ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ​ຊຸກຍູ້ ​​​​​ການ​ເຈລະຈາ​ສັນຕິພາບ ລະຫວ່າງ Israel ແລະ Palestine (ວີດີໂອ)


Kerry Tries to Boost Israeli Palestinian Talks
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ

ທ່ານ Kerry

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
​ພວມຢູ່​ໃນ Israel ເພື່ອ​ພະຍາຍາມ​ຊຸກຍູ້ໃຫ້​ການ​ເຈລະຈາ
​ສັນຕິພາບກ້າວ​ໄປໜ້າກັບຝ່າຍ Palestine ທີ່​ທັງ​ສອງ​ຝ່າຍ
ກ່າວ​ວ່າ ມີ​ຄວາມ​ກ້າວໜ້າ​ແຕ່​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ​ໃນ​ໄລຍະ
ເຄິ່ງທາງ​ ຂອງການ​ເຈລະຈາ​ທີ່​ວາງ​ແຜນ​ໄລຍະ 9 ​ເດືອນນັ້ນ.

ທ່ານ Kerry ມີ​ກໍານົດ​ທີ່​ຈະ​ພົບ​ປະ​ ​ໃນ​ວັນ​ພະຫັດ​ມື້ນີ້ ກັບນາຍົກ
ລັດຖະມົນຕີ Israel ທ່ານ Benjamin Netanyahu ​ທີ່​ນະຄອນ
Jerusalem ​ແລະປະທານາທິບໍດີ Palestine ທ່ານ Mah-
moud Abbas ​ທີ່​ເມືອງ Ramallah.

​ເຈົ້າ​ໜ້າ​ທີ່​ຂອງ​ສະຫະລັດ ກ່າວ​ວ່າ ທ່ານ Kerry​ ແລະ​ທີ່​ປຶກສາ ທ່ານ John Allen ທີ່​ເຄີ​ຍ
ບັງຄັບບັນຊາ​ການກອງ​ກໍາລັງ​ທະຫານ​ອາ​ເມຣິກັນໃນ​ອັຟກາ​ນີສຖານມາ​ນັ້ນ ຈະ​ເພັ່ງ​ເລັງ
ໃສ່ບັນຫາ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ Israel ​ໃນ​ການ​ໂອ້​ລົມ​ສົນທະນາ​ກັບ ທ່ານ
Netanyahu.

ກະຊວງ​ການ​ຕ່າງປ​ະ​ເທດສຫະລັດ ກ່າວ​ວ່າ ທ່ານ Kerry ຈະ​ປຶກສາ​ຫາລື​ໃນ​ອັນ​ທີ່​ເອີ້ນວ່າ
ບັນຫາ​ກ່ຽວ​ກັບ “ຖານະພາບ​ຂັ້ນສຸດ​ທ້າຍ” ກັບ​ທ່ານ Abbas. ຄະນະ​ເຈລະຈາ​ຂອງ Israel
​ແລະ Palestine ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຕົກລົງກັນໃນ​ຫຼາຍ​ໆ​ເລື່ອງ​ ເຊັ່ນເລື່ອງເຂດ​ຊາຍ​ແດນ
ໃນການ​ແກ້​ບັນຫາທີ່​ມີ​ການມອງກັນແບບ​ 2 ປະ​ເທດ ຫຼື​ສະຖານະພາບ​ຂອງ Jerusalem.

ຝ່າຍ Palestine ຕ້ອງການຢາກ​ໃຫ້ກໍ້າ​ຕາ​ເວັນ​ອອກ​ຂອງກຸງ Jerusalem ເປັນ​ເມືອງ
​ຫຼວງ​ຂອງ​ຕົນ​ ​ພ້ອມໆ​ກັບ​ດິນ​ແດນ​ໃນ​ເຂດ Gaza ​ແລະ​ເຂດຝັ່ງ​ຕາ​ເວັນ​ຕົກຂອງ​ແມ່​ນໍ້າ
ຈໍ​ແດນ​ຫຼື West Bank.

ທັງ​ສອງ​ຝ່າຍ​ໄດ້​ເລີ້ມທຳການເຈລະຈາ​ກັນ​ໃໝ່ ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ ​ສະຫະລັດ​ ​
ໃນ​ທ້າ​ຍ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້.

US MIDEAST
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG