ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບປະກັບ ທ່ານ Abbas ຕື່ມອີກ ເພື່ອຊຸກຍູ້ ການເຈລະຈາ ສັນຕິພາບ (ວີດີໂອ )


Kerry, Abbas Meet in Paris on Framework for Two-State Solution
please wait

No media source currently available

0:00 0:03:06 0:00
ລິງໂດຍກົງ
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ໄດ້
ທຳການເຈລະຈາຫາລື ເປັນມື້ທີສອງ ໃນວັນພະຫັດມື້ນີ້ ກັບ
ປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ອັນ
ເປັນພາກສ່ວນນຶ່ງ ໃນການດຳເນີນຄວາມພະຍາຍາມ ເພື່ອ
ຊຸກຍູ້ໃຫ້ມີການບັນລຸການຕົກລົງກັນກ່ຽວກັບຂອບຂອງຂໍ້ຕົກ
ລົງສັນຕິພາບໃນພາກຕາເວັນອອກກາງ.

ເຈົ້າໜ້າທີ່ອະວຸໂສຂອງກະຊວງການຕ່າງປະເທດສະຫະລັດ
ທ່ານນຶ່ງ ກ່າວວ່າ ທ່ານ Kerry ແລະທ່ານ Abbas ໄດ້ຫາລື
ກັນແບບລົງເລິກ ກ່ຽວກັບບັນຫາແກນກາງ ຫຼັງຈາກການຮັບ
ປະທານອາຫານຄໍ່າ ໃນແລງວັນພຸດວານນີ້ ແລະເຫັນພ້ອມ
ນຳກັນວ່າມັນ ຈະເປັນປະໂຫຍດຫລາຍ ໃນການສືບຕໍ່ສົນທະນາຫາລືກັນ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ການເຈລະຈາແມ່ນມາຮອດຈຸດສຳຄັນກ່ອນກຳນົດເສັ້ນຕາຍ ໃນວັນທີ 29 ເມສາ ເພື່ອຊອກຫາຊ່ອງທາງ ໃຫ້ມີການຕົກລົງກັນ ລະຫວ່າງ ທ່ານ Abbas ແລະນາຍົກລັດຖະມົນຕີເບັນຈະມິນ ເນຕັນຢາຮູແຫ່ງອິສຣາແອລ.

ການເຈລະຈາ​ຫາລື​ກັນ​ທີ່​ເລີ້ມ​ຄືນ​ໃໝ່​ນີ້ໄດ້​ທຳ​ຄວາມ​ຄືບ​ພຽງ​ເລັກ​ນ້ອຍນັບ​ແຕ່​ສອງ​ຝ່າຍ​ໄດ້
​ຕົກລົງ​ກັນ ​ໄຂ​ການ​ພົບ​ປະ​ຫາລື​ກັນ​ຄືນອີກ​ໃນ​ເດືອນ​ກໍລະກົດ​ປີ​ແລ້ວ​ນີ້​ມາຫຼັງ​ຈາກ​ຢຸດ​ສະ​ງັກ ລົງ ມາ​ເປັນ​ເວລາ 3 ປີ​ນັ້ນ.

Kerry - Mideast 2-20-14
please wait

No media source currently available

0:00 0:00:23 0:00
XS
SM
MD
LG