ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາສູງ ຈະຟັງ ຄຳໃຫ້ການ ກ່ຽວກັບ ການແຕ່ງຕັ້ງ ທ່ານ Kerry ເປັນ ລມຕ ຕ່າງປະເທດ (ສະໄລດ໌)


ທ່ານ John Kerry ສະມາຊິກສະພາສູງສະຫະລັດ ທີ່ຖືກແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດສະຫະລັດຄົນໃໝ່
ທ່ານ John Kerry ສະມາຊິກສະພາສູງສະຫະລັດ ທີ່ຖືກແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດສະຫະລັດຄົນໃໝ່
ສະມາຊິກສະພາສູງສະຫະລັດ ທ່ານ John Kerry ທີ່ເປັນປະທານຄະນະກໍາມະການ ດ້ານພົວພັນຕ່າງປະເທດຂອງສະພາສູງ ແມ່ນຢູ່ໃນທ່າທີ່ຕ້ອງປະເຊີນ ໜ້າກັບເພື່ອນຮ່ວມ ງານຂອງທ່ານ ໃນວັນພະຫັດມື້ນີ້ ຢູ່ທີ່ພິທີຮັບຟັງຄຳ​ໃຫ້ການ ເພື່ອຢືນຢັນເຖິງການແຕ່ງຕັ້ງ ທ່ານໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ.

ຄາດກັນວ່າ ອະດີດຜູ້​ເຄີຍສະໝັກເປັນປະທານາທິບໍດີສະຫະລັດຈາກພັກ Democrat ຈະປະເຊີນກັບຄໍາຖາມ ກ່ຽວກັບການຮັບໃຊ້ຂອງທ່ານ ຢູ່ໃນ ກອງທັບ ທີ່ຫວຽດນາມ, ວິກິດການໃນຊີເຣຍ, ແລະຂໍ້​ສະ​ເໜີ​ການ​ສ້າງທໍ່ ລໍາລຽງນໍ້າມັນ Keystone XL ຈາກ ການາດາ​ໄປຫາລັດເທັກຊັສ ຢູ່ພາກ ໃຕ້ຂອງສະຫະລັດ.

ທ່ານ Kerry ຊຶ່ງເປັນສະມາຊິກສະພາສູງສະຫະລັດຜູ້ນຶ່ງ ທີ່ຮັ່ງມີທີ່ສຸດ ໄດ້ແກ້ໄຂສິ່ງທີ່ ອາດເປັນອຸປະສັກກີດຂວາງ ຕໍ່ການຢືນຢັນຕໍາແໜ່ງຂອງທ່ານໂດຍການ ໃຫ້ສັນຍາທີ່ ຈະຂາຍຮຸ້ນສ່ວນຈຳນວນ​ຫຼວງຫຼາຍໃນບໍລິສັດຕ່າງໆ ທີ່ອາດສາມາດ ພິສູດໃຫ້ເຫັນວ່າ ຈະເປັນການຂັດແຍ້ງທາງຜົນປະໂຫຍດ ສຳລັບ​ລັດຖະມົນຕີ ການ​ຕ່າງປະ​ເທດຂອງ ສະຫະລັດ. ຮຸ້ນສ່ວນ​ເຫຼົ່ານີ້ ລວມມີ ບັນດາບໍລິສັດທີ່ເຮັດທຸລະກິດກັບລັດຖະບານສະຫະ ລັດ ແລະລັດຖະບານອື່ນໆ ທີ່ອາດຈະໄດ້ຮັບຜົນກະທົບຈາກການຕັດສິນໃຈທາງດ້ານ ການທູດ.

ຊັບ​ສິນຂອງທ່ານ Kerry ແມ່ນປະມານ 184 ລ້ານໂດລາ.



Kerry was seen as a possibility for secretary of state when President Barack Obama first took office, but he was passed over for Hillary Clinton, who has served four years and is expected to step down very soon. Kerry is expected to easily win confirmation.
XS
SM
MD
LG