ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Kerry ຮຽກຮ້ອງໃຫ້ລັດຖະບານຊຸດໃໝ່ ສືບຕໍ່ປະຕິບັດການ ດ້ານສະພາບອາກາດປ່ຽນແປງ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເປີດຕົວແຖ່ນຈາລຶກ ໃນລະຫວ່າງ ພິທີການອຸທິດຕົນ ຢູ່ສະ
ຖານທີ່ຂອງອະນຸສາວະລີແຫ່ງ ອະນາຄົດຂອງສົງຄາມ ອາ
ເມຣິກັນ ຕັ້ງຢູ່ທາງຂ້າງອະນຸສາວະລີ ສົງຄາມແຫ່ງຊາດ. ນະຄອນຫຼວງ Wellington, ນິວຊີແລນ. 13 ພະຈິກ, 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ເປີດຕົວແຖ່ນຈາລຶກ ໃນລະຫວ່າງ ພິທີການອຸທິດຕົນ ຢູ່ສະ ຖານທີ່ຂອງອະນຸສາວະລີແຫ່ງ ອະນາຄົດຂອງສົງຄາມ ອາ ເມຣິກັນ ຕັ້ງຢູ່ທາງຂ້າງອະນຸສາວະລີ ສົງຄາມແຫ່ງຊາດ. ນະຄອນຫຼວງ Wellington, ນິວຊີແລນ. 13 ພະຈິກ, 2016.

ຫຼັງຈາກສຳເລັດການເດີນທາງ “ທີ່ໜ້າປະທັບໃຈ” ໄປຂົ້ວໂລກໃຕ້, ລັດຖະມົນຕີການຕ່າງ ປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວໃນວັນອາທິດມື້ນີ້ວ່າ ທ່ານເຊື່ອວ່າປະຊາ ຊົນ ອາເມຣິກັນ ສ່ວນຫຼາຍຮູ້ວ່າສະພາບອາກາດປ່ຽນແປງ “ແມ່ນເລື່ອງທີ່ກຳລັງເກີດຂຶ້ນ” ແລະ ຢາກໃຫ້ບັນຫາດັ່ງກ່າວຖືກຮັບຮູ້.

ທ່ານ Kerry ຜູ້ທີ່ໄດ້ສະໜັບສະໜູນປະຕິດບັດການ ກ່ຽວກັບ ສະພາບອາກາດປ່ຽນແປງ ມາດົນນານ ໄດ້ກ່າວໃນນະຄອນຫຼວງ Wellington ປະເທດ ນິວຊີແລນ ວ່າ ປະຊາຊົນ ອາເມຣິກັນ ສ່ວນຫຼາຍຢາກໃຫ້ ສະຫະລັດ ຈັດການກຳກັບບັນຫາດັ່ງກ່າວ. ທ່ານໄດ້ກ່າວ ວ່າ ທ່ານຈະສືບຕໍ່ຄວາມພະຍາຍາມຂອງທ່ານເພື່ອປະຕິບັດຂໍ້ຕົກລົງ ປາຣີ ກ່ຽວກັບ ສະ ພາບອາກາດປ່ຽນແປງທີ່ມີຄວາມສຳຄັນຍິ່ງນີ້ ຈົນກວ່າປະທານາທິ ບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ສິ້ນສຸດການດຳລົງຕຳແໜ່ງໃນວັນທີ 20 ເດືອນມັງກອນ.

ຜູ້ທີ່ຖືກເລືອກເປັນປາທານາທິບໍດີ ທ່ານ Donald Trump ໄດ້ກ່າວວ່າ ລາວເຊື່ອວ່າສະ ພາບອາກາດປ່ຽນແປງແມ່ນ ສິ່ງຫຼອກລວງ ແລະ ໄດ້ໃຫ້ຄຳສັນຍາໃນລະຫວ່າງ ການໂຄ ສະນາຫາສຽງຂອງທ່ານວ່າຈະ “ຍົກເລີກ” ການເຂົ້າຮ່ວມຂອງ ສະຫະລັດ ໃນຂໍ້ຕົກລົງປີ ກາຍນີ້, ເຊິ່ງເກືອບ 200 ປະເທດໄດ້ຕົກທີ່ຈະວາງຂີດຈຳກັດ ກ່ຽວກັບ ການປ່ອຍແກ໊ສ ເຮືອນແກ້ວໃນທົ່ວໂລກ. ຂໍ້ຕົກລົງ ປາຣີ ໄດ້ມີຜົນບັງຄັບໃຊ້ໃນຕົ້ນຂອງເດືອນນີ້ ຫຼັງຈາກ ມີລັດຖະບານຫຼາຍພໍທີ່ໄດ້ຮັບຮອງເອົາເງື່ອນໄຂຂອງພວກເຂົາເຈົ້າຢ່າງເປັນທາງການ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ສຳຫຼວດສັດນ້ຳທີ່ສູນວິທະຍາສາດ Crary ໃນສະຖານີ McMurdo ໃນຂົ້ວໂລກໃຕ້. 12 ພະຈິກ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ສຳຫຼວດສັດນ້ຳທີ່ສູນວິທະຍາສາດ Crary ໃນສະຖານີ McMurdo ໃນຂົ້ວໂລກໃຕ້. 12 ພະຈິກ 2016.

ທ່ານ Kerry ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດມື້ນີ້, ອີງຕາມອົງການຂ່າວ ຝຣັ່ງ ວ່າ “ພວກເຮົາຈະຖ້າເບິ່ງວ່າລັດຖະບານຊຸດຕໍ່ໄປຈະຈັດການກັບເລື່ອງນີ້ແນວໃດ, ແຕ່ຂ້າ ພະເຈົ້າເຊື່ອວ່າ ພວກເຮົາກຳລັງເຮັດໃນສິ່ງທີ່ຖືກຕ້ອງ, ແລະ ນີ້ແມ່ນເສັ້ນທາງທີ່ປະຊາ ຊົນ ອາເມຣິກັນ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ມັນ.”

ທ່ານໄດ້ກ່າວ ກ່ຽວກັບ ຄຳສັນຍາໃນການໂຄສະນາຫາສຽງຂອງທ່ານ Trump ວ່າ “ທຸກໆ ຄົນຮູ້ວ່າ ບາງເທື່ອມັນຈະມີການແບ່ງແຍກກັນ ລະຫວ່າງ ການໂຄສະນາຫາສຽງ ແລະ ການປົກຄອງ. ແລະ ຂ້າພະເຈົ້າຄິດວ່າ ລັດຖະບານຊຸດຕໍ່ໄປຕ້ອງພິຈາລະນາຕົນເອງ ກ່ຽວກັບ ຫົວຂໍ້ນັ້ນ.”

ທ່ານ Kerry ໄດ້ເດີນທາງກັບໄປປະເທດ ນິວຊີແລນ ໃນວັນອາທິດມື້ນີ້, ເຊິ່ງເປັນຈຸດເດີນ ທາງອອກ ສຳລັບຖ້ຽວບິນໄປຂົ້ວໂລກໃຕ້ໃນວັນສຸກທີ່ຜ່ານມາ, ກ່ອນກອງປະຊຸມສະພາບ ອາກາດປ່ຽນແປງສາກົນຈະເລີ່ມຂຶ້ນໃນສັບປະດາໜ້າທີ່ເມືອງ Marrakech, ປະເທດ ໂມຣົກໂກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Kerry Antartica
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG