ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry ເດີນທາງໄປ ເທີກີ (ວີດິໂອ)


ທ່ານ Jonh Kerry ອອກເດີນທາງ​ໄປ​ເທິ​ກີ ວັນ​ເສົາ​ມື້​ນີ້ ​ເພື່ອ​ປະຊຸມ​ກັບ​ບັນດາ​ຄູ່​ຕໍາ​ແໜ່​ງ ກ່ຽວກັບຊີເຣຍ
ທ່ານ Jonh Kerry ອອກເດີນທາງ​ໄປ​ເທິ​ກີ ວັນ​ເສົາ​ມື້​ນີ້ ​ເພື່ອ​ປະຊຸມ​ກັບ​ບັນດາ​ຄູ່​ຕໍາ​ແໜ່​ງ ກ່ຽວກັບຊີເຣຍ
ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ອອກ
ເດີນ ທາງ​ໄປ​ເທິ​ກີ ວັນ​ເສົາ​ມື້​ນີ້ ​ເພື່ອ​ປະຊຸມ​ກັບ​ບັນດາ​ຄູ່​ຕໍາ​ແໜ່​ງ
ຂອງ​ທ່ານ ຈາກ​ເຫລົ່າປະ​ເທດທີ່ໃຫ້ການ​ໜູນ​ຫລັງ ພວກ​ກຸ່ມ​ຕໍ່
ຕ້ານ​ທີ່​ກໍາລັງ​ຕໍ່ສູ້ ​ເພື່ອ​ໂຄນ​ລົ້ມ​ ປະ​ທາ​ນາ​ທິບໍດີ Bashar
al-Assad ​ແຫ່ງ​ຊີ​ເຣຍ.

ການ​ໂຈມ​ຕີ​ຂອງຝ່າຍ​ລັດຖະບານ​ຊີ​ເຣຍ ຍັງ​ສື​ບຕໍ່​ຜັກ​ດັນ​ໃຫ້​
ປະຊາຊົນ ອົບ​ພະ​ຍົບຂ້າມ​ຊາຍ​ແດນ ​ເຂົ້າ​ໄປ​ຍັງຈໍ​ແດນ ຊຶ່ງ
|ລັດຖະມົນຕີ​ຕ່າງ​ປະ​ເທດ Kerry ກ່າວ​ວ່າ :

“ທ່ານ​ສາມາດ​ວາດພາບເຫັນໄດ້ໂລດ ຜົນ​ສະ​ທ້ອນ​ຂອງ
ບັນຫາ​ນີ້ ທີ່​ສ້າງຄວາມບໍ່​ທຸ່ນ​ທ່ຽງ ​ແລະສ້າງບັນຫາ​ໃຫ້ແກ່ຊາວ​ຈໍ​ແດນ ຜູ້​ຊຶ່ງ​ກໍມີ​ບັນ​ຫາ​ອຶ່ນໆອີກ​ ​ແລະ​ປະ​ເຊີນ​ກັບການ​ທ້າ​ທາ​ຍທາງ​ດ້ານເສດຖະກິດນໍາ. ​ເພາະສະ​ນັ້ນ ​ເລື້ອງນີ້​ແມ່ນ​ເປັນ​ບັນຫາ​ໃຫຍ່.”


ບັນຫາ​ອົບ​ພະຍົບຊີ​ເຣຍ ແມ່ນ​ນຶ່ງ​ຂອງ​ຫລາຍໆ​ການທ້າ​ທາຍ​ ທີ່ບັນດາ​ລັດຖະມົນຕີ​ຕ່າງ
ປະ​ເທດ ຈະຍົກ​ຂຶ້ນ​ມາຫາລື​ກັນ​ໃນ​ການ​ເຈລະຈາຮອບ​ຕໍ່​ໄປ ກັບພວກຜູ້​ນໍາ​ຝ່າຍ​ຄ້ານ​ຂອງ
ຊີ​ເຣຍ ​ຢູ່​ນະຄອນອິສ​ແຕນ​ບູລ.

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Segei Lavrov ກ່າວ​ວ່າ ​ບັນດາປະ​ເທດ ຄື​ກັນ​ກັບສະຫະລັດ ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ຝ່າຍ​ຄ້ານ​ໃນ​ຊີ​ເຣຍນັ້ນ ກໍາລັງ​ເຮັດ​ໃຫ້ບັນຫາ ​ຮ້າຍ​ແຮງ​ໜັກລົງ​ໄປ​ອີກ​ເທົ່າ​ນັ້ນ.

ເບິ່ງວີດິໂອກ່ຽວກັບ ການເດີນທາງໄປເທີກີ ຂອງທ່ານແຄຣີ:

Kerry Travels to Turkey for Syrian Opposition Meeting
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ
XS
SM
MD
LG