ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ຮຽກຮ້ອງໃຫ້ທ່ານ Haider al-Abadi ທີ່ຖືກສະເໜີແຕ່ງຕັ້ງ
ໃຫ້ເປັນນາຍົກລັດຖະມົນຕີອີຣັກ ໃຫ້ປະກອບຄະນະລັດຖະ
ບານຊຸດໃໝ່ ໄວເທົ່າທີ່ຈະໄວໄດ້ ແລະໃຫ້ຄຳໝັ້ນສັນຍາທີ່
ຈະໃຫ້ການສະໜັບສະໜຸນອີຣັກໃນການຕໍ່ສູ້ກັບພວກຫົວ
ຮຸນແຮງຈາກກຸ່ມຈັດຕັ້ງລັດອິສລາມນັ້ນ.
ທ່ານ Kerry ກ່າວຕໍ່ບັນດານັກຂ່າວໃນວັນອັງຄານມື້ນີ້ ທີ່ອອສ
ເຕຣເລຍວ່າ ເປົ້າໝາຍສຳລັບອີຣັກຍັງຄົງເປັນລັດຖະບານທີ່
ຕາງໜ້າພວກປະຊາຊົນຈາກກຸ່ມ Shi’ite - ຊຸນນີ ເຄີດສ໌ ແລະ
ຊົນກຸ່ມນ້ອຍອື່ນໆ.
ທ່ານ Kerry ກ່າວຕື່ມວ່າ ຈະບໍ່ມີກຳລັງສູ້ລົບຂອງສະຫະລັດກັບຄືນໄປຍັງອີຣັກອີກ ໂດຍເນັ້ນວ່າ ປະເທດດັ່ງກ່າວກຳລັງປະເຊີນກັບການສູ້ລົບ “ທີ່ຊາວອີຣັກເອງຕ້ອງຮ່ວມກັນເພື່ອຕໍ່ສູ້ໃນນາມຂອງອີຣັກ” ໂດຍກ່າວວ່າ “ສິ່ງທີ່ພວກເຮົາກຳລັງຊອກຫາແທ້ໆຢູ່
ທີ່ນີ້ ແມ່ນຊ່ອງທາງນຶ່ງເພື່ອໃຫ້ການສະໜັບສະໜຸນແກ່ອີຣັກ ສະໜັບສະໜຸນ
ພວກກຳລັງຂອງເຂົາເຈົ້າ ດ້ວຍການເຝິກແອບ ຫຼື ອຸບປະກອນ ຫຼືຄວາມຊ່ອຍ
ເຫຼືອໃນສິ່ງໃດສິ່ງນຶ່ງ ທີ່ສາມາດຊ່ອຍເຂົາເຈົ້າໄດ້ ເພື່ອເພິ່ງຕົນເອງ ແລະປ້ອງ
ກັນປະເທດຂອງເຂົາເຈົ້າ.”
ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ເອີ້ນການຄັດເລືອກເອົາທ່ານ Abadi ວ່າເປັນ “ຂ່າວດີ” ແລະກ່າວວ່າ ສະ ຫະລັດຫວັງວ່າຈະໄດ້ດຳເນີນງານຮ່ວມກັບລັດຖະບານໃໝ່ ເມື່ອໃດມີການຈັດຕັ້ງຂຶ້ນແລ້ວ.