ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ທ່ານແຄຣີ ຊຸກຍູ້ໃຫ້ ບູຣຸນດີ ຍຸດຕິ ຄວາມຮຸນແຮງ


ຊາຍຄົນນຶ່ງ ກຳລັງຖ່າຍຮູບເອົາ ລູກປືນ ທີ່ຊະຊາຍໄປທົ່ວຖະໜົນ ໃນຄຸ້ມບ້ານ Nyakabiga ຂອງນະຄອນຫຼວງ Bujumbura, ປະເທດບູຣຸນດີ, ເມື່ອວັນເສົາ ທີ 12 ທັນວາ 2015.
ຊາຍຄົນນຶ່ງ ກຳລັງຖ່າຍຮູບເອົາ ລູກປືນ ທີ່ຊະຊາຍໄປທົ່ວຖະໜົນ ໃນຄຸ້ມບ້ານ Nyakabiga ຂອງນະຄອນຫຼວງ Bujumbura, ປະເທດບູຣຸນດີ, ເມື່ອວັນເສົາ ທີ 12 ທັນວາ 2015.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ ຊຸກຍູ້
ໃຫ້ທຸກພັກຝ່າຍ ໃນປະເທດບູຣຸນດີ ຍຸດຕິຄວາມຮຸນແຮງ ແລະ
ໃຫ້ເລີ້ມຕົ້ນ ການເຈລະຈາ ເພື່ອສິ້ນສຸດ ຄວາມບໍ່ສະຫງົບ ທີ່
ຍືດເຍື້ອມາໄດ້ຫຼາຍເດືອນ ຢູ່ໃນປະເທດ ດັ່ງກ່າວ.

ທ່ານແຄຣີ ໄດ້ຂຽນລົງຜ່ານທາງ Twitter ໃນວັນອາທິດວານນີ້
ວ່າ ການເຂັ່ນຂ້າກັນຕ້ອງຍຸດຕິລົງ ລວມທັງ “ການຕອບໂຕ້
ໂດຍໜ່ວຍຮັກສາຄວາມປອດໄພ ທີ່ບໍ່ສົມສ່ວນນັ້ນ.”

ເມື່ອຕອນເຊົ້າຂອງມື້ດຽວກັນນັ້ນ ກະຊວງການຕ່າງປະເທດ
ສຫລ ໄດ້ບອກໃຫ້ປະຊາຊົນຊາວອາເມຣິກັນ ຫລີກລ່ຽງການເດີນທາງໄປບູຣຸນດີ ແລະ
ໄດ້ແນະນຳວ່າ ພວກທີ່ຢູ່ໃນປະເທດບູຣຸນດີແລ້ວ ກໍໃຫ້ອອກໄປ ຈາກປະເທດໄວທີ່ສຸດ
ເທົ່າທີ່ຈະເປັນໄປໄດ້ ຂະນະທີ່ຄວາມຮຸນແຮງ ທາງດ້ານການເມືອງຍັງຄົງມີຢູ່.

ຫຼາຍກວ່າ 80 ຄົນໄດ້ຖືກຂ້າຕາຍ ເມື່ອວັນສຸກຜ່ານມາ ໃນເວລາພວກໂຈມຕີຕິດອາວຸດ
ໄດ້ບຸກຈູ່ໂຈມ ຄ້າຍທະຫານກອງທັບບົກ ຢູ່ໃນນະຄອນຫຼວງບູຈຳບູຣາ. ລວມຢູ່ໃນຈຳນວນ
ຜູ້ທີ່ເສຍຊີວິດ ມີເຈົ້າໜ້າທີ່ຮັກສາຄວາມປອດໄພ 8 ຄົນ ແລະ ພວກຄົນຮ້າຍຈຳນວນນຶ່ງ
ອີງຕາມໂຄສົກຂອງກອງທັບບົກ.

ຄວາມບໍ່ສະຫງົບໄດ້ເລີ້ມຕົ້ນຂຶ້ນ ເມື່ອເດືອນເມສາປີນີ້ ໃນເວລາປະທານາທິບໍດີ ໄດ້ປະ
ກາດວ່າ ທ່ານຈະລົງແຂ່ງຂັນສະໄໝທີສາມ. ບັນດານັກວິຈານໄດ້ກ່າວວ່າ ທ່ານໄດ້ລະເມີດ
ລັດຖະທຳມະນູນທີ່ກຳນົດວາລະການດຳລົງຕຳແໜ່ງໄວ້ ສອງສະໄໝ ພ້ອມກັນກັບ ຂໍ້ຕົກ
ລົງທີ່ໄດ້ຍຸດຕິສົງຄາມກາງເມືອງ ໄລຍະ 12 ປີ ຂອງບູຣຸນດີ.

ອົງການສະຫະປະຊາຊາດ ກ່າວວ່າ ຄວາມຮຸນແຮງ ຕໍ່ຈາກນັ້ນມາ ໄດ້ເຮັດໃຫ້ມີ ຫຼາຍກວ່າ
240 ຄົນເສຍຊີວິດ ແລະເປັນຜົນເຮັດໃຫ້ຊາວບູຣຸນດີ 220,000 ຄົນ ຫລົບໜີອອກຈາກ
ປະເທດ. ປະທານາທິບໍດີ ໄດ້ຖືກເລືອກອີກຄັ້ງນຶ່ງ ເມື່ອເດືອນກໍລະກົດ ໃນການລົງຄະແນນ
ສຽງເລືອກຕັ້ງ ທີ່ຝ່າຍຄ້ານບໍ່ໄດ້ເຂົ້າຮ່ວມເລີຍ.

ກຸ່ມມະນຸດສະທຳ ເພື່ອອົບພະຍົບສາກົນທີ່ມີຫ້ອງການຢູ່ວໍຊິງຕັນ ກ່າວໃນວັນຈັນມື້ນີ້ວ່າ
ຕົນມີຄວາມເປັນຫ່ວງກ່ຽວກັບການກ່າວອ້າງຂອງຊາວອົບພະຍົບບູຣຸນດີ ຢູ່ໃນປະເທດ
ຣວັນດາ ຜູ້ທີ່ກ່າວວ່າ ພວກເຂົາເຈົ້າ ໄດ້ຖືກພວກກຸ່ມຕິດອາວຸດ ເກນເອົາໄປເປັນນັກລົບ.

Burundi Unrest
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG