ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ທ່ານ Kerry ຖະແຫຼງ ກ່ຽວກັບ ນິວເຄລຍ ຂອງອີຣ່ານ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຈະ​
ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ພຸດ​ມື້ີນີ້ ຢູ່​ນະຄອນ Philadelphia ​ເພື່ອ
ສະໜັບສະໜູນຂໍ້​ຕົກລົງ​ສາກົນ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍອີ
ຣ່ານ ​ໃນ​ຂະນະ​ທີ່ ພັກ​ເດ​ໂມ​ແຄຣັດ ຢູ່​ໃນ​ສະພາ ເກືອບຈະເປັນ
ທີ່ຄ້ຳປະກັນໄດ້ແລ້ວວ່າ ບັນດາສະມາຊິກສະພາຈະ​ບໍ່​ສາມາດ
​ຮັບຜ່ານມາດ​ຕະການ​ຄັດຄ້ານ​ຕໍ່ຂໍ້​ຕົກລົງນີ້ໄດ້.

ທ່ານ Kerry ​ແລະ​ບັນດາ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຈາກ ອັງກິດ
ຈີນ ຝຣັ່ງ ຣັດ​ເຊຍ ​ເຢຣະມັນ ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ຕົກ
ລົງ​ກັບ​ອີຣ່ານ ​ໃນ​ເດືອນກໍລະ​ກົດຜ່ານມາ ​ໂດຍຈຳກັດ​ກິດຈະ
ການ​ນິວ​ເຄລຍຂອງ​ປະ​ເທດ​ດັ່ງກ່າວ ເພື່ອ​ເປັນ ການ​ແລກປ່ຽນ​
ກັບ​ກາ​ນຜ່ອນຜັນການ​ລົງ​ໂທ​ດ.

ສະພາ​ມີ​ກຳນົດ ​ທີ່​ຈະ​ອະພິປາຍກ່ຽວກັບ​ຂໍ້​ຕົກລົງ​ນີ້ ໃນອາທິດ​ໜ້າ​ ​ຊຶ່ງເປັນການມ້ວນ
ທ້າຍລົງຂອງໄລຍະ 60 ມື້ ໃນການທົບ​ທວນ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ສະໜັບສະໜູນ
ຫລືຄັດຄ້ານ. ບັນດາ​ຜູ້​ຕິ​ຕຽນໄດ້​ໂຕ້​ຖຽງ​ວ່າ ມັນບໍ່​ໄດ້​ໃຫ້ການຄ້ຳ ປະກັນ​ຢ່າງ​ພຽງພໍ​ວ່າ
ອີຣ່ານ ຈະ​ບໍ່​ພັດ​ທະນາ​ອາວຸດ​ນິວ​ເຄລຍ ​ແລະ​ຈະເປັນ​ອັນ​ຕະລາຍ​ແກ່ອິສຣາ​ແອ​ລ ທີ່
​ເປັນ​ພັນທະ​ມິດສະຫະລັດ ​ໃນ​ຂະນະ​ທີ່​ອະນຸຍາດ​ໃຫ້​ ອີຣ່ານ ນຳໃຊ້​ທຶນ​ໃໝ່ທີ່​ຈະ​ຖືກປ່ອຍ ສະໜັບສະໜູນການ​ກໍ່​ການ​ຮ້າຍ.

​ແຕ່ບັນດາ​ຜູ້​ສະໜັບສະໜູນ​ກ່າວ​ວ່າ ຂໍ້ກຳນົດຕ່າງໆແມ່ນເປັນຊ່ອງທາງທີ່ດີ​ທີ່​ສຸດ ​ເພື່ອ
​ປ້ອງ​ກັນບໍ່ໃຫ້ອີຣ່ານ ມີ​ອາວຸດ​ນິວ​ເຄລຍ ຢູ່ໃນຄວາມຄອບຄອງ. ​ເພີ້​ມ​ເຕີມ​ຈາກຄຳ​ປາ​ໄສ
​ຂອງ​ທ່ານ​ ໃນ​ວັນ​ພຸດ​ມື້​ນີ້ ເອພີກ່າວ​ວ່າ ທ່ານ Kerry ຈະ​ສົ່ງ​ໜັງສື​ສະບັບ​ນຶ່ງ​ໄປ​ຫາບັນດາ
​ສະມາຊິ​ກສະພາແຈ້ງໃຫ້ຊາບເຖິງ​ຄວາມ​ໝາຍ​ໝັ້ນ​ດ້ານ​ ຄວາມ​ໝັ້ນຄົງ​ສະຫະລັດ​ ​ແກ່​ອິສຣາ​ແອ​ລ ​ແລະ​ບັນດາ​ປະ​ເທດອາ​ຣັບ ​ໃນ​ເຂດອ່າວ​ເປີ​ເຊຍ.

ທ່ານ Kerry ​ແລະ ປະທານາ​ມິ​ບໍດີ Barack Obama ກຳລັງ​ປະ​ຕິ​ບັດ​ງານ​ເພື່ອ​ໃຫ້​ໄດ້
​ການ​ສະໜັບສະໜູນ​ພຽງພໍ​ຈາກພັກ​ເດ​ໂມ​ແຄຣັດ ​ເພື່ອ​ບໍ່​ໃຫ້ພັກຣີພັບ​ບລິ​ກັນ ​ທີ່​ຄັດຄ້ານ
​ຢ່າງ​ຖ້ວມ​ລົ້ນ​ຕໍ່​ຂໍ້​ຕົກລົງນີ້ ລົງ​ຄະ​ແນນ​ສຽງຄັດຄ້ານແລະລົບ​ການໃຊ້ສິດຢັບຢັ້ງຂອງ
ປະທານາທິບໍດີ Obama ໄດ້​ສັນຍາໄວ້ນັ້ນ.

​ພັກເດໂມແຄຣັດຕ້ອງການສະມາຊິກສະພາສູງ 34 ຄົນ​ເພື່ອ​ປ້ອງ​ກັນ​ຂໍ້​ຕົກລົງ ​ແລະ​ເວລາ​
ນີ້ ​ພຽງ​ແຕ່​ຕ້ອງການຕື່ມ​ອີກນຶ່ງ​ຄົນເທົ່ານັ້ນ ​ໃນ​ຄວາມ​ໝັ້ນ​ໝາຍ​ໃຫ້​ບັນລຸ​ລະດັບ​ດັ່ງກ່າວ
ຫລັງ​ຈາກສະມາຊິກ​ສະພາ​ສູງ Bob Cassey ​ຈາກ​ລັດ Pennsylvania ​ແລະ ທ່ານ
Chris Coons ​ຈາກລັດ Delaware ໄດ້​ປະ ກາດ​ໃຫ້ການ​ສະໜັບສະໜູນ​ ໃນ​ວັນ
​ອັງຄານ​ວານ​ນີ້. ​

XS
SM
MD
LG