ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ
ພົບປະກັບທ່ານ Laurent Fabius ລັດຖະມົນຕີຕ່າງປະເທດ
ຝຣັ່ງ ກ່ອນຈະເຂົ້າປະກອບສ່ວນໃນພິທີ ສະຫຼອງວັນຂີດໝາຍ
ຄົບຮອບ 70 ປີແຫ່ງສົງຄາມໂລກຄັ້ງທີສອງຍຸດຕິລົງທີ່ຢູໂຣບ.
ລັດຖະມົນຕີທັງສອງທ່ານ ໄດ້ເຂົ້າຮ່ວມໃນພິທີວາງພວງມາລາ
ທີ່ຫລຸມຝັງສົບພວກທະຫານນິລະນາມຂອງຝຣັ່ງທີ່ນະຄອນ
ຫຼວງປາຣີ ອັນເປັນເມືອງທີ່ມີການສະເຫຼີມສະຫຼອງກັນຢ່າງໃຫຽໂຕໃນວັນທີ 8 ພຶດສະພາ
ປີ 1945ເພື່ອເປັນວັນຂີດໝາຍແຫ່ງການຈຳນົນຂອງພວກ Nazi ເຢຍຣະມັນ.
ທ່ານ Kerry ມີໝາຍກຳນົດຈະພົບປະກັບ ບັນດາລັດຖະມົນຕີການຕ່າງປະເທດ ຂອງສະ
ພາແຫ່ງການຮ່ວມໄມ້ຮ່ວມມືກັນໃນເຂດອ່າວ ໃນຝຮັ່ງເພື່ອທຳການໂອ້ລົມສົນທະນາກັນ
ເລື້ອງບັນຫາຕ່າງໆໃນພາກພື້ນ. ທ່ານຈະໄປວາງພື້ນຖານ ສຳລັບກອງປະຊຸມສຸດຍອດທີ່
ທຳນຽບຂາວກັບບັນດາຜູ້ນຳໃນເຂດອ່າວໃນສັບປະດາໜ້າ.
ໃນບັນດາຫົວຂໍ້ໃນການປຶກສາຫາລືກັນໃນວັນສຸກນັ້ນ ຈະແມ່ນເລື້ອງອິດທິພົນຂອງອີຣ່ານ
ທີ່ກຳລັງເພີ້ມຂຶ້ນໃນທົ່ວພາກຕາເວັນອອກກາງເປັນສ່ວນຫລາຍນັ້ນ.
ທີ່ກອງປະຊຸມນັກຂ່າວ ທີ່ນະຄອນຫຼວງ Riyadhໃນວັນພະຫັດວານນີ້ ທ່ານ Kerry ແລະ
ຄູ່ຕຳແໜ່ງ ລັດຖະມົນຕີຕ່າງປະເທດ Adel al-Jubier ແຫ່ງ Saudi Arabia ກ່າວວ່າ ຄວາມພະຍາຍາມຕ່າງໆກຳລັງດຳເນີນໄປ ເພື່ອຈັດໃຫ້ມີການຢຸດຍິງກັນເປັນເວລາຫ້າມື້
ໃນເຢເມັນ ເພື່ອສົ່ງເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳໄປໃຫ້. ພວກລັດຖະມົນຕີເຫຼົ່ານີ້
ກ່າວວ່າ ການຢຸດຍິງ ຈະຕໍ່ອາຍຸຄືນໃໝ່ໄດ້ ແມ່ນຂຶ້ນຢູ່ກັບສະພາບການທາງພາກພື້ນດິນ.
ທ່ານ Kerry ກ່າວວ່າ “ພວກເຮົາຮຽກຮ້ອງຢ່າງແຂງແຮງໄປຍັງພວກ Houthi ແລະ
ພວກທີ່ໃຫ້ການສະໜັບສະໜຸນແກ່ພວກເຂົາ ທີ່ພວກເຮົາສະເໜີແນະໃຫ້ໃຊ້ອິດ
ທິພົນທຸກຢ່າງຂອງເຂົາເຈົ້າ ບໍ່ໃຫ້ພາດໂອກາດທີ່ສຳຄັນນີ້ ເພື່ອແກ້ໄຂຄວາມຮຽກ
ຮ້ອງຕ້ອງການຂອງປະຊາຊົນເຢເມັນ ແລະຊອກຫາຊ່ອງທາງທາງສັນຕິຕໍ່ໄປໃນ
ເຢເມັນ.”
ລັດຖະມົນຕີຕ່າງປະເທດ Saudi Arabia ກ່າວວ່າ ບໍ່ໄດ້ມີການຕິດຕໍ່ພົວພັນໃດໆກ່ອນກັບ
ພວກ Houthis ທີ່ເຊື່ອກັນວ່າ ໄດ້ຮັບການສະໜັບສະໜຸນຈາກອີຣ່ານ ວ່າພວກເຂົາຈະສະ
ໜັບສະໜຸນການຢຸດຍິງນີ້ຫຼືບໍ?. ລັດຖະມົນຕີທ່ານນີ້ ກ່າວຕໍ່ໄປວ່າ ຈະມີການປະກາດລາຍລະອຽດເພີ້ມເຕີມໃຫ້ຮູ້ ໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້ ກ່ຽວກັບການຢຸດຍິງທີ່ສະເໜີໄປ ຊຶ່ງ
ຈະມີຜົນກະທົບຕໍ່ໝົດທຸກຄົນໃນເຢເມັນ.