ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ລມຕ ຕ່າງປະເທດສະຫະລັດ ທ່ານ Kerry ຈະກ່າວເຖິງວິໄສທັດຂອງທ່ານ ກ່ຽວກັບ ອິສຣາແອລ ແລະປາແລສໄຕນ໌


ເດັກນ້ອຍປາແລສໄຕນ໌ ພາກັນຢືນຢູ່ຕໍ່ໜ້າຝາ ທີ່ຖືກທຳລາຍ ຈາກສົງຄາມ ໃນປີ 2014 ທີ່ Beit Hanoun ພາກເໜືອຂອງ ເຂດ Gaza.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ຕຽມ​ພ້ອມ​ທີ່​ຈະ​ສົນ​ທະນາ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບ​ວິໄສທັດຂອງ​ທ່ານວ່າ ສົງຄາມອັນ​ຍາວ​ນານ​ລະ​ຫວ່່າງ ອິສຣາ​ແອ​ລ ​ກັບ ຊາວປາ​ແລ​ສ​ໄຕນ໌ ຈະສາມາດ​ແກ້​ໄຂໄດ້ຢ່າງ​ໃດ.

ບັນຫາ​ດັ່ງກ່າວໄດ້​ເປັນ​ສິ່ງເນັ້ນ​ໜັກ​ທີ່​ສຳຄັນ​ແກ່​ທ່ານ Kerry ​ເວລາ​ທ່ານ​ໄດ້​ເຂົ້າກຳ​ຕຳ ​ແໜ່​ງຢູ່ກະຊວງ​ຕ່າງປະ​ເທດ​ໃນ​ເດືອນ​ກຸມພາ ປີ 2013 ​ແຕ່​ວ່າ​ຫລາຍ​ປີ​ຂອງ​ການ​ເຈລະຈາ ຮວມທັງ​ລະຍະ​ຄວາມ​ເຄັ່ງ​ຕືງທາງ​ການ​ທູດ ​ໄດ້​ລົ້ມ​ແຫລວ​ຕໍ່​ຂໍ້​ຕົກລົງສຳລັບການ​ແກ້​ໄຂບັນ ຫາສອງ​ຝ່າຍ ທີ່​ທ່ານ​ເຫັນ​ວ່າ​ເປັນ​ພຽງ​ທາງ​ດຽວ​ທີ່​ຈະ​ບັນລຸ​ສັນຕິພາບ.

ບັນການັກສຶກສາປາແລສໄຕນ໌ ພາກັນເຝິກແອບ ລະຫວ່າງຕາເວັນຕົກດິນ.
ບັນການັກສຶກສາປາແລສໄຕນ໌ ພາກັນເຝິກແອບ ລະຫວ່າງຕາເວັນຕົກດິນ.

ທ່ານ Kerry ມີ​ເວລາ​ອີກ​ນຶ່ງ​ເດືອນ​ກ່ອນຈະລາ​ອອກ​ຈາກ​ໜ້າ​ທີ່ ກ່ອນ​ລັດຖະບານ​ທ່ານ Barack Obama ​ເສັດ​ສິ້ນ​ລົງ ​ເພາະສະ​ນັ້ນ​ຖ້າ​ຫາກ​ຂໍ້​ຕົກລົງ​ໃນ​ທີ່​ສຸດ ​ບັນລຸຜົນ ທ່ານ​ກໍຈະ​ບໍ່ໄດ້​ເປັນ​ຜູ້​ທີ່​ຍິ້ມ​ຫົວ​ຢູ່​ໃນ​ຮູບ​ພາບ ​ແລະ​ສຳ​ພັດ​ມື​ກັບ​ອິສຣາ​ແອ​ລ ​ແລະ​ບັນດາ​ຜູ້ນຳ​ປາ​ແລ​ສ​ໄຕນ໌. ​ແຕ່​ວ່າ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ Mark Toner ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ Kerry ຮູ້ສຶກ​ວ່າ​ ເປັນ​ໜ້າທີ່​ຂອງ​ທ່ານ ທີ່​ເວລາ​ຍັງ​ເຫລືອ​ຢູ່​ນັ້ນ ຈະ​ດຳ​ເນີນອັນ​ທີ່​ທ່ານ​ເຫັນ​ວ່າ ​ເປັນ​ສ່ອງທາງ​ໄປ​ໜ້າ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ຮ່ວມປະຊຸມປະຈຳສັບປະດາກັບ ຄະນະລັດຖະບານ.
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ຮ່ວມປະຊຸມປະຈຳສັບປະດາກັບ ຄະນະລັດຖະບານ.

ທ່ານ Toner ກ່າວ​ວ່າ “ມັນ​ມີ​ຄວາມສຳຄັນ​ຢູ່່​ສະເໝີ ​ທີ່ຈະ​ພະຍາຍ​າມຮັກສາ​ການ​ເຄື່ອນ​ໄຫວ​ໄປ​ໜ້າ ວາງ​ວິໄສທັດອັນສ້າງສັນໄວ້ສຳລັບ​ອະນາ​ຄົດ ​ແລະນອກນັ້ນຍັງຕ້ອງໄດ້ເນັ້ນ
ຢໍ້າຄວາມ​ຈິງທີ່​ວ່າ​ພວກ​ເຮົາ​ຍັງ​ບໍ່​ຍອມ​ແພ້ເລື້ອງ​ນີ້ ​ແລະ​ພວກ​ເຮົາກໍ​ບໍ່ຢາກ​ໃຫ້​ຊາວປາ​ແລ​ສ​ໄຕລ ຫລື​ອິສ​ຣາ​ແອ​ລ ຍອມ​ແພ້​ເຊັ່ນ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG