ລັດຖະມົນຕີຕ່າງປະເທດອີຣານ ທ່ານ Mohammad Javad
Zarif ຈະພົບປະກັບລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ
John Kerry ເວລາທ່ານເຂົ້າຮ່ວມປະຊຸມ ກັບຫ້າປະເທດ ສະ
ມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ
ແລະເຢຍລະມັນໃນທ້າຍອາທິດນີ້ ເພື່ອສົນທະນາກ່ຽວກັບວິກິດ
ການ ຂອງໂຄງການອາວຸດນິວເຄລຍອີຣ່ານ.
ການປະຊຸມ ຊຶ່ງກຳນົດໃສ່ວັນພະຫັດນີ້ ຈະເປັນການພົບປະທາງ
ການທູດ ໃນ ລະດັບສຸງສຸດ ລະຫວ່າງກຸງວໍຊິງຕັນ ແລະອີຣ່ານ
ຢ່າງໜ້ອຍ ໃນຮອບຫົກປີ. ທັງສອງປະເທດໄດ້ຕັດຄວາມສໍາພັນ
ທາງດ້ານການທູດມາດົນກວ່າສາມທົດສະວັດແລ້ວ.
ການປະກາດດັ່ງກ່າວໄດ້ມີຂື້ນ ຫລັງຈາກທ່ານນາງ Catherine
Ashton ຫົວ ໜ້ານະໂຍບາຍການຕ່າງປະເທດຂອງສະຫະພັນ
ຢູໂຣບ ກ່າວວ່າ ທ່ານນາງໄດ້ມີ "ການໂອ້ລົມແບບສ້າງສັນ” ກັບ
ທ່ານ Zif ແລະຄູ່ຕໍາແໜ່ງຝ່າຍອັງກິດ ແລະຝຣັ່ງກ່ອນໜ້າກອງ
ປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ນະຄອນ
ນິວຢອກ ໃນອາທິດນີ້.
ອົງການຂ່າວ Fars ຂອງອີຣ່ານ ໄດ້ລາຍງານວ່າທ່ານ Zarif ທີ່ນິຍົມແນວທາງ ປານກາງ
ຈະເປັນຜູ້ນໍາພາ ການເຈລະຈານິວເຄລຍ ກັບບັນດາມະຫາອໍານາດໂລກ ຕໍ່ຈາກທ່ານ
Saeed Jalili ທີ່ນິຍົມແນວທາງເດີມ ຊຶ່ງໄດ້ກຳກັບນຳການ ເອົາທ່າທີທີ່ແຂງກະດ້າງຂຶ້ນ
ຂອງເຕຫະຣ່ານນັ້ນ.