ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ສຫລ ທ່ານ Kerry ຈະພົບກັບ ຝ່າຍຄ້ານ ຢູເຄຣນ (ສະໄລດ໌/ວີດີໂອ)


Ukraine
please wait
Embed

No media source currently available

0:00 0:01:00 0:00
ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຄາດ​
ວ່າ​ຈະ​ພົບປະກັບສະມາຊິກພັກຝ່າຍ​ຄ້ານ​ຢູ​ເຄຣນໃນ​ລະຫວ່າງ
​ທີ່ທ່ານ​ເດີນທາງ​ ໄປຢ້ຽມຢາມເຢຍຣະ​ມັນ ທີ່​ຈະ​ເລີ້ມຂຶ້ນໃນ​ວັນ
​ສຸກ​ມື້​ນີ້.

ບັນດາເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ທ່ານ Kerry ຈະ​ພົບ​ປະໃນ
ວັນເສົາມື້ອື່ນ ​ທີ່ນະຄອນ Munich ກັບ​ນັກ​ການ​ເມືອງຝ່າຍ​ຄ້ານ
ທ່ານ Arseny Yatsenyuk ​ແລະ​ອະດີດ​ແຊມ​ປ້ຽນມວຍ ທີ່​ກາຍ​
ມາ​ເປັນ​ນັກ​ເຄື່ອນ​ໄຫວ ທ່ານ Vitali Klits-chko.

​ຂະນະ​ດຽວ​ກັນ ພວກ​ປະ​ທ້ວງ​ຢູ​ເຄຣນ ໄດ້​ພາກັນສະ​ແດງ​ຄວາມ​
ໂກດ​ແຄ້ນຫລັງຈາກ​ນັກ​ເຄື່ອນ​ໄຫວຝ່າຍ​ຄ້ານທ່ານ Dmytro Bulatov ​ທີ່ຫາຍ​ສາບ​ສູນ​ໄປ​
ຕັ້ງ​ແຕ່​ວັນ​ທີ 22 ​ເດືອນ​ມັງກອນ ໄດ້​ພົບເຫັນແລ້ວ​ ຢູ່​ນອກ​ນະຄອນ Kyiv ​ໃນ​ຕອນ​ແລງວັນ​
ພະຫັດວານນີ້ ໂດຍທີ່ໜ້າຂອງທ່ານ ມີ​ຮອຍຂີດ​ຕັດແລະ​ຮອຍຊໍ້າ​. ບັນດາ​ຜູ້​ສະໜັບສະໜູນ​
ຂອງ​ທ່ານກ່າວ​ວ່າ ທ່ານ​ໄດ້​ຖືກ​ລັກພາ​ໂຕ ​ແລະກັກ​ໄວ້ ​ເປັນ​ເວລາ​ຫຼາຍ​ມື້ ກ່ອນ​ຖືກປ່ອຍ​ໄວ້
​ຢູ່​ໃນ​ປ່າ. ເຂົາ​ເຈົ້າ​ກ່າວ​ວ່າ ທ່ານ​ໄດ້​ເດີນທາງ​ໄປ​ຫາ​ບ້ານນຶ່ງ ​ທີ່ຢູ່​ໃກ້ໆ​ນັ້ນ ບ່ອນ​ທີ່​ທ່ານ ໄດ້​
ຕິດ​ຕໍ່ຫາ​ໝູ່​ເພື່ອນ​ໂດຍ​ທາງ​ໂທລະສັບ.



ປະທານາທິບໍດີຢູເຄຣນ ທ່ານ Viktor Yanukovych ໄດ້ອອກຖະແຫຼງຂ່າວສະບັບນຶ່ງກ່າວ
ຫາພວກຜູ້ນຳຝ່າຍຄ້ານວ່າ ເຮັດໃຫ້ວິກິດການທາງດ້ານການເມືອງ ເພີ້ມທະວີຄວາມເຄັ່ງຕຶງ
ຂຶ້ນ. ທ່ານເວົ້າວ່າ ພວກເຂົາເຈົ້າໄດ້ຊຸກຍູ້ໃຫ້ປະຊາຊົນຢືນຢູ່ຂ້າງນອກທ່າມກາງສະພາບອາ
ກາດໜາວເຢັນຈັດ ພຽງແຕ່ເພື່ອເຮັດໃຫ້ຄວາມມັກໃຫຍ່ໄຝ່ສູງທາງດ້ານການເມືອງຂອງເຂົາ
ເຈົ້າກາຍເປັນຈິງ.

ທ່ານ Yanukovych ​ກ່າວ​ວ່າ ລັດຖະບານ​ໄດ້​ປະຕິບັດ​ໜ້າ​ທີ່ ຕາມພັນທະຂອງ ຕົນ​ເພື່ອ​ຍຸຕິ
ການປະເຊີນໜ້າ ຮວມ​ທັງ​ ການ​ໃຫ້​ອະ​ໄພ​ໂທດ ແບບມີເງື່ອນໄຂ ແກ່​ບັນດາ​ພວກ​ປະ​ທ້ວງ​ທີ່​
ຖືກ​ຈັບ ​ແລະ​ແຕ່ງຕັ້ງນາຍົກລັດຖະມົນ​ຕີຄົນໃໝ່ແທນ.

ທ່ານ Yanukovych ໄດ້​ປະກາດ​ໃນ ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ໄດ້​ລາ​ພັກ​ເຈັບ ຍ້ອນມີບັນ
ຫາກ່ຽວກັບ​ລະບົບ​ຫາຍ​ໃຈຢ່າງຮ້າຍແຮງ ​ແລະ​ເປັນ​ໄຂ້.

Ukrainian President Viktor Yanukovych on Sick Leave
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ


XS
SM
MD
LG