ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ພົບປະກັບ ປະທານປະເທດ ອຸສເບກິສຖານ ແລະ ບັນດາ ຜູ້ນຳ ເອເຊຍກາງ


ໃນວັນອາທິດວານນີ້ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ ພົບປະກັບຜູ້ນຳຜະເດັດການຂອງ Uzbekistan ເຈົ້າໜ້າທີ່ຈາກບັນດາປະເທດ ເອເຊຍ ກາງຄົນອື່ນໆ ທີ່ຖືກກ່າວຫາວ່າເປັນໜຶ່ງໃນຜູ້ທີ່ກະທຳຜິດທາງດ້ານສິດທິມະນຸດ ທີ່ຮ້າຍ ແຮງທີ່ສຸດຂອງໂລກນັ້ນ.

ການຢ້ຽມຢາມຂອງທ່ານ Kerry ໃນເອເຊຍກາງໄດ້ເກີດຂຶ້ນຫຼັງ ຈາກການຢ້ຽມຢາມໃນ ຢູໂຣບ ແລະ ຕາເວັນອອກກາງ. ໃນວັນອາ ທິດວານນີ້, ທ່ານໄດ້ພົບປະກັບບັນດາຜູ້ນຳ ຂອງອະດີດສະຫະ ພາບໂຊວຽດ ຂອງ Kyrgyztan, Tajikistan, Turkmenistan ແລະ Uzbekistan, ເຊິ່ງທັງໝົດໄດ້ມີຄວາມເປັນຫ່ວງກ່ຽວກັບ ການຟື້ນຄືນຂອງພວກ ຕາລີບານ ໃນ ອັຟການິສຖານ ແລະ ການເກນຄົນຂອງພວກເຂົາເຂົ້າ ໃນອົງການກໍ່ການ ຮ້າຍເຊັ່ນ ລັດອິສລາມ. ທ່ານKerryໄດ້ຖະແຫຼງຄວາມເປັນຫ່ວງດັ່ງກ່າວນີ້ ທີ່ກອງປະຊຸມ ໃນເມືອງຖະໜົນສາຍໄໝໂບຮານແຫ່ງ Samarkand.

ທ່ານ Kerry ໄດ້ກ່່າວວ່າ “ພວກເຮົາຈະເຈລະຈາກ່ຽວກັບການເຕີບໂຕທາງດ້ານເສດ ຖະກິດ ແລະ ການເຊື່ອມ ຕໍ່ກັນ, ສິ່ງແວດລ້ອມ, ຄວາມປອດໄພໃນພາກພື້ນ ແລະ ສະຖຽນລະພາບ ແລະ ຂອບ ເຂດຂອງມະນຸດ. ໃນເວລາສະເພາະຂອງປະຫວັດສາດ ນີ້, ເສດຖະກິດ ແລະ ບັນຫາ ຄວາມປອດໄພແມ່ນຕ້ອງຈັບມືໄປຄຽງຄູ່ກັນ. ມັນເປັນ ການເພີ່ມກຳລັງໃຫ້ກັນ ແລະ ກັນ.”

ກ່ອນໜ້ານີ້, ທ່ານ Kerry ໄດ້ໂອ້ລົມກັບປະທານປະເທດຂອງ Uzbekistan ທ່ານ Islam Karimov ໃນການພົບປະລະດັບສູງທີ່ບໍ່ຄ່ອຍມີກັບ ສະຫະລັດ ແລະ ຜູ້ນຳຜະເດັດການ ແລະ ມັກເປັນເປົ້າ ໝາຍຂອງການພິພາກວິຈານດ້ານສິດທິມະນຸດ.

ຮອງໂຄສົກ ກະຊວງການຕ່າງປະເທດ ທ່ານ Mark Tonerໄດ້ກ່າວວ່າ “ທ່ານ Kerry ແລະ ທ່ານ Karimov ໄດ້ປຶກສາຫາລືບັນຫາຂອງໂລກ ກ່ຽວກັບຄວາມເປັນຫ່ວງຮ່ວມກັນ ລວມ ທັງການຕໍ່ຕ້ານລັດທິຫົວຮຸນແຮງລວມທັງຄວາມໝັ້ນຄົງໃນພາກພື້ນ ແລະ ສະຖຽນລະພາບ”

ປະທານປະເທດ Uzbek ທີ່ມີອາຍຸ 77 ປີ ໄດ້ເປັນຜູ້ນຳຂອງປະເທດຕັ້ງແຕ່ປີ 1990 ເປັນ ຕົ້ນມາ.

ເຈົ້າໜ້າທີ່ ສະຫະລັດ ນັບຖືການຢ້ຽມຢາມຂອງທ່ານ Kerry ວ່າເປັນວິທີຂອງການຮັບຮອງ ຄວາມແຂງແກ່ນສາຍພົວພັນຂອງບັນດາປະເທດ ເອເຊຍກາງ ກັບ ວໍຊິງຕັນ ໃນເວລາທີ່ ສາຍພົວພັນ ສະຫະລັດ ແລະ ຣັດເຊຍ ເສື່ອມຖອຍລົງ. ແຕ່ທ່ານກໍຍັງມີຄວາມກົດດັນທີ່ຈະ ກ່າວອອກມາຕໍ່ເອກະສານປະກອບການພິຈາລະນາດ້ານສິດທິມະນຸດຂອງ ພວກເຂົາເຈົ້າ.

ອົງການສິ້ງຊອມສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ໄດ້ຂໍໃຫ້ທ່ານ Kerry ກົດດັນ ສຳລັບການປ່ອຍໂຕປາຊາຊົນທີ່ຖືກຂັງຄຸກຢ່າງບໍ່ຖືກຕ້ອງ, ໄດ້ຮັບການຍົກເວັ້ນໂທດສຳລັບ ຄວາມທໍລະມານ, ແລະ ສະໜັບສະໜູນຄຳໝັ້ນສັນຍາທາງດ້ານສິດທິທີ່ສຳຄັນ ອື່ນໆ.

Kerry Central Asia
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG