ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ເຕືອນວ່າ ການແກ້ບັນຫາສອງລັດ Israel-Palestine "ເປັນອັນຕະລາຍ​"


ລັດຖະມົນຕີ​ສະຫະລັດ ທ່ານ John Kerry ກ່າວຄຳປາໄສທີ່
ກະຊວງການຕ່າງປະເທດ, 28 ທັນວາ, 2016.
ລັດຖະມົນຕີ​ສະຫະລັດ ທ່ານ John Kerry ກ່າວຄຳປາໄສທີ່ ກະຊວງການຕ່າງປະເທດ, 28 ທັນວາ, 2016.

ລັດຖະມົນຕີ​ສະຫະລັດ ທ່ານ John Kerry ​ໄດ້​ເປີດ​ເຜີຍ​ແບບ​ແຜນນຳ​ທາງຢ່າງ​ກ້ວາງ​ໄກ​ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອ​ສັນຕິສຸກ ​ໃນ​ທີ່​ສຸດ​ລະຫວ່າງ Israel ​ແລະ​ຊາວ Palestine
ທີ່​ເຕືອນ​ວ່າ ບົດ​ສະຫຼຸບ​ຂອງຄວາມ​ຮຸນ​ແຮງ​ຂອງ​ສອງ​ປະເທດນີ້ ​ແມ່ນ “ອັນຕະລາຍ​
ຮ້າຍ​ແຮງ​ຢ່າງ​ແທ້​ຈິງ.”

​ໃນຄຳປາໄສ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ ​ໃນ​ກະຊວງ​ການ​ຕ່າງປະ​ເທດ ທ່ານ Kerry ຍັງ​ໄດ້
​ກ່າວ​ປົກ​ປ້ອງ ​ໃນການ​ຕັດສິນ​ໃຈ ຂອງ​ສະຫະລັດ ​ໃນ​ສັບປະດາ​ແລ້ວ​ນີ້​ທີ່​ວ່າ ການ​ບໍ່​ອອກສຽງຂອງສະພາ​ຄວາມ​ໝັ້ນຄົງທີ່​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ຍັດຕິ​ປະນາມ
ການ​ຕັ້ງ​ຖິ່ນ​ຖານໃໝ່​ຂອງ Israel.

ເຊີນຊົມ : ທ່ານ Kerry ກ່າວເຖິງ ມັດຕິຂອງອົງການສະຫະປະຊາຊາດ

Secretary of State Kerry on UN resolution
please wait

No media source currently available

0:00 0:01:06 0:00

ທ່ານ Kerry ໄດ້​ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ນັ້ນ​ແມ່ນ​ “ການ​ມີ​ສອງ​ລັດ​ຄຽງ​ຄູ່​ກັນ” ໂດຍປະຕິ​ເສດການຕ້ອງຕິ​ທີ່ວ່າ​ສະຫະລັດ ເນລະຄຸນ
ພັນທະ​ມິດ​ທີ່​ຍາວ​ນານ​ຂອງ​ຕົນ “ຊຶ່ງ​ສິ່ງ​ນັ້ນ​ແມ່ນ​ສິ່ງ​ພວກ​ເຮົາ​ຢືນ​ຢັດ​ເຊັ່ນ​ນັ້ນ - ເຖິງອານາ​ຄົດ​ຂອງ Israel ​ວ່າເປັນຊາວ​ຢິ​ວ ​ແລະເປັນ​ລັດ​ປະຊາທິປະໄຕ”
ທ່ານ​ໄດ້
​ເນັ້ນ​ວ່າ ການ​ລົງ​ຄະ​ແນນ​ສຽງ​ນັ້ນແມ່ນ “ອິງ​ຕາມ​ຄຸນຄ່າ​ຂອງ​ສະຫະລັດ.”

ເຊີນຊົມ: ທ່ານ Kerry ກ່າວເຖິງ ການ​ມີ​ສອງ​ລັດ​ຄຽງ​ຄູ່​ກັນ

Two-state Solution in Serious Jeopardy
please wait

No media source currently available

0:00 0:01:23 0:00

ຍັງ​ບໍ່​ທັນ​ມີ​ຂໍ່ສະ​ເໜີ​ທີ່​ຍິ່ງ​ໃຫຍ່​ອັນ​ໃໝ່ ທີ່​ຮວມຢູ່​ໃນ 6 ​ແຜນການ ​ໃນ​ຄຳ​ຖະ​ແຫຼ​ງການ​ຂອງທ່ານ Kerry ​ແທນ​ທີ່ຈະ​ເນັ້ນ​ເຖິງເປົ້າ​ໝາຍ ທີ່​ຈະ​ຮັກສາ​ຂໍ້​ຕົກລົງ ​ໃນ​ຂອບປະຕິບັດ ຂອງ​ຂໍ້​ຕົກລົງ​ສອງ​ຝ່າຍ ທີ່​ໄດ້​ຮັບ​ເອົາ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ສະຫະລັດ.

ເຊີນຊົມ: ທ່ານ Netanyahu ່າວ ຄວາມບໍ່ເຫັນດີກັບສະຫະລັດ

Netanyahu on 'Profound Disagreement' With Obama Administration
please wait

No media source currently available

0:00 0:00:52 0:00

​ໃນ​ເປົ້າ​ໝາຍ​ຫຼັກ​ທີ່​ວ່າ​ນີ້ ​ “​ແມ່ນ​ຮັບຮອງ​ແລະ​ຍອມຮັບ​ຊາຍ​ແດນ​ນາໆ​ຊາດ” ລະຫວ່າງ Israel ​ແລະ ການ​ສືບ​ຕໍ່​ຂອງ​ຊາວ Palestine ​ພ້ອມ​ທັງການ​ສິ້ນ​ສຸດ​ຂອງ​ການ​ຍຶດຄອງ​
ຂອງ Israel ​ໃນ​ດິນ​ແດນ Palestine. ທ່ານ Kerry ຍັງ​ໄດ້​ກ່າວ​ວ່າຂໍ້​ຕົກລົງ​ສອງ​ຝ່າຍ​
ທີ່ສຳ​ເລັດ​ຜົນ ຕ້ອງ​ເຮັດ​ໃຫ້ “​ເປັນ​ຂໍ້​ຕົກລົງ ສົມ​ເຫັນ​ສົມ​ຜົນ ບໍ່​ລຳອຽງ ​ແລະ​ອິງ​ຕາມ​
ຄວາມ​ຈິງ”
ສຳຫຼັບວິ​ກິດ​ການ​ຂອງ​ພວກ​ອົບ​ພະຍົບຊາວ Palestine ທີ່​ປະກາດ​ໄປ​ວ່າ ນະຄອນ Jerusalem ຈະ​ເປັນ​ເມືອງ​ຫຼວງ​ຂອງ​ສອງ​ລັດ ​ແລະ​ເປັນ​ທີ່​ຍອມຮັບ​ຂອງ
​ຄວາມ​ຈຳ​ເປັນທາງ​ດ້ານ​ຄວາມ​ປອດ​ໄພ​ຂອງ Israel.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານ Netanyahu ກ່າວເຖິງ ຈຸດເປົ້າໝາຍທີ່ຄວນຈະເພັ່ງເລັງ

Netanyahu on What Nations of the World Should Focus on
please wait

No media source currently available

0:00 0:00:33 0:00

XS
SM
MD
LG