມ່ນ​ການ​ໂຈມ​ຕີ​ທາງ​ອາກາດ ​ທີ່​ໄດ້​ທຳລາຍ​ຂະ​ບວນລົດ​ຂົນ​ສົ່ງ​ການ​ຊ່ອຍເຫລືອ​ ໃນ​ມື້ວັນ​ຈັນ​ຜ່ານ​ມາທີ່​ສະຫະລັດ​ ໄດ້​ຖິ້ມ​ໂທດ​ໃສ່ຣັດ​ເຊຍ​ນັ້ນ ທ່ານ Kerry ກ່າວ​ວ່າ ທຸກ​ພັກ​ຝ່າຍ​ໃນ​ບັນຫາ​ຂັດ​ແຍ້​ງຕ້ອງ​ໄດ້​ຍອມຮັບ​ເວລາ​ແຫ່ງ​ຄວາມ​ເປັນ​ຈິງ.

ຂໍ້​ສະ​ເໜີ​ຂອງ​ຫົວໜ້າ​ນັກ​ການ​ທູດ​ສະຫະລັດ ແມ່ນ​ໄດ້​ໃຊ້​ຄຳ​ເວົ້າທາງການ​ທູດ​ຈຶ່ງ​ບໍ່​ໄດ້​ລະ ບຸ​ວ່າ​ເປັນ​ເຮືອບິນ​ລົບ​ຂອງຣັດ​ເຊຍ​ແລະ​ຊີ​ເຣຍ​ໂດຍ​ກົງຊຶ່ງ​ມີ​ການຖິ້ມ​ໂທດ​ໃສ່ສ່ວນ​ໃຫຍ່​ໃນ​ການ​ໂຈມ​ຕີ​ຮ້າຍ​ແຮງ ຕໍ່​ເຂດ​ຕ່າງໆ​ທີ່​ມີ​ພົນລະ​ເຮືອນ​ອາ​ໄສ​ຢູ່​ໃນສົງຄາມ​ໃນຮອບ​ປີທີ່ຜ່ານ​ມາ. ທ່ານ Kerry ກ່າວ​ວ່າ ຈະ​ມີ​ການ​ນຳ​ໃຊ້ ​ກັບ​ເຮືອບິນທຸກໆ​ປະ​ເພດ ຢູ່​ໃນ​ເຂດ​ທີ່​ກຳນົດ​ໄວ້​ໂດຍ​ເປັນ​ການສະ​ເພາະຮວມທັງ​ເຮືອບິນ​ຂອງ​ສະຫະລັດ​ແລະແນວ​ໂຮມ​ນຳ​ດ້​ວຍ.

ທ່ານ Kerry ​ໄດ້​ທຳ​ການ​ຮ້ອງ​ຮຽນ​ ຕໍ່​ກອງປະຊຸມລະ​ດັບ​ສູງ ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງ ການ​ສະຫະ​ປະຊາ​ຊາດ ​ໂດຍ​ກ່າວ​ວ່າ ການບິນ​ຜ່ານແບບ​ຈຳກັດ​ແມ່ນ ມີ​ຄວາມ​ສຳຄັນ​ໃນ​ການ​ຍຸຕິ​ການ​ນອງ​ເລືອດ​ຢູ່​ໃນຊີ​ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG