ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກຳ
ລັງເດີນທາງໄປປະເທດ Jordan ເພື່ອເຈລະຈາຫາລືກ່ຽວ
ກັບບັນຫາທ້າທາຍທີ່ກຳລັງປະເຊີນໜ້າກັບບັນດາປະເທດ
ເພື່ອນບ້ານຮວມທັງຄວາມເຄັ່ງຕືງໃນນະຄອນ Jerusalem
ແລະການສູ້ລົບຕ້ານພວກຫົວຮຸນແຮງລັດອິສລາມໃນຊີເຣຍ
ແລະອີຣັກ.
ທ່ານ Kerry ຈະພົບປະກັບກະສັດ Abdullah ແຫ່ງຈໍແດນ
ໃນການເດີນທາງເທຶ່ອຫຼ້າສຸດໄປຢ້ຽມຢາມຂົງເຂດດັ່ງກ່າວ
ສິບກວ່າເທຶຶ່ອມາແລ້ວ ນັບແຕ່ໄດ້ເຂົ້າ ກຳຕຳແໜ່ງ ຫົວໜ້າ
ນັກການທູດສູງສຸດສະຫະລັດ ໃນຕົ້ນປີ 2013.
ການດຳເນີນຂັ້ນຕອນເພື່ອສ້າງສັນຕິພາບ ລະຫວ່າງອິສຣາແອລແລະປາແລສໄຕນ໌ ແມ່ນ
ນຶ່ງໃນບັນດາບູລິມະສິດສຳຄັນສຸດ ຂອງທ່ານ Kerry ແລະເມື່ອນຶ່ງປີກ່ອນນັ້ນ ທັງສອງ
ຝ່າຍແມ່ນຢູ່ໃນລະຫວ່າງເລີ້ມການເຈລະຈາກັນຄືນໃໝ່ ທີ່ທ່ານໄດ້ຊ່ວຍໄກ່ເກ່ຍ ຫລັງ
ຈາກໄດ້ຢຸດຊະງັກມາເປັນເວລາສາມປີ.
ແຕ່ຄວາມສຳພັນຂອງເຂົາເຈົ້າ ໄດ້ກ້າວຖອຍຫລັງຢ່າງໄວໃນປີນີ້ ດ້ວຍການຢຸດເຊົາການ
ເຈລະຈາໃນເດືອນເມສາຜ່ານມາ ສົງຄາມ 50 ມື້ ໃນເດືອນກຳລະກົດ ແລະເດືອນສິງຫາ
ແລະການປະທະກັນຫລາຍຄັ້ງ ຢູ່ສະຖານທີ່ທາງສາສະໜາທີ່ສຳຄັນແຫ່ງນຶ່ງ ໃນນະຄອນ
Jerusalem.
ຈາກປະເທດ Jordan ທ່ານ Kerry ຈະເດີນທາງໄປ ສະຫະລັດອາຣັບເອເມີເຣັສ ໃນວັນ
ສຸກຈະມານີ້ ເພື່ອເຂົ້າຮ່ວມປະຊຸມວ່າດ້ວຍສັນຕິພາບແລະຄວາມໝັ້ນຄົງແລະການເຈລະ
ຈາຕ່າງຫາກ ກັບບັນດາເຈົ້າໜ້າທີ່ແລະຜູ້ນຳອຶ່ນໆຢູ່ທີ່ນັ້ນ.