ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຢ້ຽມຢາມ ເອທິໂອເປຍ ເພື່ອຫາລື ເລື່ອງ ຄວາມໝັ້ນຄົງ (ວີດີໂອ)


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ພວມຍ່າງລົງຈາກເຮືອບິນ.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ພວມຍ່າງລົງຈາກເຮືອບິນ.
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະ
ລັດ ອອກເດີນທາງໄປຢ້ຽມຢາມປະເທດເອທິໂອເປຍ ເພື່ອເຈລະ
ຈາຫາລືເລື່ອງຄວາມໝັ້ນຄົງກັບພວກເຈົ້າໜ້າທີ່ຢູ່ໃນຂົງເຂດແລະ
ເຂົ້າຮ່ວມສະເຫຼີມສະຫຼອງ ການສ້າງຕັ້ງສະຫະພາບອາຟຣິກາຄົບ
ຮອບ 50 ປີ.

ການຢ້ຽມຢາມ ເປັນເວລາ 3 ມື້ ຂອງທ່ານ Kerry ເລີ້ມຂຶ້ນທີ່ນະ
ຄອນຫຼວງ Addis Ababa ໃນວັນສຸກມື້ນີ້ ບ່ອນທີ່ກະຊວງການ ຕ່າງປະເທດສະຫະລັດເວົ້າວ່າທ່ານຈະໄດ້ພົບປະກັບບັນດາເຈົ້າ
ໜ້າທີ່ອະວຸໂສ ຂອງເອທິໂອເປຍ ເພື່ອໂອ້ລົມກັນກ່ຽວກັບບັນຫາ
ສອງຝ່າຍ.

ໃນວັນເສົາ ມື້ອື່ນນີ້ ທ່ານ Kerry ຈະໄປຮ່ວມກອງປະຊຸມສຸດຍອດ ສະຫະພາບອາຟຣິກາ
ພ້ອມດ້ວຍບັນດາຜູ້ນຳຂອງປະເທດຕ່າງໆຈາກອາຟຣິກາແລະແຂກຜູ້ມີກຽດເພື່ອສະເຫຼີມ ສະຫຼອງຄົບຮອບ 50 ປີໃນການສ້າງຕັ້ງອົງການດັ່ງກ່າວຊຶ່ງໃນເມື່ອກ່ອນເຄີຍມີການອ້າງ ອີງເຖິງ ໃນນາມອົງການເອກກະພາບອາຟຣິການັ້ນ.

ເປັນທີ່ຄາດກັນວ່າ ການເດີນທາງໄປຢ້ຽມຢາມຂອງທ່ານ Kerry ແມ່ນຈະຮວມທັງການເຈ ລະຈາຫາລື ກ່ຽວກັບການດຳເນີນຄວາມພະຍາຍາມ ເພື່ອຕໍ່ສູ້ປາບປາມພວກອິສລາມຫົວ ຮຸນແຮງຢູ່ໃນປະເທດຕ່າງໆ ເຊັ່ນໃນປະເທດມາລີ ແລະພາກເໜືອຂອງໄນຈີເຣຍ. ໃນລະ ຫວ່າງການເຈລະຈາກັບຄູ່ຕຳແໜ່ງຝ່າຍໄນຈີເຣຍ ເມື່ອໄວໆມານີ້.

ທ່ານ Kerry ໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງເຖິງການໃຫ້ຄວາມສະໜັບສະໜຸນຂອງສະຫະ ລັດຕໍ່ການປາບປາມກຸ່ມຫົວຮຸນແຮງ Boko Haram ຂອງໄນຈີເຣຍຢູ່ໃນພາກເໜືອຂອງ ປະເທດ ທີ່ໄດ້ມີການປະກາດພາວະສຸກເສີນໃນເວລານີ້.

ທີ່ປະເທດມາລີ ທະຫານຝຣັ່ງພວມສຳເລັດເສັດສິ້ນການບຸກໂຈມຕີພວກນັກລົບອິສລາມ ຫົວຮຸນແຮງທີ່ໄດ້ເຂົ້າຢຶດເອົາພາກເໜືອຂອງປະເທດ. ພວກນັກວິເຄາະກ່າວວ່າ ສະຫະ ລັດມີຄວາມກະຕືລືລົ້ນ ທີ່ຈະຊ່ອຍສະໜອງ ໃນການຝຶກແອບຕໍ່ ຕ້ານພວກກໍ່ການຮ້າຍ ໃຫ້ແກ່ກຳລັງຂອງຂົງເຂດ ຊຶ່ງຈະເຂົ້າຮັບໜ້າທີ່ແທນທະຫານຝຣັ່ງ.

ນອກນັ້ນຍັງມີທ່າທາງວ່າ ທ່ານ Kerry ຍັງຈະສົນທະນາໂອ້ລົມກ່ຽວກັບຄວາມຮຸນແຮງຢູ່ ຕາມບໍລິເວນຊາຍແດນ ທີ່ຍັງມີຄວາມຫຼໍ່ແຫຼມແລະຕົກລົງກັນບໍ່ໄດ້ລະຫວ່າງຊູດານແລະ ຊູດານໃຕ້ບ່ອນທີ່ກຸ່ມປົກປ້ອງສິດທິມະນຸດເຕືອນວ່າ ກຸ່ມຫົວຮຸນແຮງນອກກົດໝາຍພວມ ສວຍໂອກາດໃນຂະນະທີ່ເກີດຄວາມວຸ້ນວາຍຂຶ້ນນີ້.

XS
SM
MD
LG