ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານ John
Kerry ມີໝາຍກໍານົດທີ່ຈະທໍາການສົນທະນາ ໃນວັນຈັນມື້ນີ້
ກັບລັດຖະມົນຕີການຕ່າງປະເທດຂອງ Qatar ທ່ານ Khalid
al-Attuyah ກ່ອນກອງປະຊຸມຂອງ ສະມາຊິກສໍາຄັນຄົນອື່ນໆ
ຂອງກຸ່ມເພື່ອນມິດຂອງຊີເຣຍແລະຂອງຝ່າຍຄ້ານຊີເຣຍ.
ທັງສອງລັດຖະມົນຕີແມ່ນພົບປະກັນທີ່ກຸງປາຣີ ປະເທດຝຣັ່ງ ກ່ອນທີ່ຈະອອກເດີນທາງ
ໄປຍັງ ກຸງລອນດອນ ເພື່ອເຂົ້າກອງປະຊຸມດັ່ງກ່າວ ໃນວັນອັງຄານມື້ອື່ນນີ້ ຊຶ່ງຈະມີ
ຮວມທັງນັກການທູດຈາກ 11 ປະເທດ ທີ່ສະໜັບສະໜຸນ ກຸ່ມຝ່າຍຄ້ານທີ່ຕໍ່ຕ້ານປະທາ
ນາທິບໍດີ ຊີເຣຍ ທ່ານ Bashar al-Assad.
ການສົນທະນາຫາລືກັນນີ້ ແມ່ນມີຂຶ້ນ ໃນຂະນະທີ່ມີການສືບຕໍ່ຄວາມພະຍາຍາມເພື່ອ
ຈັດກອງປະຊຸມສັນຕິພາບ ຊີເຣຍຂຶ້ນ ທີ່ຈະນໍາເອົາລັດຖະບານຊີເຣຍແລະຝ່າຍຄ້ານ
ມາສົນທະນາກັນ ທີ່ມີຈຸດປະສົງ ໃຫ້ມີການເຈລະຈາຕໍ່ລອງກັນ ເພື່ອຫາທາງແກ້ໄຂ
ທາງການເມືອງ ຕໍ່ວິກິດການໃນປະເທດ.